ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ທ່ານນາງ ໂງເຟືອງລີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ. ປະມຸກລັດ ແລະການນໍາລັດຖະບານ 20 ກວ່າປະເທດ, ໃນນັ້ນມີ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ, ທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ, ທ່ານ Miguel Diaz-Canel ປະທານປະເທດ ກູບາ, ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ...; ບັນດາຄະນະຜູ້ແທນຂັ້ນສູງ, ນັກຮົບເກົ່າຈາກທົ່ວໂລກຖືກເຊື້ອເຊີນໃຫ້ເຂົ້າຮ່ວມພິທີສວນສະໜາມຢູ່ຈະຕຸລັດແດງ ໃນປີນີ້.

leftcenterrightdel
ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ພ້ອມດ້ວຍບັນດາຜູ້ແທນທີ່ຜາມໄຊ.
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ທີ່ພິທີສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ຈະຕຸລັດແດງ.
leftcenterrightdel
ພິທີສະເຫຼີມສະຫຼອງມີການເຂົ້າຮ່ວມຂອງນັກຮົບເກົ່າ ແລະປະຊາຊົນລັດເຊຍ ຈໍານວນຫຼວງຫຼາຍ.

ພິທີສວນສະໜາມປີນີ້ມີການເຂົ້າຮ່ວມຂອງນາຍ ແລະພົນທະຫານ 11.000 ກວ່າຄົນ, ດ້ວຍການເຂົ້າຮ່ວມຂອງບັນດາກ້ອນກໍາລັງສວນສະໜາມທີ່ມາຈາກ 13 ປະເທດ. ສິ່ງທີ່ໜ້າເອົາໃຈໃສ່, ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນຫວຽດນາມ ສົ່ງກ້ອນກຳລັງເຂົ້າຮ່ວມພິທີສວນສະໜາມຢູ່ຈະຕຸລັດແດງ. ສິ່ງດັ່ງກ່າວໄດ້ປະກອບສ່ວນຢືນຢັນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນການສ້າງສາ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ການມີໜ້າຂອງກ້ອນກໍາລັງສວນສະໜາມກອງທັບປະຊາຊົນຫວຽດນາມ ທີ່ພິທີສວນສະໜາມຢູ່ຈະຕຸລັດແດງ ກໍ່ແມ່ນໂອກາດເພື່ອຍົກສູງພາບພົດ, ທີ່ຕັ້ງ ແລະຄຸນທາດຂອງກອງທັບປະຊາຊົນຫວຽດນາມ.

ທີ່ຈະຕຸລັດແດງ, ທຸງຊາດຫວຽດນາມ ປິວສະບັດພ້ອມກັບທຸງຊາດຂອງບັນດາປະເທດອື່ນ ທີ່ສົ່ງຄະນະເຂົ້າຮ່ວມ, ຄື: ເບລາຣຸດ, ກາຊັກສະຖານ, ຈີນ, ບັນດາປະເທດປະຊາຄົມບັນດາປະເທດເອກະລາດ (SNG)... ໄດ້ສ້າງຄວາມຮູ້ສຶກພິເສດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ເວົ້າສະເພາະ, ເວົ້າລວມແມ່ນຊາວຫວຽດນາມ ໝົດທຸກຄົນ.

leftcenterrightdel
ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ ກ່າວສູນທອນພົດເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ.

ຕາມສໍານັກຂ່າວສານ Sputnik, ເປີດສາກພິທີສວນສະໜາມ, ທຸງຊາດລັດເຊຍ ແລະທຸງໄຊ ໄດ້ແຫ່ຂະບວນຜ່ານຈະຕຸລັດແດງ. ທ່ານ Andrey Belousov ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ໄດ້ກວດແຖວບັນດາກໍາລັງປະກອບອາວຸດລັດເຊຍ, ພ້ອມທັງອວຍພອນໃຫ້ພົນທະຫານ ເນື່ອງໃນໂອກາດວັນໄຊຊະນະຟາດຊິດ ຄົບຮອບ 80 ປີ. ພາຍຫຼັງການກວດແຖວ, ທ່ານ Andrey Belousov ໄດ້ລາຍງານຕໍ່ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ. ເມື່ອຮັບການລາຍງານຈາກທ່ານລັດຖະມົນຕີ Andrey Belousov, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ - ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດລັດເຊຍ ໄດ້ກ່າວສູນທອນພົດຕໍ່ໜ້າປະຊາຊົນທຸກຖ້ວນໜ້າ.

leftcenterrightdel
ລົດບັນທຸກທ່ານ Andrei Belousov ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ເຂົ້າໄປໃນຈະຕຸລັດແດງ ເພື່ອປະຕິບັດພິທີກວດກາກໍາລັງເຂົ້າຮ່ວມການສວນສະໜາມ ແລະຮັບການລາຍງານຈາກຜູ້ບັນຊາການທະຫານບົກລັດເຊຍ Oleg Salyukov - ຜູ້ບັນຊາການສວນສະໜາມ.

