ນະທີ່ນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຫັນມະຕິຂອງກົມການເມືອງ ໃຫ້ເປັນລະບອບລະບຽບການໂດຍດ່ວນ, ສ້າງມະຕິຂອງສະພາແຫ່ງຊາດເພື່ອຊຸກຍູ້ການພັດທະນາເສດຖະກິດເອກະຊົນໂດຍໄວ ແລະຍືນຍົງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ບັນດາກົນໄກ, ນະໂຍບາຍຕ້ອງມີລັກສະນະ “ໄມ້ງັດກະຕຸກຊຸກຍູ້, ເປັນບ່ອນອີງ”, ຕິດແທດສະພາບການ, ເໝາະສົມກັບເງື່ອນໄຂໃນປັດຈຸບັນ, ສ້າງຈິດຕະສາດທີ່ຫ້າວຫັນ, ເສີມຂະຫຍາຍຈິດໃຈໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈໃນການບືນຕົວຂຶ້ນພັດທະນາ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຂຸດຄົ້ນ ແລະນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ເສີມຂະຫຍາຍນະວັດຕະກຳຢ່າງສຸດຂີດ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ, ພັດທະນາເສດຖະກິດຂອງປະເທດຊາດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ

ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຕ້ອງສຳຫຼວດກວດຄືນບັນດານະໂຍບາຍຢ່າງລະອຽດ ເພື່ອເຮັດແນວໃດມີຄວາມເສລີ, ມີຄວາມສະເໝີພາບ, ມີການແກ່ງແຍ້ງກັນຢ່າງປອດໄສໃນການດຳເນີນທຸລະກິດ, ພິເສດແມ່ນມີຄວາມສະເໝີພາບໃນການສຳຜັດກັບແຫຼ່ງທຶນ, ທີ່ດິນ, ຊັບສິນຂອງລັດ; ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ຊຸກຍູ້ຄວາມເສລີໃນການດຳເນີນທຸລະກິດຢ່ງແຮງໃນການຮ່ວມມືພາກລັດ - ເອກະຊົນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