ເນື່ອງໃນໂອກາດນີ້, ທ່ານ Uladzimir Baravikou ເອກອັກຄະລັດຖະທູດເບລາຣຸດ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບເນື້ອໃນການຢ້ຽມຢາມ ແລະການພົວພັນຮ່ວມມືລະຫວ່າງ 2 ປະເທດ.
    |
 |
ທ່ານ Uladzimir Baravikou ເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ ໄດ້ໃຫ້ການສຳພາດຕໍ່ນັກຂ່າວກ່ຽວກັບເນື້ອໃນການຢ້ຽມຢາມ ແລະການພົວພັນຮ່ວມມືລະຫວ່າງ 2 ປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາຈະໄປຢ້ຽມຢາມທາງລັດຖະກິດສາທາລະນະລັດເບລາຣຸດ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຢູ່ ເບລາຣຸດ. ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຄວາມໝາຍ ແລະຄວາມຄາດຫວັງຂອງການຢ້ຽມຢາມໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ?
ການຢ້ຽມຢາມເບລາຣຸດ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງວັນໄຊຊະນະອັນໃຫຍ່ຫຼວງມີຄວາມໝາຍສຳຄັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງນີ້ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດພວກເຮົາ. ການພົວພັນດັ່ງກ່າວແມ່ນອີງໃສ່ມູນເຊື້ອມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດກ່ອນໃນການຢ້ຽມຢາມ Minsk ຂອງປະທານໂຮ່ຈີມິນ ໃນປີ 1957 ແລະ 1961.
ນ້ຳໃຈແຫ່ງຄວາມເປັນເພື່ອນລະຫວ່າງສອງປະເທດຂອງພວກເຮົາໄດ້ຮັບການທົດສອບຜ່ານໄລຍະເວລາ. ຊາວເບລາຣຸດ ພ້ອມກັບບັນດາຊົນເຜົ່າອື່ນໆໃນສະຫະພາບໂຊວຽດ ກ່ອນນີ້ໄດ້ປະກອບສ່ວນເຂົ້າໃນໄຊຊະນະຂອງປະຊາຊົນຫວຽດນາມ ຕໍ່ຈັກກະພັດອາເມລິກາ ແລະກິດຈະການສ້າງສາປະເທດຄືນໃໝ່ພາຍຫຼັງສົງຄາມ. ຊາວຫວຽດນາມ ນັບພັນຄົນໄດ້ຮ່ຳຮຽນ ແລະເຮັດວຽກຢູ່ປະເທດພວກຂ້າພະເຈົ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ແລະການພົບປະກັບທ່ານ Lukashenko ປະທານາທີບໍດີ ຈະສ້າງກຳລັງແຮງໃຫ້ແກ່ການພັດທະນາການພົວພັນຫຼາຍດ້ານໃນຂົງເຂດເສດຖະກິດ, ການຄ້າ ແລະມະນຸດສະທຳ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ.
ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຈຸດພົ້ນເດັ່ນຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ ແລະມີມາດຕະການອັນໃດແດ່ທີ່ສອງຝ່າຍຕ້ອງປະຕິບັດ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ສອດຄ່ອງກັບການພົວພັນທາງການເມືອງຂັ້ນສູງ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ?
ຫວຽດນາມ ໄດ້ ແລະພວມເປັນຄູ່ຮ່ວມມືບຸລິມະສິດຂອງເບລາຣຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນ 30 ກວ່າປີນັບແຕ່ວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ພວກເຮົາໄດ້ສະສົມພື້ນຖານອັນໜັກແໜ້ນ. ປະເທດຂອງພວກເຮົາໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມາຢ້ຽມຢາມສອງຄັ້ງແລ້ວ. ມີການຢ້ຽມຢາມຂອງປະມຸກລັດສາມຄັ້ງ ແລະການພົບປະລະຫວ່າງການນໍາຂອງອົງການບໍລິຫານ ແລະນິຕິບັນຍັດໄດ້ດໍາເນີນເປັນປະຈໍາ.
