leftcenterrightdel
ທ່ານ ເວືອງດີ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Wan Muhamad Noor Matha ປະທານສະພາແຫ່ງຊາດ, ປະທານສະພາຕໍ່າໄທ. ພາບ: ຈ໊ຽນຖັ໊ງ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ແນໃສ່ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດສອງປະເທດໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ອຳນວຍຄວາມສະດວກ ແລະຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບສູ້ຊົນນໍາວົງເງິນການຄ້າສອງສົ້ນບັນລຸ 25 ຕື້ໂດລາສະຫະລັດໂດຍໄວ ແລະຕາມທິດສົມດູນກວ່າ, ສ້າງຄວາມສະດວກ ແລະຫຼຸດຜ່ອນຣົ້ວກີດຂວາງດ້ານການຄ້າ; ສ້າງສະພາບແວດລ້ອມທີ່ສະດວກໃຫ້ວິສາຫະກິດສອງປະເທດເປີດກວ້າງການລົງທຶນ ແລະດຳເນີນທຸລະກິດ.

ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ຄື: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ເພີ່ມທະວີການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ...; ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດຢູ່ເວທີປາໄສພາກພື້ນ ແລະສາກົນ; ເສີມຂະຫຍາຍຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ; ສົມທົບກັນຄຸ້ມຄອງ ແລະນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ; ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາຄວາມສາມັກຄີ ແລະຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

ໂດຍ: ໄຊນີດາ