ໃນໄລຍະຢ້ຽມຢາມເວເນຊູເອລາ, ຄະນະ ໄດ້ເຂົ້າຮ່ວມບັນດາໂຄງການ ໂດຍສະພາເລືອກຕັ້ງແຫ່ງຊາດ ເວເນຊູເອລາ ຈັດຕັ້ງ; ໄດ້ເຮັດວຽກ ແລະລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງ VUFO ແລະສະຖາບັນ Simon Bolivar ເພື່ອສັນຕິພາບ ແລະສາມັກຄີລະຫວ່າງຊາດ (ISB); ເຂົ້າຢ້ຽມຂໍ່ານັບທ່ານ Yvan Gil Pinto ລັດຖະມົນຕີກະຊວງການຕ່າງປະເທດເວເນຊູເອລາ; ໄດ້ພົບປະ ແລະແລກປ່ຽນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເວເນຊູເອລາ - ຫວຽດນາມ; ພົບປະມິດຕະພາບກັບບັນດາສະມາຊິກໃນເຮືອນ ມິດຕະພາບເວເນຊູເອລາ - ຫວຽດນາມ,...

leftcenterrightdel
ທ່ານ ດົ່ງຮຸຍເກືອງ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະທ່ານນາງ Rosa Eekhout Gomez ປະທານສະຖາບັນ Simon Bolivar ເພື່ອສັນຕິພາບ ແລະສາມັກຄີລະຫວ່າງຊາດ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ 

ເມື່ອແລກປ່ຽນກັບຄະນະ, ທ່ານລັດຖະມົນຕີ Yvan Gil Pinto ເນັ້ນໜັກວ່າ, ປະທານາທິບໍດີ ແລະການນຳຂອງ ເວເນຊູເອລາ ມີຄວາມສົນໃຈ ແລະຖືເປັນສໍາຄັນການຮ່ວມມືລະຫວ່າງ VUFO ແລະ ISB. ທ່ານລັດຖະມົນຕີ Yvan Gil Pinto ຖືວ່າ ບັນດາອົງການ ຄື VUFO ແລະ ISB ຕ້ອງຕັ້ງໜ້າຊຸກຍູ້ ແລະເພີ່ມທະວີການພົວພັນໃນຊ່ອງທາງປະຊາຊົນ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ບັນດາວິສາຫະກິດ, ວົງການນັກຮຽນຮູ້, ແລກປ່ຽນນັກສຶກສາ... ລະຫວ່າງສອງປະເທດ.

ໂດຍ: ທະນາພອນ