    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Dmitry Medvedev ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງປະເທດ ເລິກເຊິ່ງຂຶ້ນຕື່ມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ກ້າວເດີນໄປຢ່າງໝັ້ນຄົງບົນເສັ້ນທາງພັດທະນາແບບຍືນຍົງ, ເອກະລາດ, ເຊື່ອມໂຍງຢ່າງຮອບດ້ານ ແລະເລິກເຊິ່ງ ກວ້າງຂວາງ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ເນັ້ນໜັກວ່າ ໄຊຊະນະໃນສົງຄາມປ້ອງກັນປິຕຸພູມໄດ້ປະກອບສ່ວນເຂົ້າໃນໄຊຊະນະຂອງການປະຕິວັດເດືອນສິງຫາ, ສະຖາປະນາ ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະພິທີສະເຫຼີມສະຫຼອງໄຊຊະນະນີ້ແມ່ນໂອກາດ ເພື່ອເຊີດຊູບັນດາການປະກອບສ່ວນຂອງສະຫະພາບໂຊວຽດ ແລະກຳລັງທີ່ກ້າວໜ້າໃນໂລກ, ພ້ອມທັງຕັກເຕືອນໃຫ້ຄົນຮຸ່ນໜຸ່ມຕ້ອງຈົດຈໍາຕໍ່ການເສຍສະຫຼະ, ການສູນເສຍຂອງຮຸ່ນພໍ່ຮຸ່ນອ້າຍໃຫ້ແກ່ສັນຕິພາບ ແລະເສລີພາບ.
ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ, ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະເທດລັດເຊຍ ເອກະພາບ ແມ່ນພື້ນຖານອັນໜັກແໜ້ນເພື່ອຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕເລິມ ເນັ້ນໜັກວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນ ແລະຈົດຈຳຢ່າງເລິກເຊິ່ງການສະໜັບສະໜູນອັນລ້ຳຄ່າຂອງສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ປັດຈຸບັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍ່ຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ. ໃນສະພາບການສາກົນຜັນແປຢ່າງໄວວາ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບສະຫະພັນລັດເຊຍ ເພື່ອຍົກລະດັບການພົວພັນໃນບັນດາເສົາຄ້ຳສຳຄັນ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະລັງງານ, ການສຶກສາ-ກໍ່ສ້າງ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.
ສອງຝ່າຍກໍແລກປ່ຽນເພື່ອເພີ່ມທະວີການຮ່ວມມືສອງປະເທດ, ພ້ອມທັງເປີດກວ້າງບັນດາທິດທາງຮ່ວມມືໃໝ່, ໃນນັ້ນມີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນ້ຳມັນອາຍແກັດ, ເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຊີ, ພື້ນຖານໂຄງລ່າງຄົມມະນາຄົມ, ການບິນ, ອາວະກາດ, ປັນຍາປະດິດ, ການສຶກສາ-ກໍ່ສ້າງ, ຄວາມໝັ້ນຄົງທາງໄຊເບີ, ວັດທະນະທຳ, ການທ່ອງທ່ຽວ.
ໂອກາດນີ້, ການນຳສອງທ່ານ ຍັງໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນສະຫະປະຊາຊາດ, APEC, ອາຊຽນ...
ໂດຍ: ໄຊຊະນະ