ຫຼາຍປະເທດຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ
ວັນທີ 6 ພຶດສະພາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ລັດເຊຍ.
    |
 |
ກຳລັງອະດີດສະຫະພາບ ໂຊຫວຽດ ຂ້າມແມ່ນ້ຳຕໍ່ສູ້ ເມື່ອຕົ້ນປີ 1945. ພາບເອກະສານ |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ, ວັນທີ 6 ພຶດສະພາຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບລັດເຊຍ. ກໍໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮລີກອັບເຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ອະມະຕະ” ທາງອາກາດ ດ້ວຍບັນດາເຮືອບິນເຮລີກອັບເຕ ທີ່ຖືຮູບເຄິ່ງຄີງຂອງບັນດານັກບິນທີ່ໄດ້ເຂົ້າຮ່ວມສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.
ຢູ່ ກາຊັກສະຖານ, ເນື່ອງໃນໂອກາດນີ້, ທະນາຄານສູນກາງ ກາຊັກສະຖານ ໄດ້ຈຳໜ່າຍເງິນຫຼຽນເຮັດດ້ວຍເງິນເຄືອບຄຳ 31,68g, ມູນຄ່າ 1.000 tenge ຈຳນວນ 2.000 ຫຼຽນ (ປະມານ 1,94 ໂດລາສະຫະລັດ ຕໍ່ຫຼຽນ) ແລະ 10 ລ້ານຫຼຽນເຮັດດ້ວຍໂລຫາປະສົມ ມູນຄ່າ 200 tenge (0,39 ໂດລາສະຫະລັດ ຕໍ່ຫຼຽນ) ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈອົງອາດກ້າຫານ ແລະ ການເສຍສະຫຼະຢ່າງພິລະອາດຫານເພື່ອປົກປັກຮັກສາປະເທດຊາດ.
ວັນທີ 6 ພຶດສະພາ, ປານາມາ ໄດ້ຈັດພິທີເປີດສະຫຼອງອະນຸສາວະລີບັນດາລູກເຮືອກໍາປັ່ນດຳນ້ຳ ອະດີດສະຫະພາບໂຊຫວຽດ ເພື່ອສະເຫຼີມສະຫຼອງວັນບັນດາກໍາປັ່ນດຳນ້ຳອະດີດສະຫະພາບໂຊຫວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະດຳເນີນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ໃນຂອບເຂດຂອງພິທີຍັງດຳເນີນພິທີສູດມົນພາວະນາອາໄລຫາດວງວິນຍານບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ.
ແຫຼ່ງຄັດຈາກ: vovworld.vn