ທ່ານ ຮວ່າງວັນຢູ໋ງ, ປະທານສະພາທີ່ປຶກສາວິສາຫະກິດ APEC 2017 (ABAC) ໄດ້ຢັ້ງຢືນຄືດັ່ງກ່າວທີ່ການປະຊຸມຂ່າວສິ້ນສຸດວາລະປະຊຸມຄັ້ງທີ 4 ຂອງ ABAC ໃນຕອນຄໍ່າວັນທີ 6 ພະຈິກ ຢູ່ນະຄອນ ດ່ານັ້ງ.
ຕາມທ່ານ ຮວ່າງວັນຢູ໋ງ ແລ້ວ, ເສດຖະກິດໂລກ ແລະພາກພື້ນພວມໄດ້ຮັບການຟື້ນຟູ. ທ່ານປະທານ ABAC 2017 ຍົກອອກຕົວເລກຄາດຄະເນກອງທຶນເງິນຕາ IMFແລະອົງການຮ່ວມມື ແລະການພັດທະນາເສດຖະກິດ (OECD) ໂດຍໃຫ້ຮູ້ວ່າ GDP ທົ່ວໂລກຈະເພີ່ມຂຶ້ນ 3,7% ໃນປີ 2018 ເມື່ອທຽບໃສ່ກັບລະດັບ 3% ຂອງປີ 2016 ແລະບັນດາກະແສການຄ້າກໍ່ພວມໄດ້ຮັບການຟື້ນຟູ.
ຜູ້ຕາງໜ້າ ABAC ທີ່ການປະຊຸມຂ່າວໃນຕອນຄໍ່າວັນທີ 6 ພະຈິກ. ພາບ: ຫງວຽນຮົ່ງ
ທ່ານປະທານ ABAC 2017 ໃຫ້ຮູ້ວ່າ, ໃນການເຈລະຈາລະຫວ່າງບັນດາການນໍາເສດຖະກິດ APEC ກັບ ABAC ໃນວັນທີ 10 ພະຈິກຈະມາເຖິງ, ຜູ້ຕາງໜ້າຂັ້ນສູງບັນດາວິສາຫະກິດອາຊີ - ປາຊີຟິກ ຈະຍື່ນສະເໜີຕໍ່ການນໍາເສດຖະກິດ APEC ບົດລາຍງານປະຈໍາປີ, ໃນນັ້ນເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງພື້ນຖານເສດຖະກິດດິຈິຕອນ.
ບົດລາຍງານກໍ່ເນັ້ນໜັກເຖິງ “ຄວາມຮີບດ່ວນ” ຕ້ອງສ້າງເງື່ອນໄຂໃຫ້ແກ່ແມ່ຍິງໄດ້ເຂົ້າຮ່ວມພື້ນຖານເສດຖະກິດຢ່າງກວ້າງຂວາງກວ່າອີກກໍ່ຄືຄວນຊ່ວຍເຫຼືອບັນດາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງໃນບັນດາການເຄື່ອນໄຫວການຄ້າ.
ທ່ານ ຮວ່າງວັນຢູ໋ງ ໃຫ້ຮູ້ວ່າ, ບົດລາຍງານຮຽກຮ້ອງບັນດາການນໍາເສດຖະກິດ APEC ສືບຕໍ່ຍູ້ແຮງການປະຕິຮູບໂຄງປະກອບ ແລະການຄ້າ, ໃນນັ້ນສຸມໃສ່ນໍາພາຊຸກຍູ້ການຫັນສິນຄ້າ, ການບໍລິການ ແລະການລົງທຶນເປັນການຄ້າເສລີ. ທ່ານປະທານ ABAC 2017 ຢັ້ງຢືນວ່າ “ສິ່ງດັ່ງກ່າວຊຸກຍູ້ການປະຕິຮູບໂຄງປະກອບ ແລະລົບລ້າງຮົ້ວກິດຂວາງປອດພາສີ, ສົ່ງເສີມການລົງທຶນຂ້າມຊາຍແດນ ແລະຮັກສາຄໍາໝັ້ນສັນຍາຫັນພາກພື້ນການຄ້າເສລີອາຊີ - ປາຊີຟິກໃຫ້ປະກົດຜົນເປັນຈິງ (FTAAP). ບັນດາສະມາຊິກ ABAC ຄອງຄອຍການເຈລະຈາໂດຍກົງກັບບັນດາການນໍາເສດຖະກິດ APEC. ພຽງແຕ່ຜ່ານຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບຜົນປະໂຫຍດຂອງການຫັນການຄ້າ ແລະການລົງທຶນເປັນເສລີກໍ່ຄືການຮ່ວມແຮງຮ່ວມໃຈລະຫວ່າງປະຊາຄົມວິສາຫະກິດ ແລະບັນດາລັດຖະບານ, ພວກເຮົາຈຶ່ງພ້ອມກັນເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງພາກພື້ນຢ່າງສຸດຂີດ”.
ກ່ອນໜ້ານັ້ນ, ທີ່ວາລະປະຊຸມຄັ້ງທີ 4 ຂອງ ABAC, ເມື່ອແບ່ງປັນກັບວົງການນັກຂ່າວ, ທ່ານນາງ RoHana Binti Mahmood, ສະມາຊິກ ABAC ທີ່ມາຈາກພື້ນຖານເສດຖະກິດ ມາເລເຊຍ ໃຫ້ຮູ້ວ່າ, APEC ຄວນສົ່ງເສີມແມ່ຍິງເຂົ້າຮ່ວມພື້ນຖານເສດຖະກິດພາກພື້ນຢ່າງແຮງກວ່າອີກຍ້ອນການພັດທະນາຂອງອິນເຕີເນັດກໍ່ຄືກໍາລັງແມ່ຍິງໜຸ່ມໃຫ້ນັບມື້ນັບຂະຫຍັນຂັນເຄື່ອນ. ໃນຂະນະນັ້ນ, ຕາມທ່ານປະລິນຍາເອກ Allan Zeman, ສະມາຊິກ ABAC ທີ່ມາຈາກ ຮົ່ງກົງ (ຈີນ) ແລ້ວ, ບັນດາພື້ນຖານເສດຖະກິດສະມາຊິກ ABAC ຄວນ “ເປີດກວ້າງກວ່າ” ເພື່ອມຸ່ງໄປເຖິງອະນາຄົດ.
ແປໂດຍ: ກວຽດເຕີມ