ເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ
ກປ.ອອນໄລ - ວັນທີ 30 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ຕ໊ວນຮຸຍ |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຢ່າງແໜ້ນແຟ້ນໃນການປະສານງານ, ກວດກາ, ກະຕຸກຊຸກຍູ້ ແລະຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ຫວຽດນາມ-ລາວ ໃຫ້ມີປະສິດທິຜົນ; ການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ພິເສດແມ່ນໃນວຽກງານເປັນເສນາທິການສ້າງລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາ, ວຽກງານກະກຽມກອງປະຊຸມໃຫຍ່ຂອງແຕ່ລະພັກ, ປະກອບສ່ວນຍົກສູງຄຸນນະພາບການຄົ້ນຄວ້າ, ເປັນເສນາທິການຮັບໃຊ້ການນຳສອງພັກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ຕ໊ວນຮຸຍ |
ສ່ວນທ່ານ ທອງສະລິດ ມັງໜໍ່ເມກ ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທີ່ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳ, ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃໝ່ ແລະໃຫຍ່ຫຼວງກວ່າອີກໃນກິດຈະການປ່ຽນແປງໃໝ່, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດ.
ທ່ານ ທອງສະລິດ ມັງໜໍ່ເມກ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຢ່າງສຸດອົກສຸດໃຈ ແລະມີປະສິດທິຜົນຂອງຫວຽດນາມ ທີ່ມີຕໍ່ປະເທດລາວ ນັບແຕ່ກ່ອນມາຮອດປະຈຸບັນ; ຢືນຢັນວ່າ ໃນບໍ່ວ່າສະພາບການໃດ, ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ກໍ່ຈະມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະເພີ່ມພູນຄຸນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