ອາເມລິກາ - ຈີນ ເລີ່ມດຳເນີນການເຈລະຈາດ້ານການຄ້າ
ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງ 2 ຄະນະຜູ້ແທນຂອງ 2 ປະເທດນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງພາສີອາກອນຕໍ່ຫຼາຍສິນຄ້າຂອງ ຈີນ ແລະຫຼາຍປະເທດອື່ນ.
    |
 |
ສະມາຊິກຄະນະເຈລະຈາຂອງ ຈີນ. ພາບ: Reuters |
ອາເມລິກາ ແລະຈີນ ໄດ້ເລີ່ມດຳເນີນກອງປະຊຸມຂັ້ນສູງກ່ຽວກັບບັນດາບັນຫາເສດຖະກິດ ແລະການຄ້າໃນວັນທີ 10 ພຶດສະພາ, ຢູ່ ເຊີແນວ, ປະເທດ ສະວິດ. ທ່ານລັດຖະມົນຕີກະຊວງການເງິນ Scott Bessent, ໄດ້ນຳໜ້າຄະນະຜູ້ແທນອາເມລິກາ, ໃນຂະນະທີ່ຕາງໜ້າໃຫ້ຝ່າຍ ຈີນ ແມ່ນທ່ານ ຮາລີເຟິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຜູ້ຮັບຜິດຊອບບັນດາບັນຫາເສດຖະກິດ ແລະ ການຄ້າອາເມລິກາ - ຈີນ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງ 2 ຄະນະຜູ້ແທນຂອງ 2 ປະເທດນັບແຕ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ຈັດວາງພາສີອາກອນຕໍ່ຫຼາຍສິນຄ້າຂອງ ຈີນ ແລະຫຼາຍປະເທດອື່ນ.
ໃນຖະແຫຼງການທີ່ໄດ້ຍົກອອກມາກ່ອນດຳເນີນການເຈລະຈາ, ທ່ານປະທານາບໍດີ Donald Trump ໄດ້ສະແດງແນວຄິດວ່າ ອາເມລິກາ ອາດຈະຫຼຸດຜ່ອນພາສີໃຫ້ແກ່ ຈີນ ລົງລະດັບ 80%, ລະດັບທີ່ທ່ານຖືວ່າແມ່ນເໝາະສົມ. ເພື່ອຕອບຄືນ, ກະຊວງການຄ້າ ຈີນ ໄດ້ກະຕຸກຊຸກຍູ້ອາເມລິກາ ສະແດງຄວາມຈິງໃຈໃນການເຈລະຈາ ແລະຍົກເລີກບັນດາຮົ້ວກີດຂວາງດ້ານພາສີພຽງລຳພັງຝ່າຍດຽວຂອງຕົນ.
ແຫຼ່ງຄັດຈາກ: vovworld.vn