ວາລະປະຊຸມຄັ້ງນີ້ໂດຍທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ, ປະທານອາຊຽນ 2025 ເປັນປະທານ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງທີ່ມາຈາກບັນດາປະເທດສະມາຊິກອາຊຽນ, ທ່ານ Xanana Gusmao ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ ແລະທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ.
ຫວຽດນາມ ສະເໜີ 3 ຈຸດສຸມການຮ່ວມມືອາຊຽນ
ທີ່ວາລະປະຊຸມ, ການນຳບັນດາປະເທດສະແດງຄວາມສະໜັບສະໜູນຫົວຂໍ້ການຮ່ວມມື “ກວມລວມ ແລະຍືນຍົງ” ທີ່ມີລັກສະນະສົດໆຮ້ອນໆ, ສະແດງໃຫ້ເຫັນຄວາມຕ້ອງການອັນຮີບດ່ວນຂອງອາຊຽນ ໃນການຊຸກຍູ້ການພັດທະນາຢ່າງສະໝ່ຳສະເໝີກັນ, ເປັນເຈົ້າຕົນເອງ, ສາມັກຄີ ແລະພ້ອມກັບຮັບມືກັບສິ່ງທ້າທາຍລວມຢ່າງມີປະສິດທິຜົນ. ເພື່ອຮັກສາຜົນງານທີ່ບັນລຸໄດ້ໃນສະພາບການທົ່ວໂລກທີ່ມີການຜັນແປຫຼາຍຢ່າງ, ອາຊຽນ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນພາຍໃນ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍຕາມກົດລະບຽບ, ນຳໃຊ້ສັນຍາການຄ້າທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເປີດກວ້າງການຮ່ວມສໍາພັນ ແລະການເຊື່ອມຕໍ່, ເປັນເຈົ້າການຊັກຈູງ ແລະສ້າງອະນາຄົດຂອງພາກພື້ນໂດຍຜ່ານບັນດາຂອບເຂດ, ຂໍ້ລິເລີ່ມ...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46. ພາບ: ສໍານັກຂ່າວສານຫວຽດນາມ |
ບົນຈິດໃຈນັ້ນ, ການນຳບັນດາປະເທດອາຊຽນ ໄດ້ເຫັນດີຮັບຮອງເອົາຖະແຫຼງການ Kuala Lumpur ກ່ຽວກັບ “ອາຊຽນ 2045: ອະນາຄົດລວມຂອງພວກເຮົາ”, ວິໄສທັດປະຊາຄົມອາຊຽນ 2045 ແລະຍຸດທະສາດດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການເຊື່ອມຕໍ່, ສ້າງພື້ນຖານຍຸດທະສາດໃຫ້ແກ່ການຮ່ວມມື ແລະການຮ່ວມສໍາພັນຂອງອາຊຽນ ໃນທົດສະວັດຕໍ່ໄປ. ການນຳບັນດາປະເທດອາຊຽນ ຍັງເຫັນດີຮັບຮອງເອົາປະເທດ ຕີມໍ ແລັດສະເຕ ເຂົ້າເປັນປະເທດສະມາຊິກທີ 11 ຂອງອາຊຽນ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນເດືອນຕຸລາ 2025 ແລະມອບໃຫ້ບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງເພື່ອເຈລະຈາເອກະສານກ່ຽວກັບການເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍ ແລັດສະເຕ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ໂລກໄດ້ເປັນສັກຂີພິຍານການປ່ຽນແປງໃໝ່ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເຮັດໃຫ້ທ່າອ່ຽງຂອງການແບ່ງແຍກທາງດ້ານການເມືອງ, ການແບ່ງແຍກທາງດ້ານເສດຖະກິດ, ການແຕກແຍກຂອງລະບອບລະບຽບການ ແລະການພັດທະນາທີ່ແຕກຕ່າງກັນ. ສະພາບການທີ່ມີສິ່ງທ້າທາຍນັ້ນ ຮຽກຮ້ອງໃຫ້ອາຊຽນ ຕ້ອງເສີມຂະຫຍາຍ “5 ເພີ່ມເຕີມ” ຢ່າງແຂງແຮງ, ຄື: ສາມັກຄີກວ່າເພື່ອສ້າງກຳລັງແຮງລວມໝູ່, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອກໍາແໜ້ນຊາຕາກຳຂອງຕົນ, ເປັນເຈົ້າການກວ່າເພື່ອໃຫ້ອາຊຽນ ຍາມໃດກໍ່ເປັນຊາຍຄາລວມຂອງສະມາຊິກທັງໝົດ ແລະຍືນຍົງກວ່າເພື່ອອະນາຄົດຂອງຄົນລຸ້ນຫຼັງ.
