ສະເໜີຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ ດຳລົງຕຳແໜ່ງຜູ້ພິພາກສາ ສານ ITLOS, ອາຍຸການ 2026 - 2035
ເລື່ອງເປັນຄັ້ງທຳອິດຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ມີຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ
    |
 |
ທ່ານ ຮສຈ.ປອ ນາງ ຫງວຽນທິລານແອັງ ກ່າວຄໍາເຫັນທີ່ເຫດການ. ພາບ: ກະຊວງການຕ່າງປະເທດ |
ວັນທີ 29 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມສະເໜີ ທ່ານ ຮສຈ.ປອ ນາງ ຫງວຽນທິລານແອັງ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ຮັບສະໝັກເລືອກຕັ້ງຂອງຫວຽດນາມ ດຳລົງຕຳແໜ່ງຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026 – 2035 ກັບຄະນະທູຕານຸທູດບັນດາປະເທດປະຈຳ ຮ່າໂນ້ຍ.
ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ, ເລື່ອງເປັນຄັ້ງທຳອິດຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ມີຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ ແລະຄຳໝັ້ນສັນຍາຂອງຫວຽດນາມ ກາຍເປັນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນເຂົ້າໃນວຽກງານລວມຂອງປະຊາຄົມສາກົນ. ການສະເໜີນີ້ ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ ກໍຄືຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະບົດບາດຂອງແມ່ຍິງໃນບັນດາລະບອບລະບຽບການສາກົນ.
ຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດ ໄດ້ຕີລາຄາສູງຄວາມຕັດສິນໃຈຮັບສະໝັກເລືອກຕັ້ງຂອງຫວຽດນາມ, ລະດັບວິຊາສະເພາະ, ບົດຮຽນຂອງຜູ້ສະໝັກເລືອກຕັ້ງຂອງຫວຽດນາມ ແລະ ອວຍພອນໃຫ້ຫວຽດນາມ ປະສົບຜົນສຳເລັດໃນການສະເໜີສຳຄັນດັ່ງກ່າວ.
ແຫຼ່ງຄັດຈາກ: vovworld.vn