ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ
ກປ.ອອນໄລ - ໃນລະຫວ່າງວັນທີ 28-30 ພຶດສະພາ, ຢູ່ນະຄອນ Perm, ສະຫະພັນ ລັດເຊຍ, ໄດ້ດໍາເນີນກອງປະຊຸມຄັ້ງທີ 43 ຂອງຄະນະປະຈໍາກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ແລະກອງປະຊຸມຄວາມໝັ້ນຄົງ ອາຊີ-ເອີລົບ. ຄະນະຜູ້ແທນພັກກອມມູນິດຫວຽດນາມ ນໍາໂດຍທ່ານ ໂງເລວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມບັນດາເຫດການ.
ກອງປະຊຸມຄະນະປະຈໍາ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024); ປຶກສາຫາລືແຜນການຮ່ວມມືນັບແຕ່ນີ້ຮອດທ້າຍປີ 2025 ແລະທິດທາງຜັນຂະຫຍາຍບັນດາຈຸດສຸມໃຫຍ່ຂອງ ICAPP ໃນໄລຍະຈະມາເຖິງ.
    |
 |
ກອງປະຊຸມ ຄັ້ງທີ 43 ຂອງຄະນະປະຈໍາກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP). ພາບ: ກະຊວງການຕ່າງປະເທດ |
ທີ່ກອງປະຊຸມ, ທ່ານ ໂງເລວັນ ຕີລາຄາສູງຄວາມມານະພະຍາຍາມຂອງຄະນະປະຈໍາ ICAPP ໃນການຮັກສາບັນດາການເຄື່ອນໄຫວຂອງອົງການ, ຊົມເຊີຍການເຄື່ອນໄຫວ ICAPP ນັບມື້ນັບມີຫຼາຍຮູບຫຼາຍແບບໃນສະພາບພູມສາດການເມືອງຢູ່ພາກພື້ນ ແລະໃນໂລກນັບມື້ນັບມີການຜັນແປທີ່ສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ທ່ານ ໂງເລວັນ ໄດ້ສະເໜີບາງທິດທາງແນໃສ່ເພີ່ມທະວີບົດບາດຂອງຄະນະປະຈໍາ ICAPP ແລະໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ກ່າວຄໍາເຫັນທີ່ກອງປະຊຸມຄວາມໝັ້ນຄົງ ອາຊີ-ເອີລົບ ໂດຍພັກປະເທດລັດເຊຍ ເອກະພາບຈັດຕັ້ງ, ທ່ານ ໂງເລວັນ ໄດ້ຮຽກຮ້ອງການເຈລະຈາເພື່ອຄວາມໝັ້ນຄົງ, ສະຖຽນລະພາບ, ວັດທະນະຖາວອນ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ; ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະບົດບາດຂອງກົດໝາຍສາກົນ.
ໂດຍ: ເຈິ່ນຮວ່ຽນ