ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ພາລະກໍາ ເຊິ່ງປະຊາຊົນສິງກະໂປ ມອບໝາຍໃຫ້, ທ່ານນາຍົກລັດຖະມົນຕີ Lawrence Wong ຈະສືບຕໍ່ນຳໜ້າ, ນຳປະເທດສິງກະໂປ ຜ່ານຜ່າທຸກສິ່ງທ້າທາຍ, ສືບຕໍ່ພັດທະນາຢ່າງເປັນປົກກະຕິ, ວັດທະນາຖາວອນ. ເມື່ອແລກປ່ຽນກ່ຽວກັບການພົວພັນ ຫວຽດນາມ - ສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດ, ເປີດກວ້າງການລົງທຶນຂອງສິງກະໂປ ຢູ່ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ພະລັງງານທົດແທນ, ພື້ນຖານໂຄງລ່າງອັດສະລິຍະ ແລະພັດທະນາຕົວເມືອງແບບຍືນຍົງ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີສິງກະໂປ ໄດ້ຂອບໃຈທ່ານເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ສົ່ງສານອວຍພອນ, ແບ່ງປັນໄຊຊະນະຂອງພັກ PAP ໃນການເລືອກຕັ້ງດ້ວຍຄວາມມານະພະຍາມຂອງບັນດາສະມາຊິກພັກ ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສິງກະໂປ ຕໍ່ພັກ PAP.

ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຈະຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍໝາກຜົນສຳຄັນທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຂັ້ນສູງທີ່ຜ່ານມາ, ເພີ່ມທະວີການແລກປ່ຽນ, ພົບປະແລກປ່ຽນລະຫວ່າງຊ່ອງທາງພັກ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນໃຫ້ຫຼາຍກວ່າອີກ; ສະເໜີໃຫ້ກະຊວງການຕ່າງປະເທດສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປັບປຸງສຳເລັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025-2030 ໃນປີນີ້.

ສອງຝ່າຍກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນສະພາບການທີ່ໂລກ ແລະພາກພື້ນພວມມີການຫັນປ່ຽນຢ່າງວ່ອງໄວ ແລະສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນຕົ້ນແມ່ນສະພາບແວດລ້ອມດ້ານການຄ້າ ແລະການລົງທຶນສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການປຶກສາຫາລື ແລະການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນອາຊຽນ ແລະ APEC, ເພື່ອສັນຕິພາບ, ສະຖຽນລະພາບ ແລະຜົນປະໂຫຍດລວມຂອງພາກພື້ນ ແລະໂລກ.

ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີຈະປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະບັນຫາອື່ນໆຢ່າງລະອຽດ ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ທີ່ຈະດໍານີນຢູ່ມາເລເຊຍ ໃນໄລຍຈະມາເຖິງ.

ໂດຍ: ທະນາພອນ