ວັນທີ 6 ພຶດສະພາ, ໃນກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ອາເມລິກາ ຈະຢຸດຕິການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ ຮູທີ ຢູ່ ເຢແມນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຮູທີ ເຫັນດີຢຸດຕິການເຄື່ອນໄຫວບຸກໂຈມຕີບັນດາກໍາປັ່ນຢູ່ທະເລແດງ ໃນວັນດຽວກັນ. ລະອຽດ, ຕາມຂໍ້ຕົກລົງຢຸດຍິງໂດຍ Oman ເປັນກາງໄກ່ເກ່ຍ, ອາເມລິກາ ແລະຮູທີ ຈະບໍ່ບຸກໂຈມຕີບັນດາເປົ້າໝາຍຂອງກັນ, ລວມທັງບັນດາກໍາປັ່ນຂອງ ອາເມລິກາ ຢູ່ທະເລແດງ ແລະ ອ່າວ Bab al-Mandab. ຫຼາຍປະເທດໃນພາກພື້ນໄດ້ຊົມເຊີຍບັນດາການຫັນປ່ຽນຢ່າງຕັ້ງໜ້ານີ້.
ກໍໃນວັນດຽວກັນ, ໃນຖະແຫຼງການຢ່າງເປັນທາງການສະບັບທຳອິດພາຍຫຼັງຄຳສັ່ງຢຸດຍິງກັບກຳລັງ ອາເມລິກາ ໄດ້ປະກາດ, ທ່ານປະທານສະພາການເມືອງສູງສຸດຂອງ ຮູທີ, ທ່ານ Mahdi al-Mashat, ຢັ້ງຢືນ ກຸ່ມນີ້ສືບຕໍ່ເຄື່ອນໄຫວບຸກໂຈມຕີ ອິດສະຣາແອັນ ເພື່ອໜູນຊ່ວຍການຕໍ່ສູ້ຂອງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image