ການພົວພັນ ຫວຽດນາມ - ໄທ ພັດທະນາຢ່າງມີປະສິດທິຜົນໃນທຸກຂົງເຂດ

ທ່ານນາຍົກລັດຖະມົນຕີ Srettha Thavisin ຕີລາຄາສູງຄວາມໝາຍແຫ່ງການຢ້ຽມຢາມ ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ, ຊ່ວຍສ້າງກໍາລັງໜູນນໍາການຮ່ວມມືສອງປະເທດພັດທະນາໃຫ້ເລິກເຊິ່ງກວ້າງຂວາງ ແລະແທດຈິງ. ທ່ານນາຍົກລັດຖະມົນຕີ Srettha Thavisin ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຍິ່ງຂອງໄທ ຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ Srettha Thavisin ຊົມເຊີຍສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ ໄທ ໄດ້ເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ເນື່ອງໃນໂອກາດການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານນາຍົກລັດຖະມົນຕີ ໄທ Srettha Thavisin. ພາບ: ຈ໊ຽນຖັ໊ງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ເລື່ອງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ ໄທ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຈະຊຸກຍູ້ການພົວພັນລະຫວ່າງສອງອົງການກວ່າອີກ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະຫວັງວ່າ ສອງປະເທດຈະຍົກລະດັບການພົວພັນໃນໄລຍະເວລາທີ່ເໝາະສົມໂດຍໄວ. ທ່ານນາຍົກລັດຖະມົນຕີ ໄທ ຢັ້ງຢືນວ່າຈະມາຢ້ຽມຢາມຫວຽດນາມ ໃນປີ 2024 ແລະເຫັນດີຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ Srettha Thavisin. ພາບ: ຈ໊ຽນຖັ໊ງ.

ການນໍາສອງທ່ານ ຕີລາຄາວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະໄທ ພວມພັດທະນາຢ່າງໄວ, ມີປະສິດທິຜົນໃນບັນດາຂົງເຂດຫຼັກແຫຼ່ງ; ຄວາມໄວ້ເນື້ອເຊື່ອໃຈເພີ່ມຂຶ້ນ. ພິເສດ, ໃນອາຊຽນ, ໄທ ຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີສຸດ (ວົງເງິນການຄ້າສອງສົ້ນປີ 2022 ບັນລຸລະດັບສະຖິຕິ ເກືອບ 22 ຕື້ໂດລາສະຫະລັດ) ແລະເປັນນັກລົງທຶນໃຫຍ່ທີສອງ (ເກືອບ 14 ຕື້ໂດລາສະຫະລັດ) ເຂົ້າຫວຽດນາມ; ການພົບປະແລກປ່ຽນວັດທະນະທໍາ ແລະພົບປະແລກປ່ຽນປະຊາຊົນ ນັບມື້ນັບຟົດຟື້ນ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໃນນັ້ນມີໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະ 2022-2027;  ສູ້ຊົນເພື່ອບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດຕາມທິດດຸ່ນດຽງ, ຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າໂດຍໄວ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ໄທ ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດ ທີ່ສອງຝ່າຍ ຕ່າງມີຜົນປະໂຫຍດ.

ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ, ສອງຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ບັນດາອົງການຈັດຕັ້ງ, ເວທີສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ; ເພີ່ມທະວີບົດບາດໃຈກາງຂອງອາຊຽນ; ສົມທົບກັນຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ຍູ້ແຮງການຮ່ວມມືລັດຖະສະພາ

ຕອນເຊົ້າວັນທີ 8 ທັນວາ, ທ່ານປະທານສະພາແຫ່ງຊາດ ສຈ.ປອ ເວືອງດິ່ງເຫວະ ໄດ້ຢ້ຽມຢາມ ແລະມີບົດກ່າວປາໄສສໍາຄັນທີ່ມະຫາວິທະຍາໄລ ຈຸລາລົງກອນ ເຊິ່ງ ເປັນໜຶ່ງໃນບັນດາມະຫາວິທະຍາໄລທີ່ມີຊື່ສຽງ ແລະມີມາແຕ່ດົນນານທີ່ສຸດຢູ່ ໄທ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄໍາເຫັນທີ່ມະຫາວິທະຍາໄລ ຈຸລາລົງກອນ. ພາບ: ຈ໊ຽນຖັ໊ງ.

