ທີ່ການຕ້ອນຮັບ, ທ່ານ ຫງວຽນຈີຢຸ້ງ ຫວັງວ່າ ກະຊວງ METI ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດ, ພິເສດແມ່ນໃນຂົງເຂດພະລັງງານ, ການຫັນເປັນສີຂຽວ, ອຸດສາຫະກຳ, ພັດທະນາເສົາຄ້ຳຮ່ວມມືໃໝ່ລະຫວ່າງສອງປະເທດໃນຂົງເຂດວິທະຍາສາດເຕັກໂນໂລຢີ... ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີທ່ານ Muto Yoji ເອົາໃຈໃສ່, ຊຸກຍູ້ການຮ່ວມມື, ສະໜິດຕິດພັນວິສາຫະກິດສອງປະເທດ ໃນສະພາບການໃໝ່, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງຂອງວິສາຫະກິດຍີ່ປຸ່ນ.

leftcenterrightdel
ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີ ພົບປະກັບທ່ານ Kishida Fumio ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ກະຊວງການຕ່າງປະເທດ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມ ປະຕິບັດການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຜັນຂະຫຍາຍ 15 ໂຄງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ດ້ວຍມູນຄ່າກວ່າ 20 ຕື້ໂດລາສະຫະລັດ ຢູ່ຫວຽດນາມ ໃນຂອບເຂດຂໍ້ລິເລີ່ມກ່ຽວກັບປະຊາຄົມປ່ອຍອາຍພິດເຮືອນແກ້ວ ໃຫ້ເປັນ “0” ອາຊີ (AZEC) ໃຫ້ມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນ ຂະແໜງ semiconductor, ພະລັງງານສີຂຽວ, ປັນຍາປະດິດ (AI)... ໃນສະພາບການຄ້າທົ່ວໂລກ ຜັນແປຢ່າງສັບສົນ, ສອງຝ່າຍ ຕ້ອງເພີ່ມທະວີການຊຸກຍູ້ການແລກປ່ຽນການຄ້າ, ສະເໜີຍີ່ປຸ່ນ ສ້າງເງື່ອນໄຂເພື່ອໃຫ້ສິນຄ້າຫວຽດນາມ ສົ່ງອອກເຂົ້າຕະຫຼາດ ຍີ່ປຸ່ນ ຫຼາຍກວ່າ.

leftcenterrightdel
ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີ ແລະທ່ານ Muto Yoji ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະອຸດສາຫະກຳ ຍີ່ປຸ່ນ (METI). ພາບ: ກະຊວງການຕ່າງປະເທດ.

ທ່ານ Muto Yoji ຕີລາຄາສູງການຕັດສິນໃຈຂອງຫວຽດນາມ ໃນການປະຕິບັດສອງເປົ້າໝາຍພັດທະນາ; ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະອຸດສາຫະກຳກັບຫວຽດນາມ. ທ່ານລັດຖະມົນຕີ Muto Yoji ໃຫ້ຮູ້ວ່າ, ລັດຖະບານຍີ່ປຸ່ນ ປາດຖະໜາຢາກຍູ້ແຮງການຮ່ວມມືໃນຂະແໜງ semiconductor ຜ່ານການຜັນຂະຫຍາຍບັນດາໂຄງການຮ່ວມມືຜະລິດ Polysilicon, ບຳລຸງສ້າງຊັບພະຍາກອນມະນຸດ ຊ່ວຍໃຫ້ຫວຽດນາມ ປະຕິບັດເປົ້າໝາຍມີຊັບພະຍາກອນມະນຸດ 50.000 ຄົນໃນຂົງເຂດ semiconductor, ໃນນັ້ນມີໂຄງການຮັບຄົນງານ semiconductor ຫວຽດນາມ ໄປເຮັດວຽກຢູ່ ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການພັດທະນາເຕັກໂນໂລຊີ semiconductor ຢູ່ ຫວຽດນາມ ພາຍຫຼັງກັບຄືນປະເທດ.

ໃນຂົງເຂດ AI, ທ່ານ Muto Yoji ໃຫ້ຮູ້ວ່າ ຍີ່ປຸ່ນ ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການໃນຂອບເຂດເວທີປາໄສຮ່ວມປະດິດສ້າງເສດຖະກິດອາຊຽນ - ຍີ່ປຸ່ນ.

ໃນວັນດຽວກັນ, ທ່ານ ຫງວຽນຈີຢຸ້ງ ໄດ້ມີການພົບປະກັບທ່ານ Kishida Fumio ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ແລະຕ້ອນຮັບທ່ານ Ichimi Katsuyuki ຜູ້ວ່າການແຂວງ Mie.

ໂດຍ: ໄຊຊະນະ