ໃນໄລຍະຜ່ານມາ, ກໍາລັງປົກປັກຮັກສາຊາຍແດນສອງຝ່າຍຍາມໃດກໍ່ສາມັກຄີ, ຕ້ັງໜ້າສົມທົບກັນຖືກຕາມສັນຍາກ່ຽວກັບຊາຍແດນ, ດ່ານຊາຍແດນທີ່ໄດ້ລັັດຖະບານສອງປະເທດໄດ້ລົງນາມ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຂອງປະຊາຊົນສອງຟາກຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນແທງຫຼວງ ແລະກອງຮ້ອຍທະຫານຊາຍແດນ 119 ມອບ-ຮັບບົດບັນທຶກກົດລະບຽບການແຮກສ່ຽວ. ພາບ: qdnd.vn
leftcenterrightdel
ຄ້າຍທະຫານຊາຍແດນປະເທີມ ແລະກອງຮ້ອຍທະຫານຊາຍແດນ 119 ເຊັນກົດລະບຽບການແຮກສ່ຽວ. ພາບ: qdnd.vn
leftcenterrightdel
ກອງບັນຊາການທະການຊາຍແດນແຂວງດ້ຽນບຽນ ມອບຂອງຂວັນທີ່ລະນຶກໃຫ້ແກ່ກອງບັນຊາການທະຫານຊາຍແດນແຂວງຜົ້ງສາລີ. ພາບ: qdnd.vn

ສອງຝ່າຍໄດ້ລົງນາມປະຕິບັດລະບຽບການແຮກສ່ຽວລວມມີບັນດາເນື້ອໃນ, ຄື: ແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ສະພາບການເຂດຊາຍແດນຢ່າງເປັນປະຈໍາ; ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນດາເປົ້າໝາຍຂ້າມຊາຍແດນ, ເຂົ້າ-ອອກເມືອງຜິດກົດໝາຍ, ການອົບພະຍົບເສລີ ແລະການເຄື່ອນໄຫວຂອງອາດຊະຍະກໍາຂ້າມຊາຍແດນ.

ສອງຝ່າຍໄດ້ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນວິຊາການກ່ຽວກັບວຽກງານປ້ອງກັນຊາຍແດນ, ການຮ່ວມມືຕ້ານອາດຊະຍະກໍາ: ການເຄື່ອນໄຫວສວຍໃຊ້ຊົນຊາດ, ສາສະໜາ ເພື່ອແບ່ງແຍກຄວາມສາມັກຄີລະຫວ່າງຫວຽດນາມ-ລາວ; ຊື້ຂາຍ, ຂົນສ່ົງ, ເກັບໂຮມສະສົມທາດຢາເສບຕິດ, ອາວຸດຢ່າງຜິດກົດໝາຍ...

ສອງຝ່າຍສ້າງເງື່ອນສະດວກເພື່ອຊ່ວຍກັນທາງດ້ານຈິດໃຈ ແລະວັດຖຸໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ເພີ່ມທະວີການພົບປະແລກປ່ຽນ, ຢື້ຢາມຖາມຂ່າວເນື່ອງໃນໂອກາດບັວັນບຸນ, ບຸນເຕັດ, ວັນສະເຫຼີມສະຫຼອງສໍາຄັນຂອງສອງຊາດ, ວັນສ້າງຕັ້ງກໍາລັງສອງຝ່າຍ. ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາກາຍະກໍາ...

ໂດຍ: ເກື່ອງດັ້ງ