ໃນບົດກ່າວສູນທອນພົດທີ່ແກ່ຍາວເກືອບ 10 ນາທີ, ທ່ານ ວາລາດີເມຍ ປູຕິນ ໄດ້ກ່າວເຖິງບັນດາຜົນງານປະກອບສ່ວນ ແລະການເສຍສະຫຼະຂອງບັນດານັກຮົບຢູ່ແນວໜ້າ ແລະແນວຫຼັງນັບສິບລ້ານຄົນ - ຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອໃຫ້ແກ່ໄຊຊະນະໃນສົງຄາມປ້ອງກັນປິຕຸພູມ. ທ່ານປະທານາທິບໍດີ ປູຕິນ ຮັບຮູ້ການປະກອບສ່ວນຂອງບັນດາພັນທະມິດ, ບັນດາກໍາລັງໄດ້ ຊ່ວຍໃຫ້ວັນໄຊຊະນະ "ໃກ້ຊິດກວ່າ" ຍ້ອນແນວຮົບທີສອງ.

leftcenterrightdel
ບັນຍາກາດພິທີສວນສະໜາມຢູ່ຈະຕຸລັດແດງ.

ທ່ານ ວາລາດີເມຍ ປູຕິນ ໃຫ້ຮູ້ວ່າ “ມື້ນີ້, ພວກເຮົາໝົດທຸກຄົນ ມີຄວາມສາມັກຄີນຳກັນໃນຄວາມຮູ້ສຶກມ່ວນຊື່ນ ແລະໂສກເສົ້າຫງ່ວມເຫງົາ, ເອກອ້າງທະນົງໃຈ ແລະຮູ້ບຸນຄຸນ, ຄວາມເຄົາລົບນັບຖືຄົນລຸ້ນກ່ອນ ທີ່ເອົາຊະນະລັດທິຟາດຊິດ ດ້ວຍການເສຍສະຫຼະຊີວິດຂອງນັກຮົບນັບຫຼາຍສິບລ້ານຄົນ, ຍາດເອົາເສລີພາບ ແລະສັນຕິພາບມາໃຫ້ມວນມະນຸດ. ພວກເຮົາ ຈົ່ງມີຄວາມຈົງຮັກພັກດີຮັກສາຄວາມຊົງຈໍາກ່ຽວກັບບັນດາເຫດການປະຫວັດສາດ ແລະໄຊຊະນະ ນີ້ໄວ້”.

leftcenterrightdel
ບັນດາກໍາລັງປະກອບອາວຸດລັດເຊຍ ເຂົ້າຮ່ວມການສວນສະໜາມ. ພາບ: RIA Novosti
leftcenterrightdel
ກ້ອນກໍາລັງສວນສະໜາມກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມພິທີສວນສະໜາມຢູ່ຈະຕຸລັດແດງ. ພາບ: ບຸ່ຍຖາວ.

ພາຍຫຼັງການກ່າວສູນທອນພົດຂອງທ່ານປະທານາທິບໍດີລັດເຊຍ, ພິທີສວນສະໜາມ ໄດ້ເລີ່ມຂຶ້ນ. ບັນດາກ້ອນກໍາລັງສວນສະໜາມລວມມີບັນດາເຫຼົ່າຮົບຂອງບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ, ໂຮງຮຽນການທະຫານກະຊວງປ້ອງກັນປະເທດສະຫະພັນລັດເຊຍ... ນອກນີ້, ຍັງມີການເຂົ້າຮ່ວມຂອງກ້ອນກໍາລັງສວນສະໜາມກອງທັບຕ່າງປະເທດ, ຄື: ຫວຽດນາມ, ເບລາຣຸດ, ອີຢິບ, ກາຊັກສະຖານ, ຈີນ, ກິກິດສະຖານ, ລາວ, ມົງໂກລີ, ມຽນມາ, ຕາຈິກິດສະຖານ...

ຖັດຈາກບັນດາກ້ອນກໍາລັງສວນສະໜາມທາງບົກ ແມ່ນກ້ອນກໍາລັງບັນດາພາຫະນະອຸປະກອນການທະຫານ. ນໍາໜ້າກ້ອນກໍາລັງຍານເກາະ ແມ່ນລົດຕັງ T-34 ອະມະຕະ - ສັນຍາລັກແຫ່ງສົງຄາມປ້ອງກັນປິຕຸພູມ. ຖັດໄປແມ່ນຂະບວນລົດພະລາທິການ, ລົດຫຸ້ມເກາະ, ລົດຕັງລຸ້ນໃໝ່ T-72, ລະບົບລູກສອນໄຟ Iskander-M, ລະບົບປ້ອງກັນອາກາດ S-400, ລະບົບລູກສອນໄຟ ຍຸດທະສາດ Yars, ກໍຄື ລົດຫຸ້ມເກາະຂົນສົ່ງທະຫານລຸ້ນຕີນຢາງ ແລະລົດ ສູ້ຮົບທະຫານຮາບ...

ວັນໄຊຊະນະທີ 9 ພຶດສະພາ ແມ່ນໜຶ່ງໃນບັນດາວັນບຸນສຳຄັນທີ່ສຸດຢູ່ຣັດເຊຍ, ເປັນຂີດໝາຍທີ່ສະຫະພາບໂຊວຽດ ສາມາດເອົາຊະນະພວກຟາດຊິດເຢຍລະມັນ ໃນປີ 1945. ພິທີສວນສະໜາມຢູ່ຈະຕຸລັດແດງ ບໍ່ພຽງແຕ່ແມ່ນໂອກາດເພື່ອລະນຶກເຖິງບັນດາວິລະຊົນທີ່ໄດ້ເສຍສະຫຼະຊີວິດ ໃນສົງຄາມປ້ອງກັນປິຕຸພູມ ເທົ່ານັ້ນ ຫາກຍັງເປັນການຢັ້ງຢືນເຖິງກຳລັງແຮງດ້ານການທະຫານ ແລະນໍ້າໃຈສາມັກຄີຂອງປະເທດລັດເຊຍ ອີກດ້ວຍ.

ໂດຍ: ໄຊຊະນະ