ທີ່ການພົບປະ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບລວມຂອງແຕ່ລະພັກ, ແຕ່ລະປະເທດ, ຜົນການເຄື່ອນໄຫວຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກ ແຕ່ຕົ້ນປີ 2025 ມາຮອດປະຈຸບັນ; ຕີລາຄາຜົນການເຄື່ອນໄຫວຮ່ວມມືລະຫວ່າງສອງຫ້ອງວ່າການ ແຕ່ປີ 2021 ມາຮອດປະຈຸບັນ, ໃນນັ້ນ ມີການເຄື່ອນໄຫວແລກປ່ຽນຄະນະ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື...
ສອງຝ່າຍເຫັນດີເປັນເອກະພາບວ່າ ຂໍ້ຕົກລົງຮ່ວມມື ໄລຍະ 2021-2025 ຂອງສອງຫ້ອງວ່າການ ແມ່ນເອກະສານສໍາຄັນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວແຕ່ລະປີ. ປີ 2025 ແມ່ນປີສຸດທ້າຍປະຕິບັດຂໍ້ຕົກລົງ, ສອງຝ່າຍຈະສົມທົບກັນຄົ້ນຄວ້າ, ສ້າງແຜນການ, ກະກຽມເນື້ອໃນໂດຍໄວ ເພື່ອຈັດຕັ້ງສະຫຼຸບໃນທ້າຍປີ 2025 ແລະເຊັນຂໍ້ຕົກລົງຮ່ວມມື ໄລຍະ 2026-2030 ໃນຕົ້ນປີ 2026.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ພ້ອມກັນນັ້ນ, ສອງຫ້ອງວ່າການ ເປັນເຈົ້າການສົມທົບກັນປະຕິບັດ ແລະປະຕິບັດແຜນການຮ່ວມມືລະຫວ່າງສອງຫ້ອງວ່າການໃນປີ 2025 ໃຫ້ສໍາເລັດເພື່ອຮັບປະກັນຄຸນນະພາບ, ຖືກຕ້ອງຕາມຄວາມຄືບໜ້າ, ຕອບສະໜອງຈຸດປະສົງ, ແຜນການທີ່ວາງອອກ.
ສອງຝ່າຍເຫັນດີຖືວ່າ, ການເຄື່ອນໄຫວຮ່ວມມືລະຫວ່າງສອງຫ້ອງວ່າການ ນັັບມື້ນັບເຂົ້າສູ່ແທດຈິງ, ບັນລຸໝາກຜົນຢ່າງຕັ້ງໜ້າ, ລະອຽດ, ປະກອບສ່ວນຍົກສູງຄຸນນະພາບວຽກງານເສນາທິການ, ຮັບໃຊ້ການນໍາສອງພັກ, ສອງລັດ, ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ.
ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ສົມທົບຢ່າງແໜ້ນແຟ້ນກັບຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງຫ້ອງວ່າການ, ຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ ຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ຢ່າງມີໄຊ, ກໍ່ຄືປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
    |
 |
ທ່ານ ເລຮວ່າຍຈູງ ມອບປຶ້ມໃຫ້ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
* ຕອນບ່າຍວັນທີ 29 ພຶດສະພາ, ທີ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ຈັດຕັ້ງກອງປະຊຸມປະກາດ, ຈໍາໜ່າຍປຶ້ມ “ມູນເຊື້ອການພົວພັນຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ”.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຕີລາຄາສູງ ແລະສົ່ງຈົດໝາຍຊົມເຊີຍເນື່ອງໃນໂອກາດຈໍາໜ່າຍປຶ້ມ.
ສອງເລຂາທິການໃຫຍ່ ລ້ວນແຕ່ຢ້ັງຢືນວ່າ: ປຶ້ມຫົວນີ້ ແມ່ນເອກະສານປະຫວັດສາດອັນລໍ້າຄ່າ, ປະກອບສ່ວນຍົກສູງຄວາມຮັບຮູ້ດ້ານການເມືອງ, ອາລົມຈິດ, ຄວາມຮັບຜິດຊອບ, ພັນທະຂອງປະຊາຊົນຫວຽດນາມ ແລະລາວ; ປະກອບສ່ວນຮັກສາ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນທັດສະນະ, ແນວທາງ, ແຜນນະໂຍບາຍຂອງສອງພັກ, ສອງລັດ ໃນການຮັກສາ, ປັບປຸງ ແລະເພີ່ມທະວີການພົວພັນຂອງສອງຊາດ ຢູ່ໃນປະຈຸບັນ ແລະອະນາຄົດ.
ໂດຍ: ໄຊນີດາ