ທີ່ການຕ້ອນຮັບທ່ານ Kudryashov Sergei Ivanovich ຜູ້ອໍານວຍການບໍລິສັດຫຸ້ນສ່ວນ Zarubezhneft, ໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນຂົງເຂດນໍ້າມັນອາຍແກັດ, ທ່ານ ໂຕເລິມ ຊົມເຊີຍໝາກຜົນການຮ່ວມມືລະຫວ່າງບໍລິສັດຫຸ້ນສ່ວນ Zarubezhneft ແລະກຸ່ມບໍລິສັດພະລັງງານຫວຽດນາມ (PVN) ໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນວິສາຫະກິດສອງປະເທດເປີດກວ້າງການຮ່ວມມືບົນກົດໝາຍແຕ່ລະປະເທດ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Kudryashov Sergei Ivanovich ຜູ້ອໍານວຍການບໍລິສັດຫຸ້ນສ່ວນ Zarubezhneft. ພາບ: vov.vn

ທີ່ການຕ້ອນຮັບທ່ານ Vladimir Yevtushenkov ຜູ້ກໍ່ຕັ້ງບໍລິສັດຫຸ້ນສ່ວນມະຫາຊົນ AFK Sistema, ໜຶ່ງໃນບັນດາບໍລິສັດລົງທຶນພາກເອກະຊົນຫຼາຍຂະແໜງແຖວໜ້າຢູ່ສະພະພັນລັດເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກນິກ ກັບບັນດາວິສາຫະກິດ, ນັກລົງທຶນແຖວໜ້າຂອງສະຫະພັນລັດເຊຍ, ໃນນັ້ນມີບໍລິສັດຫຸ້ນສ່ວນມະຫາຊົນ AFK Sistema. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ AFK Sistema ຜັນຂະຫຍາຍບັນດາໂຄງການຮ່ວມມືຢູ່ຫວຽດນາມ ໂດຍໄວ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຄິ່ງຊັກນໍາໄຟຟ້າ, ການແພດ, ເຕັກໂນໂລຢີສູງ...

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Vladimir Yevtushenkov ຜູ້ກໍ່ຕັ້ງບໍລິສັດຫຸ້ນສ່ວນ ມະຫາຊົນ AFK Sistema. ພາບ: vov.vn

ທີ່ການຕ້ອນຮັບທ່ານ Yuri Maximo, ຜູ້ຮ່ວມກໍ່ຕ້ັງບໍລິສັດ Positive Technology, ທ່ານເລຂາທິການໃຫຍ່ ຊົມເຊີຍບໍລິສັດແມ່ນຈຸດທີ່ມາທີ່ມີຄວາມສາມາດບົ່ມຊ້ອນໃຫ້ບັນດາໂຄງການລົງທຶນຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດຄວາມໝັ້ນຄົງທາງອິນເຕີແນັດ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຈະຊີ້ນໍາບັນດາອົງການທີ່ກ່ຽວຂ້ອງພິຈາລະນາໜູນຊ່ວຍບໍລິສັດຊອກຫາຂໍ້ມູນ ແລະຄູ່ຮ່ວມມືທີ່ເໝາະສົມຢູ່ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຢີ.

ທີ່ບັນດາການຕ້ອນຮັບ, ການນໍາບັນດາວິສາຫະກິດຂອງລັດເຊຍ ຢືນຢັນວ່າ ຢາກຊຸກຍູ້ການຮ່ວມມືແບບຍືນຍົງ ແລະຍາວນານກັບບັນດາຄູ່ຮ່ວມມື ຫວຽດນາມ, ສະແດງຄວາມກະກຽມຮ່ວມມືລົງທຶນຢູ່ຫວຽດນາມ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ມີການຕ້ອນຮັບປະທານສະພາທະເລ, ອະດີດເລຂາທິການສະພາຄວາມໝັ້ນຄົງລັດເຊຍ Nikolai Patrusev.

ໂດຍ:​ ໄຊນີດາ