ພົບປະສອງຝ່າຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ຫວຽດນາມ - ລາວ
ກປ.ອອນໄລ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ດົ່ງເຮີຍ, ແຂວງ ກວາງບິ່ງ, ກອງບັນຊາການທະຫານຊາຍແດນແຂວງ ກວາງບິ່ງ, ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ (ຫວຽດນາມ) ໄດ້ສົມທົບກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ຈັດຕັ້ງການພົບປະສອງຝ່າຍປະຈໍາປີ 2025.
ທ່ານພັນເອກພິເສດ ຈິ້ງແທງບິ່ງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ກວາງບິ່ງ; ທ່ານພັນເອກພິເສດ ບຸ່ຍຮົ່ງແທ່ງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ ແລະທ່ານພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄໍາມ່ວນ ເປັນປະທານຮ່ວມການພົບປະສອງຝ່າຍ.
ປີ 2024, ກໍາລັງປົກປັກຮັກສາຊາຍແດນຂອງສອງຝ່າຍ ໄດ້ຕັ້ງໜ້າສົມທົບກັນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນ ປະຕິບັດລະບຽບການຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນຢ່າງເຂັ້ມງວດ; ປະຕິບັດແຜນນະໂຍບາຍກ່ຽວກັບການເຂົ້າ-ອອກເມືອງ ໃຫ້ເປັນຢ່າງດີ. ບັນດາກົມກອງ ສົມທົບກັນຜັນຂະຫຍາຍວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງແໜ້ນແຟ້ນ, ຮັບປະກັນຄວາມປອດໄພ, ຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນ. ບັນດາຄ້າຍທະຫານຊາຍແດນຂອງສອງແຂວງກວາງບິ່ງ, ຮ່າຕິ້ງ ແລະບັນດາກອງຮ້ອຍທະຫານຊາຍແດນແຂວງຄໍາມ່ວນ ໄດ້ສົມທົບກັນລາດຕະເວນສອງຝ່າຍ, ພົບປະຢູ່ຊາຍແດນ 13 ຄັ້ງ ໂດຍ ມີພະນັກງານ, ນັກຮົບ 139 ເທື່ອຄົນເຂົ້າຮ່ວມ.
    |
 |
ການນຳ 3 ກົມກອງລົງນາມໃນບົດບັນທຶກການພົບປະສອງຝ່າຍປີ 2025. ພາບ: ຮ່ວາຍນາມ |
ເພື່ອປະຕິບັດໜ້າທີ່ໃນໄລຍະຈະມາເຖິງ, ບັນດາຝ່າຍ ໄດ້ປຶກສາຫາລື, ປະກອບຄຳເຫັນ ແລະເຫັນດີເປັນເອກະພາບລົງນາມໃນບົດບັນທຶກການພົບປະສອງຝ່າຍປີ 2025 ດ້ວຍ 10 ເນື້ອໃນພື້ນຖານ. ໃນນັ້ນ ສຸມໃສ່ຍົກສູງວຽກງານກຳແໜ້ນສະພາບການພາຍໃນ ແລະນອກຊາຍແດນ; ເປັນເຈົ້າການຄົ້ນພົບບັນດາການເຄື່ອນໄຫວທີ່ກ່ຽວຂ້ອງແຕ່ຫົວທີ່; ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ສົມທົບກັນແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງມີປະສິດທິຜົນ; ທະຫານຊາຍແດນແຂວງກວາງບິ່ງ ຮັບ ແລະຝຶກອົບຮົມວຽກງານປົກປັກຮັກສາຊາຍແດນໃຫ້ພະນັກງານຂອງກອງບັນຊາການທະຫານແຂວງຄໍາມ່ວນ; ສົມທົບກັນຈັດຕັ້ງການຝຶກຊ້ອມຮ່ວມປ້ອງກັນ, ຕ້ານອາດຊະຍາກຳຢູ່ຊາຍແດນ; ທະຫານຊາຍແດນແຂວງຮ່າຕິ້ງ ສົມທົບກັບກອງບັນຊາການທະຫານແຂວງຄໍາມ່ວນ ຊີ້ນໍາບັນດາຄ້າຍທະຫານຊາຍແດນ ເຊັນສັນຍາແຮກສ່ຽວກັບກອງຮ້ອຍການທະຫານຊາຍແດນ 311; ເຫັນດີເປັນເອກະພາບຈັດຕັ້ງການພົບປະສອງຝ່າຍໃນປີ 2026 ຢູ່ແຂວງ ຮ່າຕິ້ງ.
ໂດຍ: ຈາງຫງວຽນ