ທີ່ການພົບປະເຈລະຈາ, ທ່ານ Vladimir Putin ຢືນຢັນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່ມີຄວາມໝາຍຍິ່ງ, ພິເສດໃນໂອກາດນີ້ສອງປະເທດສະເຫຼີມສະຫຼອງຫຼາຍເຫດການສໍາຄັນ, ລວມມີ: ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ, 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 50 ປີແຫ່ງວັນຫວຽດນາມ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ 80 ປີແຫ່ງວັນຊາດຫວຽດນາມ.
ທ່ານ ໂຕເລິມ ເນັ້ນໜັກວ່າ ສະຫະພາບໂຊວຽດ ແລະລັດເຊຍ ໄດ້ຊ່ວຍເຫຼືອໃຫ້ຫວຽດນາມ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບກ່ອນໜ້ານີ້ ແລະກິດຈະການສ້າງສາ ແລະພັດທະນາປະເທດໃນປະຈຸບັນ. ທ່ານເລຂາທິການໃຫຍ່ ຊົມເຊີຍຜົນງານພັດທະນາຂອງປະເທດເລັດເຊຍ ໃນໄລຍະຜ່ານມາພາຍໃຕ້ການຊີ້ນໍາ, ນໍາພາຂອງທ່ານປະທານາທິບໍດີ Vladimir Putin.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: ສໍານັກຂ່າວສານຫວຽດນາມ |
ການນໍາສອງທ່ານເຫັນດີເປັນເອກະພາບຢືນຢັນວ່າ ການນໍາ ແລະປະຊາຊົນສອງປະເທດຫວຽດນາມ ແລະສະຫະພັນລັດເຊຍ ຍາມໃດກໍ່ເຄົາລົບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແບບຍືນຍົງລະຫວ່າງສອງປະເທດທີ່ໄດ້ຮັບການທົດສອບຜ່ານການເວລາ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາ, ມຸ່ງເຖິງຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອຄວາມຈະເລີນຮັ່ງມີລວມຂອງສອງຊາດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
ການນໍາສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ໃນຫຼາຍຂົງເຂດ, ພິເສດແມ່ນການຮ່ວມມືເສດຖະກິດ, ການຄ້າ, ພະລັງງານ, ການສຶກສາ-ບໍາລຸງສ້າງ ແລະວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Vladimir Putin ຮັບຮູ້ໝາກຜົນຜັນຂະຫຍາຍປະຕິບັດຂໍ້ຕົກລົງຂັ້ນສູງ; ຕີລາຄາສູງການເຄື່ອນໄຫວຂອງຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ ໃນການຊຸກຍູ້ການພົວພັນສອງຝ່າຍພັດທະນາໃນທຸກຂົງເຂດ, ຈາກການເມືອງຮອດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ນໍ້າມັນອາຍແກັດ, ໄຟຟ້ານິວເຄຼຍ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ; ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ; ການຮ່ວມມືຄົມມະນາຄົມ-ຂົນສົ່ງ; ຊຸກຍູ້ການຄ້າເອເລັກໂຕນິກ, ຍູ້ແຮງການຮ່ວມມືແຮງງານໃນສະພາບການລັດເຊຍ ມີຄວາມຕ້ອງການສູງ;... ທ່ານເລຂາທິການໃຫຍ່ ສະເໜີລັດເຊຍ ພິຈາລະນາຍົກເວັ້ນວິຊາໃຫ້ພົນລະເມືອງຫວຽດນາມ, ໂດຍສະເພາະແມ່ນກໍລະນີໄປປະຕິບັດງານໄລຍະສັ້ນ, ເພີ່ມທະວີການອອກວິຊາເອເລັກໂຕນິກ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Vladimir Putin ເຫັນດີເປັນເອກະພາບຕ້ອງມີບັນດາໂຄງການທີ່ມີເນື້ອແທ້, ມີລັກສະນະສັນຍາລັກໃຫ້ການພົວພັນມິດຕະພາບຫວຽດນາມ-ລັດເຊຍ ໃນສັງກາດໃໝ່.
    |
 |
|
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ |
ການນໍາສອງທ່ານເຫັນດີເປັນເອກະພາບສ້າງບາດກ້າວພັດທະນາໃໝ່, ແທດຈິງ, ມີປະສິດທິຜົນໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ພະລັງງານປະລະມານູ, ເຕັກໂນໂລຢີຊິວະສາດ, ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ, ພັດທະນາໂຄງລ່າງດີຈີຕອນ, ຂໍ້ມູນຂ່າວສານ; ເຫັນດີຊຸກຍູ້ຜັນຂະຫຍາຍບັນດາໂຄງການຄົ້ນຄວ້າວິທະຍາສາດລວມໃນພື້ນຖານຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດ. ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເຕັກນິກການທະຫານ, ສອງຝ່າຍເຫັນດີເປັນເອກະສັນເຮັດໃຫ້ການຮ່ວມມືສອງຝ່າຍໃຫ້ເລິກເຊິ່ງກວ່າອີກ, ພ້ອມຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ເປັນການທະຫານ, ຄວາມປອດໄພດ້ານໄຊເບີ, ຕ້ານ ແລະສະກັດກັ້ນອາດຊະຍາກໍາເຕັກໂນໂລຢີສູງບົນພື້ນຖານກົດໝາຍສາກົນ ແລະທຳນຽມສາກົນ, ປະກອບສ່ວນໃຫ້ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.
