leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ ຊີ້ແຈ້ງວ່າ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແມ່ນອົງການຍຸດທະສາດ, ສູນຊີ້ນຳວຽກງານພັກ, ວຽກງານການເມືອງໃນທົ່ວກອງທັບ. ສະນັ້ນ, ການຫັນເປັນດີຈີຕອນ ແລະປ່ຽນແປງໃໝ່ປະດິດສ້າງໃນຂົງເຂດການເມືອງ, ແນວຄິດ, ການຈັດຕັ້ງ, ພະນັກງານ, ໂຄສະນາອົບຮົມ, ຂົນຂວາຍປະຊາຊົນ, ປ້ອງກັນການເມືອງພາຍໃນ... ມີຄວາມໝາຍຕັດສິນເຖິງການຮັກສາພາລະໜ້າທີ່ສໍາຄັນຂອງພັກນຳພາເດັດຂາດ, ໂດຍກົງ ແລະຮອບດ້ານຕໍ່ກອງທັບ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ແລະບັນດາຜູ້ແທນທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ ການຫັນເປັນດີຈີຕອນໃນວຽກງານພັກ, ວຽກງານການເມືອງ ບໍ່ພຽງແຕ່ແມ່ນການນຳໃຊ້ເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນການປ່ຽນແປງໃໝ່ຈິນຕະນາການນຳພາ, ວິທີການຈັດຕັ້ງ, ວິທີການບໍລິຫານ, ກໍາໄດ້, ວິເຄາະ ແລະແກ້ໄຂຂໍ້ມູນຂ່າວສານການເມືອງ; ຍົກສູງປະສິດທິຜົນວຽກງານສຶກສາແນວຄິດ, ການຄຸ້ມຄອງພະນັກງານ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ; ສ້າງລະບົບນິເວດການຄຸ້ມຄອງການເມືອງອັດສະລິຍະ, ເຊື່ອມຕໍ່ກັນ-ຮັກສາຄວາມລັບ-ເປັນເຈົ້າການ.

leftcenterrightdel
ທ່ານພົນຈັດຕະວາ, ຮສຈ.ປອ ຫງວຽນຕຸ່ງຮຶງ ຮອງຜູ້ບັນຊາການກອງບັນຊາການ 86 ນໍາສະເໜີຫົວຂໍ້ທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ກອງປະຊຸມຈັດຕັ້ງແບບເຊິ່ງໜ້າ ແລະທາງໄກ. ພາບ: qdnd.vn

ເພື່ອໃຫ້ກອງປະຊຸມຝຶກອົບຮົມບັນລຸປະສິດທິຜົນທີ່ແທດຈິງ, ທ່ານພົນໂທ ຈິ້ງວັນກວຽດ ຮຽກຮ້ອງໃຫ້ຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານຄຸ້ມຄອງຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ການປະຕິບັດວຽກງານຫັນເປັນດີຈີຕອນແມ່ນຄວາມຮັບຜິດຊອບດ້ານການເມືອງຂອງທົ່ວກອງທັບ, ໃນນັ້ນພະນັກງານການເມືອງຕ້ອງເປັນຜູ້ລິເລີ່ມປ່ຽນແປງໃໝ່ ແລະນໍາໜ້າໃນການຈັດຕັ້ງປະຕິບັດ... ຄຽງຄູ່ກັນນັ້ນ, ຈັດຕັ້ງບັນດາຊຸດບໍາລຸງສ້າງ, ຝຶກອົບຮົມລົງເລິກ; ກໍ່ສ້າງຖັນແຖວຊ່ຽວຊານດ້ານເຕັກໂນໂລຊີໃນຂະແໜງການເມືອງ; ສ້າງເງື່ອນໄຂເພື່ອໃຫ້ພະນັກງານການເມືອງຮຽນຮູ້, ອັບເດດເຕັກໂນໂລຊີໃໝ່, ຍົກສູງກໍາລັງຄວາມສາມາດດ້ານຈິນຕະນາການດີຈີຕອນ, ການນຳພາດີຈີຕອນ ແລະການບໍລິຫານປ່ຽນແປງໃໝ່.

leftcenterrightdel
ບັນຍາກາດກອງປະຊຸມຢູ່ທີ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ. ພາບ: qdnd.vn

ຕາມແຜນການ, ກອງປະຊຸມຈະດຳເນີນເປັນເວລາ 3 ວັນ, ຢູ່ 11 ແຫ່ງ ໂດຍມີພະນັກງານ, ລັດຖະກອນ, ນັກຮົບຂອງບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ການເມືອງ ເຂົ້າຮ່ວມ 100%. ໃນໄລຍະຝຶກອົບຮົມ, ບັນດາຜູ້ແທນຈະໄດ້ຮັບຟັງການນໍາສະເໜີ 4 ຫົວຂໍ້ກ່ຽວກັບຂະບວນການ “ປະຊາສຶກສາດີຈີຕອນ”; ບາງບັນຫາພື້ນຖານກ່ຽວກັບການຫັນເປັນດີຈີຕອນ, ຄວາມຮັບຜິດຊອບຂອງການຈັດຕັ້ງ, ບຸກຄົນໃນການປະຕິບັດການຫັນເປັນດີຈີຕອນໃນກອງທັບໃນປັດຈຸບັນ; ບັນດາໜ້າທີ່ຈຸດສຸມກ່ຽວກັບການຫັນເປັນດີຈີຕອນໃນອົງການກົມໃຫຍ່ການເມືອງ; ແນະນຳກ່ຽວກັບການນຳໃຊ້ແອັບ, ຊອບແວທີ່ໃຊ້ຮ່ວມກັນໃນກະຊວງປ້ອງກັນປະເທດ ກໍຄືບັນຫາກ່ຽວກັບການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງໄຊເບີ.

ໂດຍ: ໄຊຊະນະ