ຫວຽດນາມ ຍົກອອກ 5 ຂໍ້ສະເໜີ ເພື່ອອາຊີສ້າງບາດກ້າວບຸກທະລຸ
ກປ.ອອນໄລ - ຕອນເຊົ້າວັນທີ 30 ພຶດສະພາ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະມີບົດກ່າວປາໄສສໍາຄັນທີ່ກອງປະຊຸມອະນາຄົດອາຊີ ຄັ້ງທີ 30 ດ້ວຍຫົວຂໍ້ວ່າ “ສິ່ງທ້າທາຍຂອງອາຊີ ໃນໂລກເຕັມໄປດ້ວຍການຜັນແປ” ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.
    |
 |
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມອະນາຄົດອາຊີ ຄັ້ງທີ 30. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ແລ້ວ: ໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ສະຫຼັບສັບຊ້ອນ ແລະຢືນຢັນວ່າຕໍ່ສິ່ງທ້າທາຍດັ່ງກ່າວ, ອາຊີ ຍັງມີບັນດາປັດໄຈ “ບ່ອນອີງ” ເພື່ອຜ່ານຜ່າຄວາມຫຍຸ້ງຍາກດັ່ງທີ່ປະຫວັດສາດໄດ້ພິສູດ.
ເພື່ອອາຊີສາມາດສ້າງບາດກ້າວບຸກທະລຸ, ກາຍເປັນກຳລັງໜູນຕົ້ນຕໍນຳພາການເຕີບໂຕເສດຖະກິດທົ່ວໂລກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເນັ້ນໜັກເຖິງ 5 ຂໍ້ສະເໜີທີ່ບັນດາປະເທດຄວນສົມທົບກັນຊຸກຍູ້ໃນໄລຍະຈະມາເຖິງ, ລວມມີ: ບຸກເບີກ “ເຮັດໃໝ່” ກົນໄກຮ່ວມມືຫຼາຍຝ່າຍ; ບຸກເບີກຊຸກຍູ້ການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ບຸກເບີກຊຸກຍູ້ການພັດທະນາກວມລວມ, ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ອັດຕະພາບ ແລະກຳລັງໜູນຂອງບັນດານະໂຍບາຍ; ບຸກເບີກສ້າງສັນຮູບແບບເສດຖະກິດໃໝ່, ພິເສດແມ່ນການຫັນເປັນສີຂຽວ ແລະຫັນເປັນດີຈີຕອນ; ບຸກເບີກໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະຄວາມເຄົາລົບເຊິ່ງກັນ ແລະກັນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອບຄໍາຖາມກ່ຽວກັບຜົນກະທົບຂອງນະໂຍບາຍພາສີຂອງອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນກັບອາເມລິກາ, ຕີລາຄາຜົນກະທົບຕໍ່ການສົ່ງອອກ, ດຶງດູດການລົງທຶນຈາກຕ່າງປະເທດ ແລະການບໍລິຫານເສດຖະກິດມະຫາພາກ; ເນັ້ນໜັກເຖິງທິດນຳທຸ່ນທ່ຽງ, ເປັນເຈົ້າການ, ມີໄຫວພິບ, ຕັ້ງໜ້າການເຈລະຈາດ້ານການຄ້າກັບອາເມລິກາ ຕາມທິດທີ່ມີປະໂຫຍດໃຫ້ທັງສອງຝ່າຍ; ຢືນຢັນວ່າ ຫວຽດນາມ ພວມມຸ່ງໄປເຖິງການສິ້ນສຸດການເຈລະຈາໃນໄລຍະໄວທີ່ສຸດດ້ວຍໝາກຜົນດີທີ່ສຸດ.
ໂດຍ: ເຈິ່ນຮວ່ຽນ