ອາຊຽນ ຢຶດໝັ້ນເສັ້ນທາງແຫ່ງການເຈລະຈາ, ຮ່ວມມື, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ວັນທີ 26 ພຶດສະພາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນຳບັນດາປະເທດອາຊຽນ ແລະ ຕີມໍ ແລັດສະເຕ ໄດ້ເຂົ້າຮ່ວມວາລະປະຊຸມວົງແຄບ ເພື່ອປຶກສາຫາລືບັນດາບັນຫາສາກົນ ແລະພາກພື້ນ. ໃນສະພາບການນັ້ນ, ອາຊຽນ ຍິ່ງຕ້ອງເພີ່ມທະວີຄວາມສາມັກຄີ, ຢືນຢັນຄຸນຄ່າຂອງການເຈລະຈາ, ການຮ່ວມມື ແລະລັດທິຫຼາຍຝ່າຍ, ຍົກສູງການເປັນເຈົ້າຕົນເອງດ້ານຍຸດທະສາດ, ເສີມຂະຫຍາຍສຽງເວົ້າລວມຢ່າງແຮງ, ປະກອບສ່ວນຢ່າງຕັ້ງໜ້າ ແລະປະກອບສ່ວນເຂົ້າໃນວິວັດທະນາການທົ່ວໂລກ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: ອາຊຽນ ຕ້ອງຢຶດໝັ້ນເສັ້ນທາງແຫ່ງການເຈລະຈາຢ່າງສະເໝີຕົ້ນສະເໝີປາຍແທນການປະເຊີນໜ້າ, ການຮ່ວມມືແທນການແກ່ງແຍ້ງ, ຄວາມສາມັກຄີແທນການແບ່ງແຍກ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງແທນການຂຶ້ນກັບ. ກວ່າອີກ, ອາຊຽນ ຕ້ອງປັບປຸງຄວາມສາມັກຄີພາຍໃນ, ເສີມຂະຫຍາຍບົດບາດໃຈກາງຂອງຕົນ, ຮັກສາການພົວພັນທີ່ສົມດູນກັບບັນດາປະເທດໃຫຍ່ ໂດຍນຳໃຊ້ກົນໄກທີ່ມີຢູ່ແລ້ວຂອງ ອາຊຽນ ຢ່າງມີປະສິດທິຜົນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະບັນດາການນຳໄດ້ລົງນາມໃນຖະແຫຼງການ Kuala Lumpur ກ່ຽວກັບ “ອາຊຽນ 2045: ອະນາຄົດລວມຂອງພວກເຮົາ”. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກອີກວ່າ ອາຊຽນ ຕ້ອງມານະພະຍາຍາມກວ່າອີກ ເພື່ອຢັ້ງຢືນບົດບາດໃຈກາງໃນບັນຫາທະເລຕາເວັນອອກ - ແມ່ນບັນຫາກ່ຽວຂ້ອງໂດຍກົງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມສະຖຽນລະພາບຢູ່ພາກພື້ນ; ສະເໜີໃຫ້ ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ ແລະຫຼັກໝັ້ນຫຼັກການໃນບັນຫາທະເລຕາເວັນອອກ.
* ໃນວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນຳບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມວາລະເຈລະຈາກັບຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA); ວາລະເຈລະຈາກັບຊາວໜຸ່ມອາຊຽນ ແລະສະພາທີ່ປຶກສາດໍາເນີນທຸລະກິດອາຊຽນ (ASEAN-BAC).
ຫວຽດນາມ ແລະມາເລເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງ
ຕອນບ່າຍວັນທີ 26 ພຶດສະພາ, ທີ່ນະຄອນຫຼວງກົວລາລຳເປີ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະ, ແລກປ່ຽນກັບທ່ານ Mohd Yani Bin Daud, ຮອງເລຂາທິການໃຫຍ່ປ້ອງກັນປະເທດມາເລເຊຍ ແລະທ່ານພົນເອກ Datuk Muhammad Hafizuddeain bin Jantan, ຜູ້ບັນຊາການທະຫານບົກມາເລເຊຍ.
    |
 |
ທ່ານພົນໂທ ຮວ່າງຊວນຈຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Mohd Yani Bin Daud ຮອງເລຂາທິການໃຫຍ່ປ້ອງກັນປະເທດມາເລເຊຍ. ພາບ: qdnd.vn |
* ທີ່ການພົບປະກັບທ່ານ Mohd Yani Bin Daud, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບຮອບດ້ານ, ແທດຈິງ; ຫວັງວ່າ ກະຊວງປ້ອງກັນປະເທດມາເລເຊຍ ຈະສະໜັບສະໜູນການລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານສອງປະເທດກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະການຊອກຫາກູ້ໄພຢູ່ທະເລ, ລົງນາມໃນຂໍ້ຕົກລົງສ້າງກົນໄກລາດຕະເວນຮ່ວມຢູ່ທະເລ ແລະຊ່ອງທາງສື່ສານລະຫວ່າງທະຫານເຮືອສອງປະເທດໂດຍໄວ, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ປະຕິບັດກົດໝາຍ, ຊ່ວຍເຫຼືອກຳປັ່ນຫາປາ ແລະຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທະເລ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ; ສະເໜີໃຫ້ກະຊວງປ້ອງກັນປະເທດມາເລເຊຍ ຄົ້ນຄວ້າຄວາມສາມາດບົ່ມຊ້ອນຮ່ວມມື, ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
* ທີ່ການພົບປະກັບທ່ານພົນເອກ Datuk Muhammad Hafizuddeain bin Jantan, ທ່ານພົນໂທ ຮວ່າງຊວນຈຽນ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສຸມໃສ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຮັກສາກົນໄກສົນທະນາທີ່ມີປະສິດທິຜົນ; ເພີ່ມທະວີການຮ່ວມມືດ້ານເຫຼົ່າທັບ, ເຫຼົ່າຮົບ, ການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ອຸດສາຫະກຳປ້ອງກັນຊາດ; ສົມທົບກັນຢ່າງຕັ້ງໜ້າ, ປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານພົນເອກ Datuk Muhammad Hafizuddeain bin Jantan ຫວັງວ່າ ມາເລເຊຍ ແລະຫວຽດນາມ ຈະເພີ່ມທະວີການພົວພັນຮ່ວມມືສອງຝ່າຍເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ.
ໂດຍ: ຈາງຫງວຽນ