leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ໄດ້ມີໜ້າຢູ່ຈັດຕຸລັດແດງ ເພື່ອເຂົ້າຮ່ວມພິທີສວນສະໜາມ. ພາບ: RIA Novosti
leftcenterrightdel
ການນຳສາກົນ ເຂົ້າຮ່ວມພິທີສວນສະໜາມ. ພາບ: RIA Novosti

ຄາດວ່າມີການນຳຕ່າງປະເທດ 20 ກວ່າຄົນໄດ້ເຂົ້າຮ່ວມພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມຢູ່ລັດເຊຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາເຂົ້າຮ່ວມພິທີຄັ້ງນີ້, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ. ຄຽງຂ້າງນັ້ນ, ຜູ້ຕາງໜ້າຂອງຫຼາຍອົງການຈັດຕັ້ງສາກົນ, ພາກພື້ນກໍ່ມານະຄອນຫຼວງມົດສະກູ ເພື່ອເຂົ້າຮ່ວມເຫດການດັ່ງກ່າວ.

leftcenterrightdel
ກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມພິທີສວນສະໜາມ ຢູ່ຈັດຕຸລັດແດງ. ພາບ: RIA Novosti

ທີ່ພິທີສວນສະໜາມຢູ່ຈັດຕຸລັດແດງ, ນອກຈາກທະຫານລັດເຊຍແລ້ວ, ຍັງມີການເຂົ້າຮ່ວມຂອງກ້ອນກໍາລັງກອງທັບທີ່ມາຈາກ 13 ປະເທດ ເຊິ່ງມີການພົວພັນມິດຕະພາບກັບລັດເຊຍ, ໃນນັ້ນມີກ້ອນກໍາລັງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທະຫານເຂົ້າຮ່ວມພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມຢູ່ນະຄອນຫຼວງມົດສະກູ, ລັດເຊຍ ໃນວັນທີ 9 ພຶດສະພາ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ບັນຍາກາດທີ່ພິທີສວນສະໜາມ. ພາບ: RIA Novosti

ມີຜູ້ເຂົ້າຮ່ວມພິທີສວນສະໜາມປີນີ້ກວ່າ 10.000 ຄົນ, ເຫດການນີ້ບໍພຽງແຕ່ມີຄວາມໝາຍສະເຫຼີມສະຫຼອງໄຊຊະນະເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນກໍາລັງແຮງ ແລະຈິດໃຈສາມັກຄີຂອງສະຫະພັນລັດເຊຍ ອີກດ້ວຍ.

ດັ່ງຕໍ່ໄປນີ້ແມ່ນບາງຮູບພາບທີ່ພິທີສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຢູ່ລັດເຊຍ: 

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 

ໂດຍ: ຈາງຫງວຽນ