leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນ ຫວຽດນາມ-ຈີນ ໃນປີຜ່ານມາໄດ້ຮັກສາ, ພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນການແລກປ່ຽນຍຸດທະສາດ, ການພົບປະຂັ້ນສູງໄດ້ຮັບການຮັກສາເປັນປະຈຳ; ບັນດາກົນໄກແລກປ່ຽນ, ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບຮອບດ້ານ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງ; ການເຊື່ອມຕໍ່ການຄົມມະນາຄົມ, ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟຂອບມາດຕະຖານໄດ້ຮັບການຍູ້ແຮງ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ,  ການທ່ອງທ່ຽວສືບຕໍ່ເຕີບໂຕ; ການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນນັກສຶກສາໄດ້ດຳເນີນຢ່າງຟົດຟື້ນ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍມານະພະຍາຍາມຜັນຂະຫຍາຍປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ແລະການພົບປະຂັ້ນສູງ ຫວຽດນາມ-ຈີນ ໃຫ້ກາຍເປັນບັນດາໝາກຜົນທີ່ລະອຽດ, ຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດທີ່ມີຄວາມຄືບໜ້າໃໝ່, ນຳມາເຊິ່ງຜົນປະໂຫຍດທີ່ຕົວຈິງໃຫ້ແກ່ປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ຄຸ້ມຄອງຊາຍແດນທາງບົກໃຫ້ເປັນຢ່າງດີ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນທາງທະເລໃຫ້ດີກວ່າ ບົນພື້ນຖານເຄົາລົບບັນດາສິດ ແລະຜົນປະໂຫຍດອັນຊອບທຳ, ຖືກກົດໝາຍຂອງກັນ ແລະແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

leftcenterrightdel
ທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫັນດີກັບການຮ່ວມມືຈຸດສຸມລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ ທີ່ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ, ທ່ານ He Wei ຢືນຢັນວ່າ ລັດຖະບານຈີນ ພ້ອມແລ້ວທີ່ຈະສົມທົບກັບລັດຖະບານຫວຽດນາມ ຜັນຂະຫຍາຍປະຕິບັດ, ຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງປະເທດໃຫ້ເປັນລະອຽດ; ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືທີ່ແທດຈິງໃນທຸກຂົງເຂດ.

ຈີນ ພ້ອມແລ້ວທີ່ຈະແບ່ງປັນກາລະໂອກາດ, ເປີດກວ້າງຕະຫຼາດຜູ້ບໍລິໂພກໃຫຍ່ອັນດັບສອງຂອງໂລກໃຫ້ແກ່ສິນຄ້າຫວຽດນາມ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວໃຫ້ມີການພັດທະນາແບບດຸ່ນດ່ຽງ, ຍືນຍົງ; ຍູ້ແຮງການຮ່ວມມືທາງລົດໄຟ, ເຊື່ອມຕໍ່ການຄົມມະນາຄົມ, ຍູ້ແຮງການກໍ່ສ້າງດ່ານຊາຍແດນອັດສະລິຍະ; ສົມທົບກັນຜັນຂະຫຍາຍປະຕິບັດປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ-ຈີນ ໃຫ້ເປັນຢ່າງດີ; ຮ່ວມກັນຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນທາງທະເລ ໃຫ້ເປັນຢ່າງດີ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະອໍານວຍຄວາມສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ໂດຍ: ໄຊຊະນະ