ທ່ານນາງ Valentina Matviyenko ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຈະສ້າງພະລັງແຮງໃໝ່, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ.
    |
 |
ທ່ານນາງ Valentina Matviyenko ປະທານສະພາສູງ, ສະພາແຫ່ງຊາດສະຫະພັນລັດເຊຍ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ຕີລາຄາສູງບົດບາດຂອງສະພາສູງ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ແລະປາດຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ຜ່ານນັ້ນປະກອບສ່ວນແທດຈິງໃຫ້ແກ່ການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນ.
ທ່ານນາງ Valentina Matviyenko ຢືນຢັນວ່າ ສະພາສູງ ຈະສືບຕໍ່ສະໜັບສະໜູນການເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ໃນນັ້ນມີການພົວພັນຮ່ວມມືໃນຊ່ອງທາງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ-ເຕັກນິກ, ການສຶກສາ-ກໍ່ສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານນາງ Valentina Matviyenko ປະທານສະພາສູງ, ສະພາແຫ່ງຊາດສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ໂອກາດນີ້, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາລະຫວ່າງ ຊາດ (IPU) ແລະກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ - ເອີຣົບ (ASEP), ຜ່ານນັ້ນສະແດງໃຫ້ເຫັນທັດສະນະລວມເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ. ທ່ານ ໂຕເລິມ ສະເໜີ ສະພາແຫ່ງຊາດລັດເຊຍ ສືບຕໍ່ຮັກສາຫຼັກໝັ້ນພາວະວິໄສ, ຄວາມດຸ່ນດ່ຽງ, ມີທັດສະນະສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງຫວຽດນາມ ແລະອາຊຽນ ໃນການແກ້ໄຂບັນຫາທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 8 ພຶດສະພາ, ເນື່ອງໃນໂອກາດເຂົ້າຮ່ວມງານລ້ຽງຕ້ອນຮັບການນຳຂັ້ນສູງບັນດາປະເທດຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະສອງຝ່າຍກັບທ່ານ Miguel Díaz-Canel ເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດ ກູບາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະທ່ານ Shavkat Mirziyoyev ປະທານາທິບໍດີ ອຸສະເບກິດສະຖານ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ. ພາບ: vov.vn |
ທີ່ການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ, ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ຜັນຂະຫຍາຍປະຕິບັດຄວາມຮັບຮູ້ລວມຂັ້ນສູງ ແລະບັນດາຖະແຫຼງການຮ່ວມ ຫວຽດນາມ - ຈີນ ຢ່າງມີປະສິດທິຜົນ, ຊຸກຍູ້ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດຕາມກໍານົດທິດ “6 ກວ່າ” ຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດໃຫ້ມີຄວາມໝາຍຍຸດທະສາດກັບຫວຽດນາມ, ຖືນີ້ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງຂອງ ຈີນ ຢູ່ສະເໝີ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Miguel Díaz-Canel ເລຂາທີໜຶ່ງພັກກອມມູນິດກູບາ, ປະທານປະເທດກູບາ. ພາບ: vov.vn |
ໃນບັນຍາກາດເຕັມໄປດ້ວຍໄມຕີຈິດມິດຕະພາບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Miguel Díaz-Canel ເລຂາທີໜຶ່ງພັກກອມມູນິດກູບາ, ປະທານປະເທດກູບາ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການສະໜັບສະໜູນ ແລະການຮ່ວມມືຮອບດ້ານ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ.
ສໍາລັບທ່ານ Shavkat Mirziyoyev ປະທານາທິບໍດີ ອຸສະເບກິດສະຖານ, ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບອຸສະເບກິດສະຖານ, ພັກກອມມູນິດຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນກັບບັນດາພັກການເມືອງຂອງອຸສະເບກິດສະຖານ; ສະແດງວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຍູ້ແຮງການຮ່ວມມືລະຫວ່າງອຸສະເບກິດສະຖານ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້; ສະເໜີອຸສະເບກິດສະຖານ ສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນກັບບັນດາປະເທດອາຊີກາງ ແລະຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ພາບ: vov.vn |
ໃນຂອບເຂດການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ສະຫະພັນລັດເຊຍ, ຕອນຄ່ຳວັນທີ 8 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະສອງຝ່າຍກັບທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ; ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ; ທ່ານ Ukhnaagiin Khurelsukh ປະທານາທິບໍດີ ມົງໂກລີ ແລະທ່ານ Nikol Pashinyan ນາຍົກລັດຖະມົນຕີ ອາກເມນີ.
* ໃນວັນທີ 9 ພຶດສະພາ, ທີ່ສະຫະພັນລັດເຊຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາເກຍ.
ໂດຍ: ໄຊຊະນະ