ການເຈລະຈາທະເລ ຄັ້ງທີ 14 ຢັ້ງຢືນບົດບາດສໍາຄັນຂອງ UNCLOS ປີ 1982
ກປ.ອອນໄລ - ວັນທີ 7 ພຶດສະພາ, ທີ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ (DAV) ໄດ້ສົມທົບກັບສະຖາບັນ Konrad Adenauer Stiftung ຢູ່ ຫວຽດນາມ (KAS) ແລະສະຖານທູດ ອົດສະຕາລີ ປະຈໍາ ຫວຽດນາມ ໄດ້ເປັນປະທານຮ່ວມຈັດຕັ້ງການເຈລະຈາກ່ຽວກັບທະເລ ຄັ້ງທີ 14 ດ້ວຍຫົວຂໍ້ “ກົນໄກແກ້ໄຂການຂັດແຍ້ງກັນໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982: ບົດບາດ, ປະສິດທິຜົນ, ປະສິດທິພາບ”.
ກ່າວຄໍາເຫັນກໍານົດທິດ, ທ່ານ ປອ ຫງວຽນແມັງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ຫວຽດນາມ ຢັ້ງຢືນຄໍາໝັ້ນສັນຍາປະຕິບັດຕາມ UNCLOS, ສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ຊຸກຍູ້ການຮ່ວມມືດ້ານນິຕິກຳສາກົນກ່ຽວກັບທະເລ, ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ອີງໃສ່ກົດໝາຍສາກົນ.
    |
 |
ຜູ້ແທນເຂົ້າຮ່ວມການເຈລະຈາກ່ຽວກັບທະເລ. ພາບ: ກະຊວງການຕ່າງປະເທດ |
ກ່າວຄໍາເຫັນໄຂທີ່ການເຈລະຈາກ່ຽວກັບທະເລ, ທ່ານນາງ ຮ.ສຈ, ປອ ຫງວຽນທິລານແອງ ຮອງຫົວໜ້າສະຖາບັນການຕ່າງປະເທດ ໃຫ້ຮູ້ວ່າ UNCLOS ແມ່ນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການສ້າງຕັ້ງຂອບເຂດນິຕິກໍາເຫັນດີເປັນເອກະພາບເພື່ອນໍາໃຊ້ທະເລແບບຍືນຍົງ ແລະສັນຕິພາບ. ໜຶ່ງໃນບັນດາຜົນງານພົ້ນເດັ່ນຂອງ UNCLOS ແມ່ນໄດ້ຍົກອອກຂໍ້ກຳນົດທີ່ກ່ຽວຂ້ອງເຖິງກົນໄກແກ້ໄຂການຂັດແຍ້ງກັນ. ບັນດາກົນໄກນີ້ບໍ່ພຽງແຕ່ສະໜອງຂອບເຂດ ແລະເລືອກຕັ້ງວິທີການແກ້ໄຂການຂັດແຍ້ງເທົ່ານັ້ນ ຫາກຍັງແມ່ນພື້ນຖານຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາບົນທະເລອີກດ້ວຍ.
ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ບັນດາເຫດການສໍາຄັນຄືການເຈລະຈາທະເລ ຢືນຢັນຄວາມສໍາຄັນຂອງສັນຕິພາບແກ້ໄຂການຂັດແຍ້ງກັນອີງໃສ່ຫຼັກເກນ ແລະບັນທັດຖານສາກົນ...
ຕາງໜ້າຈາກຝ່າຍສະຖາບັນ KAS, ທ່ານນາງ Olivia Schlouch ຄຸ້ມຄອງລາຍການເຈລະຈາແຫ່ງລັດອຳນາດກົດໝາຍພາກພື້ນອາຊີ, ຖືວ່າ ການເຈລະຈາກ່ຽວກັບທະເລກາຍເປັນເວທີປາໄສສາກົນທີ່ມີອິດທິພົນຊື່ສຽງ, ເຕົ້າໂຮມໄດ້ນັກຊ່ຽວຊານແຖວໜ້າກ່ຽວກັບຂົງເຂດທະເລ, ບັນດານັກວາງແຜນນະໂຍບາຍຈາກຫຼາຍແຫ່ງໃນໂລກ. ທ່ານນາງ Olivia Schlouch ສະແດງການສະໜັບສະໜູນຕໍ່ກັບເລື່ອງຫວຽດນາມ ອອກສະໝັກຮັບເລືອກຕັ້ງຕໍາແໜ່ງຜູ້ພິພາກສາຢູ່ສານສາກົນກ່ຽວກັບກົດໝາຍທະເລ (ITLOS), ສະແດງໃຫ້ເຫັນວ່າ ຫວຽດນາມ ພວມນັບມື້ນັບຢັ້ງຢືນຄວາມສາມາດ, ອິດທິພົນຊື່ສຽງ ແລະສະແດງບົດບາດຊັກນໍາໃນຂົງເຂດກົດໝາຍທະເລສາກົນ.
ການເຈລະຈາກ່ຽວກັບທະເລ ຄັ້ງທີ 14 ສຸມໃສ່ປຶກສາຫາລືກ່ຽວກັບບັນດາເນື້ອໃນ: ກົນໄກແກ້ໄຂການຂັດແຍ້ງກັນໃນ UNCLOS: ຫວນຄືນອະດີດ; ປະກອບສ່ວນຂອງກົນໄກແກ້ໄຂການຂັດແຍ້ງກັນໃນ UNCLOS ຕໍ່ກັບສັນຕິພາບ ແລະສະຖຽນລະພາບບົນທະເລ; ປະກອບສ່ວນຂອງກົນໄກແກ້ໄຂການຂັດແຍ້ງກັນຕໍ່ກັບການພັດທະນາຂອງກົດໝາຍວ່າດ້ວຍທະເລ; ຄົ້ນພົບແງ່ຫວັງອະນາຄົດຂອງກົນໄກແກ້ໄຂການຂັດແຍ້ງກັນທັງໃນ ແລະນອກ UNCLOS.
ໂດຍ: ໄຊນີດາ