ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງຢູ່ເມືອງອານຸວົງ ແລະເມືອງທ່າໂທມ ມີມູນຄ່າລົງທຶນເກືອບ 159,3 ຕື້ດົ່ງ, ໃນນັ້ນ, ທຶນໜູນຊ່ວຍຂອງລັດຖະບານຫວຽດນາມ ເກືອບ 157,3 ຕື້ດົ່ງ; ທຶນຂອງລາວແມ່ນ 2 ຕື້ດົ່ງ. ເຈົ້າຂອງໂຄງການກໍ່ສ້າງແມ່ນກອງບັນຊາການທະຫານເຂດ 4 / ກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະກໍາມະການປະຊາຊົນແຂວງໄຊສົມບູນ; ກົມກອງທີ່ລົງມືກໍ່ສ້າງໂດຍກົງ ແມ່ນບໍລິສັດກໍ່ສ້າງ COECCO ລາວຈຳກັດຜູ້ດຽວ, ຂຶ້ນກັບບໍລິສັດໃຫຍ່ຮ່ວມມືເສດຖະກິດ (ທະຫານເຂດ 4). ໂຄງການດັ່ງກ່າວລວມມີກິດຈະກໍາຍ່ອຍເຊັ່ນ: ລະບົບເຂື່ອນຫຼັກ 4 ແຫ່ງ ແລະສໍາຮອງຢູ່ 4 ບ້ານ; ກໍ່ສ້າງ ແລະຕິດຕັ້ງລະບົບຍົກລະດັບນ້ຳ, ເອົານ້ຳຈາກແມ່ນ້ຳຂອງ; ວາວແບ່ງນ້ຳ, ຄອງຮັບນ້ຳ, ທໍ່ສົ່ງນ້ຳ, ທໍ່ລະບາຍນ້ຳ, ຄອງເໝືອງຮັບນ້ຳ... ຄອງເໝືອງມີລວງຍາວ 30 ກິໂລແມັດ, ຮັບໃຊ້ການເອົານ້ຳເຂົ້າທົ່ງນານັບຮ້ອຍເຮັກຕາ.

ສະຫາຍ ຟານຮົ່ງເຊີນ, ຜູ້ອໍານວຍການບໍລິສັດກໍ່ສ້າງ COECCO ລາວຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: “ລະບົບຊົນລະປະທານໄດ້ຮັບການຜັນຂະຫຍາຍກໍ່ສ້າງມາແຕ່ທ້າຍປີ 2022. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການລົງມືກໍ່ສ້າງ, ຄື: ສະພາບດິນຟ້າອາກາດຮ້າຍແຮງ, ພູມສັນຖານເຂດພູດອຍທຸລະກັນດານ, ການສັນຈອນໄປມາຫຍຸ້ງຍາກ, ດິນແຂງ, ລະດູຝົນແກ່ຍາວເຮັດໃຫ້ການກໍ່ສ້າງຂາດວັກດຂາດຕອນ ຍ້ອນດິນເຈື່ອນ... ແຕ່ດ້ວຍຄວາມມານະພະຍາຍາມລວມ, ມີຄວາມຕັດສິນໃຈສູງແຕ່ທັງໝົດເຫຼົ່ານັ້ນລ້ວນແຕ່ມີເຈດຈຳນົງອັນດຽວເພື່ອນໍ້າເຂົ້າທົ່ງນາ. ເພາະສະນັ້ນ, ຮອດເດືອນພຶດສະພາ ປີ 2024, ໂຄງການດັ່ງກ່າວໄດ້ກໍ່ສ້າງສຳເລັດກ່ອນເວລາກຳນົດ 7 ເດືອນ, ຮັບປະກັນຄຸນນະພາບຖືກຕາມການອອກແບບ”.

ເມື່ອເຫັນນ້ຳໄຫຼຖ້ວມຢູ່ທົ່ງນາ, ປະຊາຊົນທ້ອງຖິ່ນບໍ່ສາມາດປິດບັງຄວາມດີໃຈໄດ້. ທ້າວ ດູລໍ ເຢຍປາວ ຢູ່ເມືອງທ່າໂທມ ໃຫ້ຮູ້ວ່າ: “ໃນເມື່ອກ່ອນ, ເມື່ອລະດູແລ້ງມາຮອດ, ທົ່ງນາຂາດນ້ຳ, ເຂົ້າ ແລະຜະລິດຕະພັນກະເສດບໍ່ຂະຫຍາຍຕົວ, ຜົນຜະລິດຕໍ່າ, ດຽວນີ້ນ້ຳເຂົ້າຮອດທົ່ງນາແລ້ວ, ພໍ່ແມ່ປະຊາຊົນມີຄວາມດີໃຈຫຼາຍ. ປີນີ້, ຜົນຜະລິດໄດ້ດີແນ່ນອນ”. ທ້າວ ພໍໄພ ຢູ່ເມືອງອານຸວົງ ແບ່ງປັນວ່າ: “ໃນເມື່ອກ່ອນຍ້ອນຂາດນ້ຳ, ພວກຂ້າພະເຈົ້າ ຈຶ່ງປູກພືດໄດ້ແຕ່ລະດູດຽວ. ຫຼາຍປີມາແລ້ວ, ປະຊາຊົນພຽງແຕ່ຫວັງວ່າ ຈະມີວັນໃດວັນໜຶ່ງທີ່ທົ່ງນາຈະບໍ່ແຫ້ງແລ້ງອີກຕໍ່ໄປ. ປະຈຸບັນມີນ້ຳແລ້ວ, ພວກຂ້າພະເຈົ້າສາມາດປູກເຂົ້າ 2 ລະດູ ແລະ ພືດຜັກໄດ້ 3-4 ລະດູ. ນີ້ແມ່ນຄວາມເບີກບານມ່ວນຊື່ນຂອງພໍ່ແມ່ປະຊາຊົນ.”

