ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານສະພາສູງ ໄທ Pornpetch Wichitcholchai
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ, ຕອນບ່າຍວັນທີ 7 ທັນວາ, ຢູ່ຫໍສະພາແຫ່ງຊາດທີ່ນະຄອນຫຼວງບາງກອກ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Pornpetch Wichitcholchai ປະທານສະພາສູງໄທ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພົບປະເຈລະຈາກັບທ່ານປະທານສະພາສູງໄທ Pornpetch Wichitcholchai. ພາບ: qdnd.vn |
ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີກົນໄກປະຊຸມຄະນະລັດຖະບານຮ່ວມ. ສອງຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນປະຕິບັດໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ໄລຍະ 2022-2027 ຢ່າງມີປະສິດທິຜົນ; ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດ ໂດຍໄວຕາມທິດສົມດຸນ ແລະຍືນຍົງກວ່າ; ສຸມໃສ່ຜັນຂະຫຍາຍຂໍ້ລິເລີ່ມ “ສາມເຊື່ອມຕໍ່” ຢ່າງມີປະສິດທິຜົນບົນພື້ນຖານຮັບປະກັນຜົນປະໂຫຍດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ; ...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານປະທານສະພາສູງໄທ Pornpetch Wichitcholchai ໄດ້ເຫັນດີເປັນເອກະພາບວ່າ ສອງປະເທດຄວນພ້ອມກັນຮ່ວມມື ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ; ຫວັງວ່າ ດ້ວຍບັນດາທ່າແຮງທີ່ຄ້າຍຄືກັນ, ສອງປະເທດຈະບໍໍ່ແກ່ງແຍ້ງ ຫາກຮ່ວມມືກັນບົນຈິດໃຈພ້ອມກັນຊະນະ, ໂດຍສະເພາະແມ່ນໃນລະບົບຕ່ອງໂສ້ການສະໜອງເພື່ອເພີ່ມມູນຄ່າຜະລິດຕະພັນຂອງແຕ່ລະປະເທດ, ເຊັ່ນ: ຜະລິດຕະພັນກະເສດ, ການຄ້າເຂົ້າສານ, ການຮ່ວມມືດ້ານພະລັງງານ, ລົົດໄຟຟ້າ...
ການນຳສອງທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັດຍັດສອງປະເທດກວ່າອີກ; ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ, ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ; ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລັດຖະສະພາ ລະຫວ່າງຊາດ, ຮ່ວມມືຮັກສາຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ, ພິເສດແມ່ນໃນບັນດາບັນຫາພາກພື້ນຄືບັນຫາທະເລຕາເວັນອອກ ແລະມຽນມາ.
ໂດຍ: ທະນາພອນ