leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານ ກ່ຽວກັບສະພາບການຈັດແບ່ງຂັ້ນ. 

ຕອນຄ່ຳວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ກ່ຽວກັບສະພາບການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຕິດພັນກັບຮູບແບບຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຈິດໃຈ “ທ້ອງຖິ່ນຕັດສິນ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”; ການຈັດແບ່ງຂັ້ນ, ຈັດແບ່ງສິດ ໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ, ຍົກສູງກຳລັງຄວາມສາມາດປະຕິບັດ; ເພີ່ມທະວີລັກສະນະເປັນໄປໄດ້ຂອງທຸກຂັ້ນປະຕິບັດ; ພ້ອມກັນນັ້ນ ກໍ່ເພີ່ມທະວີການຕິດຕາມກວດກາ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຮອງນາຍົກລັດຖະມົນຕີຮັບຜິດຊອບ ຕ້ອງກວດກາຄືນໃໝ່, ຮັບປະກັນຊ້າສຸດບໍ່ໃຫ້ກາຍວັນທີ 15 ມິຖຸນາ ຕ້ອງປະກາດໃຊ້ດຳລັດ. ພາຍຫຼັງວັນທີ 15 ມິຖຸນາ, ເລືອກເອົາມື້ໜຶ່ງ ເພື່ອຈັດກອງປະຊຸມເຜີຍແຜ່ດຳລັດຂອງລັດຖະບານ ແລະຊ້າສຸດວັນທີ 18 ມິຖຸນາ ຕ້ອງສ້າງສຳເລັດຕາມການຊີ້ນຳຂອງກົມການເມືອງ.

ແຫຼ່ງຄັດຈາກ: vovworld.vn