ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017 ຢູ່ດ່ານັ້ງ, ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC (AMM) ຄັ້ງທີ 29 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 8 ພະຈິກ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ.
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່ານັບແຕ່ AMM ຄັ້ງທີ 28 ຢູ່ ເປຣູ, ໄລຍະທາງຂອງ APEC ໃນປີຜ່ານມາ “ເຕັມໄປດ້ວຍບັນດາການຜັນແປຢ່າງສັບສົນ, ໄວວາ”. ສະພາບການໂລກ ແລະພາກພື້ນສືບຕໍ່ມີບັນດາການປ່ຽນແປງກັບກາລະໂອກາດ ແລະສິ່ງທ້າທາຍທີ່ສະຫຼັບກັນ. ເສດຖະກິດໂລກພວມໄດ້ຮັບການຟື້ນຟູແຕ່ລະດັບເຕີບໂຕຄາດຄະເນວ່າຍັງຢູ່ຕໍ່າກວ່າລະດັບປານກາງກ່ອນຈະເກີດວິກິດການປີ 2008. ໃນຂະນະທີ່ການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ນໍາມາເຊິ່ງຄວາມຫວັງກ່ຽວກັບສະມັດຕະພາບແຮງງານສູງກວ່າ, ແຕ່ກໍ່ສ້າງຄວາມວິຕົກກັງວົນບໍ່ແມ່ນໜ້ອຍ. ບັນດາຄວາມມານະພະຍາຍາມການຮ່ວມມື ແລະເຊື່ອມໂຍງເຂົ້າກັບສາກົນສືບຕໍ່ໄດ້ຮັບການເພີ່ມທະວີ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເຈິ່ນຕ໋ວນແອງ ເປັນປະທານຮ່ວມ AMM ຄັ້ງທີ 29. ພາບ: qdnd
ເຖິງຢ່າງໃດກໍ່ຕາມ, ບັນດາໄພນາບຂູ່ຍ້ອນບັນດາຄວາມເຄັ່ງຕຶງຢູ່ພາກພື້ນ, ລັດທິກໍ່ການຮ້າຍ, ຂາດຄວາມສະເໝີພາບ, ໄພທໍາມະຊາດ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດກາຍເປັນນັບມື້ນັບຮີບດ່ວນກວ່າ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ “ປີຜ່ານມາອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນວ່າຄວາມສາມາດໃນການຮັບມື, ໄດ້ນໍາມາເຊິ່ງຄວາມສຸດຍອດຂອງ APEC. APEC ສືບຕໍ່ຮັບປະກັນພາກພື້ນ ອາຊີ - ປາຊີຟິກ ແມ່ນກໍາລັງໜູນຂອງການເຕີບໂຕ ແລະເຊື່ອມໂຍງເຂົ້າກັບເສດຖະກິດເພື່ອຜົນປະໂຫຍດຂອງປະຊາຊົນ ແລະບັນດາວິສາຫະກິດ”.
ບັນດາຜູ້ແທນແລກປ່ຽນກ່ອນຈະດໍາເນີນພິທີໄຂ AMM ຄັ້ງທີ 29. ພາບ: qdnd
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ໃນປີ 2017 ບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ສຸມໃສ່ທຸກຄວາມມານະພະຍາຍາມປັບປຸງ “ທ່າ” ການຮ່ວມມືກໍ່ຄືການຊຸກຍູ້ 4 ບູລິມະສິດລວມມີການຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະກວມລວມ; ເພີ່ມທະວີຮ່ວມສໍາພັນເສດຖະກິດພາກພື້ນຢ່າງເລິກເຊິ່ງກວ້າງຂວາງ; ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງໃນສັງກາດດີຈີຕອນ; ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະກະສິກໍາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ 9 ຄັ້ງ ແລະການເຈລະຈາຂັ້ນລັດຖະມົນຕີ, ກອງປະຊຸມກວ່າ 200 ຄັ້ງ ຂອງບັນດາຄະນະກໍາມະການ, ກຸ່ມປະຕິບັດງານໄດ້ນໍາມາເຊິ່ງບັນດາໝາກຜົນຢ່າງລະອຽດ.
ໃນສະພາບການນັ້ນ, AMM ຄັ້ງທີ 29 ມີ 3 ເປົ້າໝາຍຕົ້ນຕໍແມ່ນກວດກາຄືນທຸກໆວຽກງານຂອງ APEC 2017 , ສໍາເລັດທຸກວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 25 ບັນດາການນໍາເສດຖະກິດ APEC ທີ່ຈະມາເຖິງ, ຊອກຫາມາດຕະການຊຸກຍູ້ການຮ່ວມມືໃນບາງຂົງເຂດສໍາຄັນ.
ແປໂດຍ: ເຈິ່ນຮວ່ຽນ