ກ່າວຄໍາເຫັນທີ່ເຫດການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍົກອອກ 5 ຂໍ້ສະເໜີເພື່ອພັດທະນາເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ໄທ ຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານກວ່າອີກ, ເຊັ່ນ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສອງປະເທດສາມັກຄີກວ່າ, ສະໜິດຕິດພັນກວ່າ ແລະປະດິດສ້າງກວ່າ ດ້ວຍທິດນໍາ “ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ, ຈິງໃຈ, ຮ່ວມມືພ້ອມກັນຊະນະ, ຕ່າງມີຜົນປະໂຫຍດ ແລະພ້ອມກັນກ້າວຂຶ້ນ; ເພີ່ມທະວີການພົວພັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ ແລະຜັນຂະຫຍາຍຍຸດທະສາດ “ສາມເຊື່ອມຕໍ່” ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທໍາ, ການສຶກສາ ແລະພົບປະແລກປ່ຽນປະຊາຊົນ; ເຊີດຊູລັດທິຫຼາຍຝ່າຍ ແລະສາມັກຄີສາກົນ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການຮ່ວມມືຫຼາຍຝ່າຍ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືຮອບດ້ານ, ມີປະສິດທິຜົນກັບລັດຖະສະພາ ໄທ, ເສີມຂະຫຍາຍບົດບາດທັງເປັນສາຍພົວພັນດ້ານການທູດທັງມີລັກສະນະລັດ, ທັງມີລັກສະນະປະຊາຊົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນນໍາການພົວພັນ ຫວຽດນາມ - ໄທ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການຮ່ວມມືຫຼາຍຝ່າຍ, ຄື: ສະມັດຊາໃຫຍ່ລັດຖະສະພາສາກົນ, ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີກັບປະຊາຊົນບັນດາປະເທດອາຊຽນ ແລະປະຊາຊົນໃນທົ່ວໂລກ. ພ້ອມທັງ, ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃນປັດ ຈຸບັນລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ, ໃນນັ້ນ, ຈຸດສຸມແມ່ນຂໍ້ຕົກລົງຮ່ວມມືລະຫວ່າງລັດຖະສະພາສອງປະເທດ ທີ່ຫາກໍ່ລົງນາມ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້; ສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານສອງປະເທດ ໃນການປັບປຸງລະບອບລະບຽບການ, ນະໂຍບາຍ, ສ້າງກໍາ ລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ.

ການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນ ຫວຽດນາມ - ໄທ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່

ຕອນບ່າຍວັນທີ 8 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍ ແລະກົດໝາຍຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ໄທ ໂດຍສະຫະພັນການຄ້າ ແລະອຸດສາຫະກໍາຫວຽດນາມ (VCCI) ສົມທົບກັບຫ້ອງການການຄ້າ ໄທ (TTC) ແລະບັນດາອົງການທີ່ກ່ຽວ ຂ້ອງ ຈັດຕັ້ງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມເວທີປາໄສນະໂຍບາຍ ແລະກົດໝາຍຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ໃນການພົວພັນສອງປະເທດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະໄທ ແມ່ນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່ເພື່ອພັດທະນາ. ເພື່ອໃຫ້ການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນເປັນເສົາຄໍ້າຮ່ວມມືທີ່ແທດຈິງ, ສອງປະເທດຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ແລະວິໄສທັດບົນຈິດໃຈໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຈິງໃຈ, ເປີດອົກເປີດໃຈ, ມີຄວາມຮັບຜິດຊອບ ແລະມີປະສິດທິຜົນກວ່າ, ຮ່ວມມືຕ່າງມີຜົນປະໂຫຍດ, ພ້ອມກັນຊະນະ.

ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ຢ່າງແຮງກວ່າອີກໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຈາະຈິ້ມ 5  ທິດທາງຫຼັກທີ່ສໍາຄັນ, ຄື: ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານສອງປະເທດ ເພື່ອແບ່ງປັນບົດຮຽນໃນການສ້າງນະໂຍບາຍ, ກົດໝາຍກ່ຽວກັບວິສາຫະກິດ, ການລົງທຶນ ແລະດໍາເນີນທຸລະກິດ, ປັບຕົວກັບການປ່ຽນແປງຢ່າງໄວວາຂອງວິທະຍາສາດ-ເຕັກໂນໂລຊີ ແລະສະພາບແວດລ້ອມສາກົນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ໄດ້ ແລະຈະຮ່ວມເດີນທາງກັບທົ່ວລະບົບການເມືອງຢູ່ສະເໝີ ເພື່ອປະກາດໃຊ້ຫຼາຍນະໂຍບາຍທີ່ເໝາະສົມ, ສ້າງຂອບນິຕິກໍາທີ່ໂປ່ງໃສ, ຍຸຕິທໍາ, ຮອບດ້ານ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນບັນດາວິສາຫະກິດ ໄທ ດໍາເນີນທຸລະກິດສະດວກ ແລະປະສົບຜົນສໍາເລັດຢູ່ຫວຽດນາມ.

ທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເປັນສັກຂີພິຍານພິທີເປີດຕົວຫ້ອງການການຄ້າຫວຽດນາມ ປະຈໍາ ໄທ (VietCham Thailand).

ຕອນຄໍ່າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ, ໂອ້ລົມ ແລະມອບຂອງຂວັນໃຫ້ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ໄທ.

ໂດຍ: ໄຊຊະນະ