ໄດ້ຮັບການລົງນາມເອກະສານສອງຝ່າຍລະຫວ່າງຊາດ, ລະຫວ່າງລັດຖະບານ, ລະຫວ່າງກະຊວງ, ຂະແໜງການ ແລະພາກພື້ນກວ່າ 100 ສະບັບ. ຫຼາຍສິບໂຄງການໃຫຍ່ໃນຂົງເຂດເສດຖະກິດ-ການຄ້າ ແລະການລົງທຶນໄດ້ຜັນຂະຫຍາຍ.
ການຮ່ວມມືດ້ານການຄ້າ, ເສດຖະກິດ ແລະການລົງທຶນແມ່ນຂົງເຂດບຸລິມະສິດຂອງການພົວພັນສອງຝ່າຍ. ເບລາຣຸດ ມານະພະຍາຍາມພັດທະນາການພົວພັນດ້ານການຄ້າທີ່ສົມດຸນ ແລະມີຜົນປະໂຫຍດຮ່ວມກັບຫວຽດນາມ. ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຂອງພວກຂ້າພະເຈົ້າ ແລະຍັງແມ່ນ “ປ່ອງຢ້ຽມ” ເພື່ອຂະຫຍາຍການສົ່ງອອກຂອງເບລາຣຸດ ໄປຍັງອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເພີ່ມທະວີການປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ ອາດຈະເລີ່ມສະໜອງຜະລິດຕະພັນຊີ້ນງົວຂອງເບລາຣຸດ ໃຫ້ຕະຫຼາດຫວຽດນາມ ໃນໄລຍະໃກ້ທີ່ສຸດ.
ຫວຽດນາມ ສະແດງຄວາມສົນໃຈຕໍ່ເຄັດລັບເຕັກໂນໂລຊີຂອງເບລາຣຸດຫຼາຍສົມຄວນ ໃນບັນດາຂົງເຂດເຕັກໂນໂລຊີສູງ, ຫັນເປັນດີຈິີຕອນ, ອຸດສາຫະກຳ, ການຢາ, ກະສິກຳ, ຜະລິດທັນຍາຫານ ແລະຫຼາຍຂົງເຂດອື່ນ. ເບລາຣຸດ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນໃນການແລກປ່ຽນບັນດາເຕັກໂນໂລຊີຫລ້າສຸດ ເພື່ອເພີ່ມທະວີຄວາມໝັ້ນຄົງດ້ານເຕັກໂນໂລຢີໃຫ້ຫວຽດນາມ.
ໃນການຕອບສະໜອງ, ປະລິມານການສະໜອງເຂົ້າສານ, ເມັດພືດ, ກາເຟ, ໝາກໄມ້ ແລະຜະລິດຕະພັນປາຂອງ ຫວຽດນາມ ໃຫ້ ເບລາຣຸດ ກໍ່ນັບມື້ເພີ່ມຂຶ້ນ. ຫວ່າງມໍ່ໆມານີ້, ໄມໂຄຣຊິບ ແລະອຸປະກອນເອເລັກໂຕນິກຂອງຫວຽດນາມ ທີ່ມີເຄື່ອງໝາຍການຄ້າ “Made in Vietnam” ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ.
ໃນປີ 2023, ວົງເງິນການຄ້າລະຫວ່າງສອງປະເທດບັນລຸລະດັບສະຖິຕິໃນປະຫວັດສາດຂອງການພົວພັນສອງຝ່າຍ, ພ້ອມກັບບັນດາໝາກຜົນຕ່າງໆ, ຍ້ອນອີງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດເອີລົບ (EAEU) ວັນທີ 29 ພຶດສະພາ 2025 ນີ້ກໍ່ຈະຄົບຮອບ 10 ປີແຫ່ງວັນລົງນາມ.
ເບລາຣຸດ, ເຊິ່ງດຳລົງຕຳແໜ່ງປະທານ EAEU ໃນປີ 2025, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດຂໍ້ຕົກລົງຢ່າງມີປະສິດທິຜົນ, ລວມມີການເປີດກວ້າງການມີໜ້າຂອງສິນຄ້າຫວຽດນາມ ຢູ່ຕະຫຼາດບັນດາປະເທດສະມາຊິກ EAEU.
