ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເຈົ້າຊີວິດໄທ Maha Vajiralongkorn
ກປ.ອອນໄລ - ຕອນບ່າຍວັນທີ 8 ທັນວາ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບເຈົ້າຊີວິດໄທ Maha Vajiralongkorn ແລະພະມະເຫສີ ໄທ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຂອບອົກຂອບໃຈຢ່າງຈິງໃຈຕໍ່ເຈົ້າຊີວິດ ແລະພະມະເຫສີໄທ ທີ່ໄດ້ສະຫຼະເວລາຕ້ອນຮັບໃນກໍລະນີພິເສດທີ່ສຸດ, ເຊິ່ງສະແດງໃຫ້ເຫັນຄວາມຮັກແພງ, ການພົວພັນສະໜິດຕິດພັນລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສຂອງເຈົ້າຊີວິດ, ສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນໄທ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນການສ້າງສາ ແລະພັດທະນາປະເທດຊາດ, ມີບົດບາດທີ່ນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະໃນໂລກ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີກັບໄທ ແລະຫວັງວ່າ ສອງປະເທດຈະຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.
    |
 |
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເຈົ້າຊີວິດໄທ Maha Vajiralongkorn ແລະພະມະເຫສີໄທ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນເຈົ້າຊີວິດໄທ Maha Vajiralongkorn ກໍ່ຕີລາຄາສູງຕໍ່ຄວາມໝາຍການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ໂດຍເນັ້ນໜັກວ່າ ໄທ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີການພົວພັນມາແຕ່ດົນນານ, ສະນັ້ນການສືບຕໍ່ເພີ່ມທະວີການພົວພັນແມ່ນມີຄວາມຈຳເປັນທີ່ສຸດ; ຂໍສະແດງຄວາມຊົມເຊີຍຕໍ່ການພັດທະນາອັນດີງາມໃນການພົວພັນສອງປະເທດ ແລະຊົມເຊີຍສະພາແຫ່ງຊາດສອງປະເທດທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື. ເຈົ້າຊີວິດໄທ Maha Vajiralongkorn ເຫັນດີເປັນເອກະພາບສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ, ສະໜັບສະໜູນ ແລະພັດທະນາວັດທະນະທຳ, ພາສາຫວຽດ ຢູ່ໄທ, ໃນນັ້ນມີເຂດປູຊະນີຍະສະຖານປະທານໂຮ່ຈີມິນ, ວັດຫວຽດນາມ, ຖະໜົນຫວຽດນາມ...
ໂດຍ: ເຈິ່ນຮວ່ຽນ