leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ທີ່ມະຫາວິທະຍາໄລລາດຊະວົງ Rajabhat ອຸດອນທານີ. ພາບ: ຈ໊ຽນຖັ໊ງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຮ່ວມມືຂອງມະຫາວິທະຍາໄລດັ່ງກ່າວກັບຫວຽດນາມ ແລະສ້າງຕັ້ງພະແນກພາສາຫວຽດ ໂດຍສະເພາະ. ຄູອາຈານໄທ ກໍ່ຄືຫວຽດນາມ ພວມມານະພະຍາຍາມທີ່ຈະສົ່ງຄວາມຮູ້ດ້ານພາສາຫວຽດຢູ່ໄທ. ມາຮອດປະຈຸບັນ, ມະຫາວິທະຍາໄລໄດ້ກໍ່ສ້າງນັກສຶກສາເກືອບ 300 ຄົນທີ່ສາມາດໃຊ້ພາສາຫວຽດ. ພິເສດແມ່ນເລື່ອງມະຫາວິທະຍາໄລສ້າງຕັ້ງສູນຫວຽດນາມວິທະຍາແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທຳ, ສືບຕໍ່ສ້າງຂີດໝາຍ, ສ້າງຜົນງານແຫ່ງການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ.

leftcenterrightdel
ລາຍການສະແດງສິລະປະທີ່ການຢ້ຽມຢາມມະຫາວິທະຍາໄລລາດຊະວົງ Rajabhat ອຸດອນທານີ. ພາບ: ຈ໊ຽນຖັ໊ງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ສູນດັ່ງກ່າວຈະແມ່ນບ່ອນທີ່ໜ້າເຊື່ອຖື, ມີຊື່ສຽງ, ສະໜອງຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບພາສາ, ວັດທະນະທຳ, ປະເທດ ແລະຊາວຫວຽດນາມ ໃຫ້ແກ່ປະຊາຊົນໄທ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈກໍ່ຄືເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດກວ່າອີກ. ເລື່ອງສ້າງຕັ້ງສູນຫວຽດນາມວິທະຍາ, ເພີ່ມທະວີການເຄື່ອນໄຫວສິດສອນພາສາຫວຽດໃຫ້ແກ່ຊາວໄທ ແລະສອນພາສາໄທໃຫ້ແກ່ຊາວຫວຽດນາມ, ການເຄື່ອນໄຫວຮ່ວມມືດ້ານການສຶກສາລະຫວ່າງສອງຝ່າຍຈະແມ່ນປັດໄຈສຳຄັນໃນການຊຸກຍູ້ການພົວພັນຫວຽດນາມ-ໄທ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ມະຫາວິທະຍາໄລລາດຊະວົງ Rajabhat ອຸດອນທານີ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງນີ້, ຍູ້ແຮງການເຄື່ອນໄຫວສອນພາສາຫວຽດ ກໍ່ຄືການຮ່ວມມືກັບບັນດາຮາກຖານການສຶກສາຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