ການນໍາສອງທ່ານພ້ອມກັນແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນໜັກວ່າເລື່ອງເຄົາລົບຫຼັກການເບື້ອງຕົ້ນຂອງກົດບັດ ສປຊ ແລະກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ເນື່ອງໃນໂອກາດນີ້, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການກໍານົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ໃນໄລຍະຮ່ວມມືໃໝ່, ຕີລາຄາສູງຜົນງານສໍາຄັນຂອງການພົວພັນສອງປະເທດ, ຢັ້ງຢືນບັນດາຫຼັກການ, ວາງອອກບັນດາການກໍານົດທິດໃຫຍ່ເພື່ອຍູ້ແຮງ ແລະເພິ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງໃນພາກພື້ນ ແລະໂລກ.
ລັດຖະບານ ແລະບັນດາອົງການສອງປະເທດກໍ່ໄດ້ລົງນາມເອກະສານ, ຂໍ້ຕົກລົງຮ່ວມມືຫຼາຍສະບັບ, ປັບປຸງພື້ນຖານນິຕິກໍາຊຸກຍູ້ການພົວພັນສອງຝ່າຍໃນບັນດາຂົງເຂດ: ການຕ່າງປະເທດ, ການປ້ອງກັນຊາດ, ສຳຫຼວດ-ຂຸດຄົ້ນນໍ້າມັນອາຍແກັສ, ພະລັງງານປະລະມານູ ເພື່ອຈຸດປະສົງສັນຕິພາບ, ວິທະຍາສາດ-ເຕັກໂນໂລຢີ, ຕຸລາການ, ການແພດ, ການສຶກສາ-ບໍາລຸງສ້າງ, ວັດທະນະທໍາ, ການບິນ.
ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຊີນທ່ານປະທານາທິບໍດີ Vladimir Putin ຢ້ຽມຢາມຫວຽດນາມ ຄືນໃໝ່. ທ່ານປະທານາທິບໍດີ Vladimir Putin ຍິນດີຮັບຄໍາເຊີນ.
* ວັນທີ 10 ພຶດສະພາ, ທີ່ສໍານັກງານ Duma ແຫ່ງຊາດຢູ່ນະຄອນຫຼວງມົດສະກູ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ພົບປະກັບປະທານ Duma ແຫ່ງຊາດລັດເຊຍ Vyacheslav Viktorovich Volodin.
ປະທານ Volodin ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈຂອງລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້; ເນັ້ນໜັກວ່າ Duma ແຫ່ງຊາດລັດເຊຍ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈລັດເຊຍ ແລະຫວຽດນາມ ມີການພົວພັນຈົງຮັກພັກດີ, ສັດຊື່ບໍ່ລິສຸດ ແລະການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ປະກອບສ່ວນເຮັດໃຫ້ການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນມີຊ່ອງທາງຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕື່ມ. ປະທານ Volodin ຢັ້ງຢືນວ່າ ຝ່າຍຕ່າງໆໃນ Duma ລ້ວນແຕ່ສະໜັບສະໜູນຫວຽດນາມ ແລະພັດທະນາການພົວພັນຮ່ວມມືກັບຫວຽດນາມ.
* ຕອນເຊົ້າວັນທີ 10 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະ ແລະກ່າວຄໍາເຫັນທີ່ສະຖາບັນການບໍລິຫານພາກລັດ ແລະເສດຖະກິດແຫ່ງຊາດສັງກັດປະທານາທິບໍດີສະຫະພັນລັດເຊຍ (ຂຽນຫຍໍ້ແມ່ນ RANEPA) ຫຼືເອີ້ນວ່າສະຖາບັນປະທານາທິບໍດີ. ພ້ອມເຂົ້າຮ່ວມມີປະທານ Duma ແຫ່ງຊາດລັດເຊຍ Vyacheslav Viktorovich Volodin.
* ຕອນບ່າຍວັນທີ 10 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງກະຕ່າດອກໄມ້ທີ່ອະນຸສາວະລີປະທານໂຮ່ຈີມິນ, ສະໜາມຫຼວງໂຮ່ຈີມິນ ແລະວາງກະຕ່າດອກໄມ້ທີ່ສິລາຈາລຶກຢູ່ສະໜາມຫຼວງ ເລຢວນ, ນະຄອນຫຼວງມົດສະກູ.
ໂດຍ: ໄຊນີດາ