ເປັນປະທານກອງປະຊຸມ ມີສະຫາຍ ເຈິ່ນເກິ໋ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຊີ້ນຳ; ສະຫາຍ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາສູນກາງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ທູຮ່າ

ສໍາລັບພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະນະຄອນຮ່າໂນ້ຍ ພວມຕັ້ງໜ້າຜັນຂະຫຍາຍ, ປັບປຸງບັນດາແຜນຮ່າງ, ແຜນການສະເຫຼີມສະຫຼອງ ໃຫ້ສົມບູນແບບ ແລະກະກຽມເງື່ອນໄຂທີ່ຈຳເປັນເພື່ອຈັດຕັ້ງການເຄື່ອນໄຫວ ຮັບປະກັນຄວາມຄືບໜ້າທີ່ວາງອອກ.

ສະຫຼຸບກອງປະຊຸມ, ສະຫາຍ ເຈິ່ນເກິ໋ມຕູ໊ ໄດ້ຕີລາຄາສູງຄວາມຮັບຜິດຊອບ ແລະການກະກຽມຢ່າງລະອຽດລະອໍຂອງບັນດາທ້ອງຖິ່ນ, ກະຊວງ, ຂະແໜງການໃນການສ້າງແຜນຮ່າງ, ແຜນການ; ສະເໜີຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ປັບປຸງແຜນຮ່າງສັງລວມໃນເຄິ່ງຕົ້ນເດືອນມິຖຸນາ ໃຫ້ສົມບູນແບບ ເພື່ອຜັນຂະຫຍາຍປະຕິບັດ; ສົມທົບກັນປະຕິບັດການວາງສະແດງຮູບພາບບັນດາຜົນງານ 80 ປີແຫ່ງວັນສະຖາປະນາປະເທດ ແລະ 40 ປີແຫ່ງປ່ຽນແປງໃໝ່; ຈັດຕັ້ງການເຄື່ອນໄຫວສື່ສານ, ໂຄສະນາເຜີຍແຜ່ການສະເຫຼີມສະຫຼອງ… ກະຊວງປ້ອງກັນປະເທດ ປັບປຸງໃຫ້ສົມບູນແບບ, ປະກາດໃຊ້ແຜນຮ່າງສວນສະໜາມ, ເດີນຂະບວນ ແລະເປັນປະທານ, ສົມທົບກັບກະຊວງຕໍາຫຼວດ,  ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແບ່ງວຽກຈັດຕັ້ງປະຕິບັດ, ກະກຽມເນື້ອໃນເດີນຂະບວນຢ່າງລະອຽດລະອໍ, ຈັດຕັ້ງການຝຶກແອບໃຫ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