ວຽກທີ່ຄວນເຮັດຕໍ່ໄປແມ່ນຕ້ອງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ ແລະປະຕິບັດຕາມແຜນການທີ່ໄດ້ວາງອອກ; ຍາດແຍ່ງເອົາທຸກໆໂອກາດຢ່າງມີປະສິດທິຜົນ ເພື່ອແກ້ໄຂສິ່ງກີດຂວາງ, ຂໍ້ຕິດຂັດ ເພື່ອເພີ່ມທະວີການຄ້າສອງຝ່າຍ ແລະດຶງດູດການລົງທຶນ, ແລກປ່ຽນເຕັກໂນໂລຊີທີ່ທັນສະໄໝ, ສ້າງແຫຼ່ງຜະລິດລວມ ແລະສ້າງວຽກເຮັດງານທຳໃໝ່, ຜັນຂະຫຍາຍບັນດາໂຄງການດຳເນີນທຸລະກິດທີ່ມີແງ່ຫວັງ.
ຂົງເຂດຈຸດສຸມຍັງຄົງຢູ່ແມ່ນດ້ານການຄ້າ ແລະເສດຖະກິດ. ຄືດັ່ງຄໍາເວົ້າຂອງທ່ານ Lukashenko ທີ່ກ່າວວ່າ "ເສດຖະກິດແມ່ນບຸລິມະສິດແຖວໜ້າ, ພື້ນຖານເສດຖະກິດເຂັ້ມແຂງແມ່ນສິ່ງທີ່ຈຳເປັນ ເພື່ອຮັບປະກັນລັກສະນະຍືນຍົງ ແລະຄວາມສະຫງົບຂອງປະເທດ." ຂ້າພະເຈົ້າແນ່ໃຈວ່າ ຄໍາເວົ້າດັ່ງກ່າວນີ້ຍັງມີລັກສະນະສະຖານະການການເມືອງກັບທຸກໆປະເທດ.
ລະບົບເສດຖະກິດຂອງເບລາຣຸດ ແລະຫວຽດນາມ ມີລັກສະນະເພີ່ມເຕີມໃຫ້ກັນ. ພວກເຮົາບໍ່ແມ່ນຄູ່ແຂ່ງກັນແຕ່ເປັນຄູ່ຮ່ວມມື. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະແບ່ງປັນບັນດາເຕັກໂນໂລຢີ ແລະເຄັດລັບໃຫ້ຫວຽດນາມ ໃນຂົງເຂດອຸດສາຫະກຳ, ກະສິກຳ, ການຢາ, ການຫັນເປັນດີຈີຕອນ ແລະຜະລິດທັນຍາຫານ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະສືບຕໍ່ປະຕິບັດບັນດາໂຄງການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ.
ຕາມເພື່ອນທີ່ຮູ້ມານັ້ນ, ເບລາຣູດໄດ້ເຂົ້າຮ່ວມສະໂມສອນຂອງບັນດາປະເທດທີ່ມີພະລັງງານນິວເຄຼຍ. ໂຮງງານໄຟຟ້ານິວເຄຼີຍແຫ່ງທໍາອິດໄດ້ສ້າງຂຶ້ນ ແລະກໍາລັງເຄື່ອນໄຫວປະສົບຜົນສໍາເລັດທີ່ສຸດໃນປະເທດເບລາຣູດ. ໂຄງການຍານອະວະກາດພວມດຳເນີນຢູ່, ດາວທຽມຈຳນວນໜຶ່ງໄດ້ຂຶ້ນໄປແລ້ວ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີແງ່ຫວັງອັນໃຫຍ່ຫຼວງໃນການຮ່ວມມື ແລະນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມຈິງໃຈລະຫວ່າງປະຊາຊົນສອງປະເທດແມ່ນພື້ນຖານໃຫ້ແກ່ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການພົວພັນເບລາຣຸດ - ຫວຽດນາມ.
ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