ກ່າວຄຳເຫັນທີ່ພິທີ, ສະຫາຍ ຫງວຽນມິງເຕິມ ເນັ້ນໜັກວ່າ ກ່ອນໜ້ານີ້ 50 ປີ ພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດຫວຽດນາມ, ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນລະດູໃບໄມ້ປົ່ງ ປີ 1975 ເຊິ່ງຈຸດສຸມ ແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ ໂດຍກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າ ດໍາເນີນໄດ້ຍາດເອົາໄຊຊະນະອັນສະຫງ່າລາສີ; ສິ້ນສຸດການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຕ້ານຈັກກະພັດອາເມລິກາ ຂອງຊາດ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີ. ພາບ: nhandan.vn

ເມື່ອຍົກອອກໃຫ້ເຫັນບົດບາດຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບຫວຽດນາມ - ລາວ ຕໍ່ພາລະກິດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ, ສະຫາຍ ຫງວຽນມິງເຕິມ ໃຫ້ຮູ້ວ່າ ໄຊຊະນະໃນວັນທີ 30 ເມສາ ກໍແມ່ນໂອກາດ, ແມ່ນກຳລັງແຮງຊ່ວຍໃຫ້ການປະຕິວັດລາວ, ກອງທັບ ແລະປະຊາຊົນລາວ ລຸກຮື້ຂຶ້ນຍຶດອຳນາດ ແລະກ້າວໄປເຖິງການສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975.

ເນື່ອງໃນໂອກາດນີ້, ໃນນາມພັກ, ລັດ ແລະປະຊາຊົນຫວຽດນາມ, ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ ເຊິ່ງ ພັກ, ລັດ, ກອງທັບ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດໃນປັດຈຸບັນ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈະນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ສະຫາຍ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ ກ່າວຄໍາເຫັນທີ່ພິທີ. ພາບ: nhandan.vn

ຊົມເຊີຍຜົນງານທີ່ມີຄວາມໝາຍປະຫວັດສາດໃນຂົງເຂດທີ່ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາດມາໄດ້, ສະຫາຍພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງມາຍັງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະມີປະສິດທິຜົນຕໍ່ພັກ, ລັດ, ກອງທັບ ແລະປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ ໃນເມື່ອກ່ອນ ແລະໃນພາລະກິດປົກປັກຮັກສາ ແລະສ້າງສາ, ພັດທະນາປະເທດຊາດ ໃນປັດຈຸບັນ.

ຫວນຄືນມູນເຊື້ອປະຫວັດສາດກ່ຽວກັບການຮ່ວມສໍາພັນສູ້ຮົບລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມອ້າຍນ້ອງ, ກໍ່ຄືການຊ່ວຍເຫຼືອ, ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ ຕໍ່ການປະຕິວັດລາວ, ສະຫາຍພົນໂທ ທອງລອຍ ສີລິວົງ ຖືວ່າທຸກໄຊຊະນະຂອງການປະຕິວັດລາວ ລ້ວນແຕ່ຕິດພັນກັບການປະຕິວັດຫວຽດນາມ; ຢັ້ງຢືນຄວາມສາມັກຄີ, ຮ່ວມທຸກຮ່ວມສຸກຮ່ວມເປັນຮ່ວມຕາຍນໍາກັນ, ຮ່ວມຂຸມຄອງດຽວກັນ, ຄຽງບ່າຄຽງໄຫຼ່ນໍາກັນ ເພື່ອຕໍ່ສູ້ຕ້ານສັດຕູໂຕດຽວກັນແມ່ນປັດໄຈສຳຄັນ ເພື່ອພ້ອມກັນຍາດເອົາໄຊຊະນະໃນຫຼາຍບັ້ນຮົບ ເຊິ່ງຈຸດສູງແມ່ນບັ້ນຮົບໂຮ່ຈິມິນ, ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ໃນເດືອນເມສາ ປີ 1975.

ໂດຍ: ໄຊຊະນະ