leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Vikram Misri. ພາບ: ANI

ຕອນຄ່ຳວັນທີ 10 ພຶດສະພາ, ພາຍຫຼັງທີ່ ອິນເດຍ ແລະປາກິດສະຖານ ບັນລຸຂໍ້ຕົກລົງຢຸດຍິງ ແລະຢຸດຕິບັນດາການເຄື່ອນໄຫວດ້ານການທະຫານພຽງ 2-3 ຊົ່ວໂມງ, ອິນເດຍ ໄດ້ກ່າວຫາ ປາກິດສະຖານ ສືບຕໍ່ຍິງປືນລະເມີດຂໍ້ຕົກລົງດັ່ງກ່າວ. ທ່ານຮອງລັດຖະມົນຕີການຕ່າງປະເທດອິນເດຍ Vikram Misri ໃຫ້ຮູ້ວ່າ “ບັນດາການລະເມີດດັ່ງກ່າວແມ່ນຮ້າຍແຮງທີ່ສຸດ”; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ ປາກິດສະຖານ ປະຕິບັດບັນດາບາດກ້າວທີ່ເໝາະສົມເພື່ອແກ້ໄຂບັນດາການລະເມີດດັ່ງກ່າວ ແລະແກ້ໄຂສະພາບການຢ່າງເຂັ້ມງວດ ແລະມີຄວາມຮັບຜິດຊອບ.

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ອິນເດຍ ແລະປາກິດສະຖານ ໄດ້ເຫັນດີຢຸດຕິທຸກການເຄື່ອນໄຫວດ້ານການທະຫານນັບທັງທາງບົກ, ທາງທະເລ ແລະທາງອາກາດແນໃສ່ກັນ, ເລີ່ມແຕ່ວັນທີ 10 ພຶດສະພາ.

ໃນຂະນະນັ້ນ, ຈາກ Islamabad, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ປາກິດສະຖານ Ishaq Dar ກໍ່ໄດ້ຢັ້ງຢືນຄຳສັ່ງຢຸດຍິງຈະມີຜົນສັກສິດໃນທັນທີ.

ແຫຼ່ງຄັດຈາກ: vovworld.vn