leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ໄປຮອດນະຄອນຫຼວງມົດສະກູ, ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ເຈົ້າໜ້າທີ່ລັດເຊຍ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາຢູ່ສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ, ນັກສຶກສາຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ. ພາບ: ສໍານັກຂ່າວສານຫວຽດນາມ

ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນ Vnukovo 2.

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ສະໜາມບິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ດໍາເນີນການພົບປະກັບທ່ານ Mikhail Mishustin ນາຍົກລັດຖະມົນຕີລັດເຊຍ. ທີ່ການພົບປະ, ທ່ານ Mikhail Mishustin ນາຍົກລັດຖະມົນຕີ ຢືນຢັນວ່າ ລັດເຊຍ ຍາມໃດກໍ່ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຂອງພາກພື້ນ ອາຊີ - ປາຊີຟິກ; ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ກັບຫວຽດນາມ ເລິກເຊິ່ງກວ່າອີກ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ສະແດງໃຫ້ເຫັນວ່າ ພັກ, ລັດຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ ກໍ່ຄືຄວາມຕັດສິນໃຈທາງດ້ານການເມືອງສູງຂອງສອງປະເທດ ໃນການເຮັດໃຫ້ການພົວພັນສອງຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Mikhail Mishustin ນາຍົກລັດຖະມົນຕີສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດ; ລົບລ້າງສິ່ງກີດຂວາງດ້ານການຄ້າ, ການລົງທຶນ; ຊຸກຍູ້ບັນດາໂຄງການລວມໃນຂົງເຂດພະລັງງານ, ອຸດສາຫະກຳ, ກະສິກຳເຕັກໂນໂລຊີສູງ, logistics ແລະການຫັນປ່ຽນດີຈີຕອນ.

ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ເຊີດຊູຂອງ ຫວຽດນາມ ຕໍ່ການປະກອບສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງຂອງ ໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ ໃນໄຊຊະນະອັນຍິ່ງໃຫຍ່ຕ້ານລັດທິຟາດຊິດ ແລະປົກປັກຮັກສາສັນຕິພາບໃນໂລກຢ່າງໜັກແໜ້ນ.

ເນື່ອງໃນໂອກາດນີ້, ຫວຽດນາມ ປາດຖະໜາຢາກເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ກຳນົດທິດທາງເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ຈາງຫງວຽນ