leftcenterrightdel
ຜູ້ຕາງໜ້າທະຫານເຂດ 4 (ກອງທັບປະຊາຊົນຫວຽດນາມ) ແລະແຂວງໄຊສົມບູນ (ລາວ) ລົງກວດກາໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານແດນມີໄຊ, ເມືອງທ່າໂທມ. ພາບ:  ຮ່ວາງຖ໊າຍ

ການເປີດນໍາໃຊ້ ແລະມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງອານຸວົງ ແລະເມືອງທ່າໂທມ  ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງປະຊາຊົນທີ່ຢູ່ໃນເຂດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳທຸກຂັ້ນຂອງສອງປະເທດໃນການຊຸກຍູ້ສະຖຽນລະພາບ ແລະການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງໄຊສົມບູນ. ພ້ອມກັນນັ້ນ, ຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ, ຄະນະກຳມະການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳລະຫວ່າງສອງປະເທດ. ໂຄງການກໍ່ສ້າງຊົນລະປະທານບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນ ແລະທີ່ດິນກະສິກຳຫຼາຍຮ້ອຍເຮັກຕາຫຼຸດພົ້ນອອກຈາກການຂາດນ້ຳເທົ່ານັ້ນ ຫາກຍັງເປີດກາລະໂອກາດໃຫ້ແກ່ການພັດທະນາຂອງດິນແດນແຂວງໄຊສົມບູນ ອີກດ້ວຍ. ທ່ານ ວຽງຊັນ ຈັນທາ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ ເນັ້ນໜັກວ່າ: “ເລື່ອງນໍາເຂົ້າຂຸດຄົ້ນ ແລະນຳໃຊ້ໂຄງການກໍ່ສ້າງຊົນລະປະທານບໍ່ພຽງແຕ່ຮັບໃຊ້ໃນຂົງເຂດຜະລິດກະສິກຳຢູ່ເມືອງອະນຸວົງ ແລະ ທ່າໂທມ ຢ່າງທັນການເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງຊີວິດການເປັນຢູ່, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງສະພາບແວດລ້ອມດ້ານນິເວດຕາມທິດຕັ້ງໜ້າອີກດ້ວຍ. ພວກຂ້າພະເຈົ້າ ຂໍຂອບໃຈມາຍັງພັກ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງຍາມໃດກໍ່ຮ່ວມມື, ໃຫ້ການໜູນຊ່ວຍຮອບດ້ານແກ່ລາວ, ພິເສດແມ່ນການໜູນຊ່ວຍຂອງທະຫານເຂດ 4 ແລະບໍລິສັດໃຫຍ່ຮ່ວມມືເສດຖະກິດໃນການກໍ່ສ້າງພື້ນຖານໂຄງລ່າງ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຊ່ວຍໃຫ້ທ້ອງຖິ່ນປ້ອງກັນ, ຕ້ານໄພທຳມະຊາດ ແລະໂລກລະບາດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ”.

ໂຄງການກໍ່ສ້າງຊົນລະປະທານ ໄດ້ນໍາເອົານໍ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຂອງປະເທດເພື່ອນລາວ ບໍ່ພຽງແຕ່ເປັນແຫຼ່ງຊີວິດຂອງນັບຮ້ອຍຄອບຄົວເທົ່ານັ້ນ, ຫາກຍັງເປັນສັນຍາລັກຂອງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຍືນຍົງລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ. ກະແສນ້ຳທີ່ໄຫຼຜ່ານທົ່ງນາໄຊສົມບູນ ຍັງເປັນກະແສແຫ່ງນໍ້າໃຈມິດຕະພາບ, ເພີ່ມກຳລັງແຮງໃຫ້ການຮ່ວມມືພັດທະນາແບບຍືນຍົງລະຫວ່າງສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງອີກດ້ວຍ.

ໂດຍ: ທູຈາງ