ເລ່ືອງກໍ່ສ້າງສູນການເງິນສາກົນຢູ່ ຫວຽດນາມ ແມ່ນຈໍາເປັນທີ່ສຸດ, ຕ້ອງຕັດສິນໃຈປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະການຊີ້ນໍາຂອງກົມການເມືອງ ເພື່ອແນໃສ່ຮັບໃຊ້ພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງ. ນີ້ແມ່ນຄໍາເຫັນຊີ້ນໍາຂອງທ່ານ ຟ້າມມິງຈ໊ິງ ນາຍົກລັດຖະມົນຕີ ທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ກ່ຽວກັບສູນການເງິນສາກົນຢູ່ຫວຽດນາມ, ດໍາເນີນໃນຕອນຄໍ່າວັນທີ 10 ພຶດສະພາ, ທີ່ສໍານັກງານນາຍົກລັດຖະມົນຕີ, ຮ່າໂນ້ຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີເປັນປະທານກອງປະຊຸມສະໄໝສາມັນຂອງລັດຖະບານກ່ຽວກັບສູນການເງິນສາກົນຢູ່ນະຄອນໂຮ່ຈີມິນ ແລະດ່ານັງ. ພາບ: vov.vn

ຕາມທ່ານນາຍົກລັດຖະມົນຕີແລ້ວ, ເລື່ອງສ້າງສູນການເງິນສາກົນເພື່ອດຶງດູດແຫຼ່ງກຳລັງ, ຮັບໃຊ້ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ; ຮັບໃຊ້ປະຕິບັດ 3 ຍຸດທະສາດກະໂດດຂັ້ນ; ພັດທະນາສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ຊຸກຍູ້ 3 ກໍາລັງຜັກດັນເຕີບໂຕມູນເຊື້ອ ແລະກໍາລັງເຕີບໂຕໃໝ່; ຮັບໃຊ້ການເລີ່ມທຸລະກິດ, ນະວັດຕະກໍາ. ສະນັ້ນ, ຕ້ອງມີລະບົບນະໂຍບາຍບຸກທະລຸ, ດີກວ່າ, ມີທາງໄປຕ່າງຫາກເພື່ອດຶງດູດ, ຊວນເຊື່ອນັກລົງທຶນຈາກຕາເວັນອອກກາງ, ຈີນ, ອາຊຽນ, ອາເມລິກາ, ເອີລົບ... ເຂົ້າຮ່ວມສູນການເງິນສາກົນຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ກ່ອນໜ້ານັ້ນ, ຕາມບົດສະຫຼຸບຂອງກົມການເມືອງກ່ຽວກັບແຜນນະໂຍບາຍກໍ່ສ້າງສູນການເງິນສາກົນຮອບດ້ານຢູ່ນະຄອນໂຮ່ຈີມິນ ແລະສູນການເງິນນີ້ໄດ້ນໍາໃຊ້ກົນໄກຄວບຄຸມ, ດີກວ່າເມື່ອທຽບໃສ່ກັບການກຳນົດພວມມີສັກສິດ, ມີລັກສະນະແກ່ງແຍ້ງກັນແຕ່ຕ້ອງໄປພ້ອມຕາມກົນໄກຕິດຕາມກວດກາ, ຄຸ້ມຄອງຄວາມສ່ຽງໃຫ້ສອດຄ່ອງ. ກົມການເມືອງເຫັນດີແຜນນະໂຍບາຍປະກາດໃຊ້ ແລະຈັດຕັ້ງປະຕິບັດບັນດາກຸ່ມນະໂຍບາຍສອດຄ່ອງກັບທຳນຽມສາກົນ, ສອດຄ່ອງກັບເງື່ອນໄຂຫວຽດນາມ; ພ້ອມທັງ, ທົດລອງກຸ່ມນະໂຍບາຍຢູ່ບັນດາສູນການເງິນຂະໜາດໃຫຍ່ໃນໂລກ, ກັບຂັ້ນຕອນນໍາໃຊ້ສອດຄ່ອງກັບເງື່ອນໄຂຕົວຈິງຢູ່ຫວຽດນາມ.

ໂດຍ: ໄຊນີດາ