ດັ່ງລຸ່ມນີ້ແມ່ນເນື້ອໃນບົດຂຽນທັງໝົດ ຜົນສໍາເລັດຂອງປີ APEC 2017 ແລະສັບປະດາຂັ້ນສູງດ້ວຍຖານະບົດບາດຂອງ ຫວຽດນາມ”:

ສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 25 ໄດ້ດຳເນີນຢູ່ນະຄອນ ດ່ານັ໋ງ ແຕ່ລະຫວ່າງວັນທີ 06 ຫາວັນທີ 11 ເດືອນ ພະຈິກ ປີ 2017 ແລະປີ APEC ຫວຽດນາມ 2017 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ນີ້ແມ່ນຜົນງານທາງການທູດທີ່ພົ້ນເດັ່ນຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ ໃນປີນີ້, ປະກອບສ່ວນຍົກສູງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າຢູ່ພາກພື້ນໃນໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວດ້ວຍບັນດາການຫັນປ່ຽນມີລັກສະນະບາດລ້ຽວ. ຜົນສໍາເລັດນັ້ນເປັນຂີດໝາຍສໍາຄັນໃໝ່ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ ແລະຜັນຂະຫຍາຍການຕ່າງປະເທດຫຼາຍຝ່າຍ, ປະກອບສ່ວນປັບປຸງທ່າອ່ຽງສັນຕິພາບ, ການຮ່ວມມື, ພັດທະນາ ແລະຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດຫວຽດນາມ ໃນເວທີສາກົນ.

leftcenterrightdel
ພາບປະກອບຄັດຈາກ: tuyengiao.vn 

ເລື່ອງໄດ້ຮັບບົດບາດເປັນປະເທດເຈົ້າພາບປີ APEC 2017 ກໍ່ແມ່ນບາດກ້າວປະກອບສ່ວນຫັນແນວທາງການຕ່າງປະເທດໂດຍກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກວາງອອກເປັນລະອຽດນັ້ນແມ່ນຍົກສູງຄຸນນະພາບ, ມີປະສິດທິຜົນວຽກງານການຕ່າງປະເທດຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນສ້າງສາ, ຕັ້ງບັນດາກົນໄກຫຼາຍຝ່າຍໃຫ້ເປັນຮູບປະທຳ.

ພິເສດ, ປີ APEC 2017 ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ດໍາເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາຂີດໝາຍປະຫວັດສາດໃນເສັ້ນທາງການຕ່າງປະເທດຫຼາຍຝ່າຍ, ເປັນຕົ້ນແມ່ນສະເຫຼີມສະຫຼອງ 40 ປີເຂົ້າຮ່ວມເປັນສະມາຊິກສະຫະປະຊາຊາດ (1977 – 2017) ແລະໄລຍະໃກ້ຈະມາເຖິງແມ່ນ 20 ປີແຫ່ງການເຂົ້າຮ່ວມ APEC (1998 - 2018). ບັນດາໝາກຜົນທີ່ບັນລຸໄດ້ໃນປີ APEC 2017 ຈະສ້າງທ່ວງທ່າເພື່ອໃຫ້ ຫວຽດນາມ ຮັບບັນດາຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງສາກົນໃນຊຸມປີຈະມາເຖິງ, ໃນນັ້ນ, ມີເລື່ອງສະໝັກເລືອກຕັ້ງເຂົ້າໃນຕໍາແໜງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອະຍຸການ 2020-2021 ແລະເປັນປະທານ ອາຊຽນ 2020.

ອາດຈະຢືນຢັນໄດ້ວ່າສັບປະດາຂັ້ນສູງ APEC ຫວ່າງແລ້ວນີ້ໄດ້ນໍາ ຫວຽດນາມ ກາຍເປັນຈຸດສຸມຄວາມສົນໃຈຂອງໂລກ. ການນໍາບັນດາພື້ນຖານເສດຖະກິດສະມາຊິກ APEC ທັງໝົດ,ໃນນັ້ນ, ມີການນໍາບັນດາພື້ນຖານເສດຖະກິດໃຫຍ່ແຖວໜ້າໃນໂລກຄື: ສປ ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ... ລ້ວນແຕ່ໄດ້ເຕົ້າໂຮມຢູ່ນະຄອນ ດ່າໜັ້ງ, ພ້ອມກັບຜູ້ແທນ, ວິສາຫະກິດ ແລະນັກຂ່າວທັງພາຍໃນ ແລະຕ່າງປະເທດກວ່າ 11.000 ຄົນ.

ດ້ວຍເອກະສານ 8 ສະບັບທີ່ໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ APEC 2017. ໃນນັ້ນ, ສໍາຄັນທີ່ສຸດແມ່ນຖະແຫຼງການຂັ້ນສູງ ດ່າໜັ້ງ ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ, ຫວຽດນາມ ອີກເທື່ອໜຶ່ງໄດ້ແຕ່ງແຕ້ມສີສັນຂີດໝາຍຂອງຕົນໃນວິວັດທະນາການຮ່ວມມືຂອງ APEC.

ບໍ່ພຽງແຕ່ເສີມຂະຫຍາຍບັນດາຜົນງານຂອງ 28 ປີແຫ່ງການຮ່ວມມື, ບັນດາໝາກຜົນຂອງສັບປະດາຂັ້ນສູງໄດ້ຍົກລະດັບການຮ່ວມມື APEC ແລະກຳນົດທິດກ້າວເດີນຍຸດທະສາດຂອງເວທີປາໄສໃນຫຼາຍປີຈະມາເຖິງ. ໃນນັ້ນ, ຄວນເນັ້ນໜັກເຖິງເລື່ອງບັນດາການນໍາເສດຖະກິດ APEC ເປັນເທື່ອທໍາອິດທີ່ຮັບຮອງເອົາລາຍການເຄື່ອນໄຫວພັດທະນາແບບກວມລວມກ່ຽວກັບເສດຖະກິດ, ການເງິນ ແລະສັງຄົມກໍ່ຄືວາງອອກຂອບເຂດການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ.

ບັນດາສະມາຊິກກໍ່ເຫັນດີເປັນເອກະພາບຮັບຮອງເອົາຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການສ້າງຕັ້ງກຸ່ມວິໄສທັດ APEC, ມຸ່ງໄປເຖິງການສ້າງ APEC ເພື່ອປະຊາຊົນ ແລະວິສາຫະກິດ, ມີຄວາມສາມາດຮັບມື ແລະນໍາໜ້າໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເລື່ອງສ້າງປະຊາຄົມອາຊີ-ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດແໜ້ນ ແລະວັດທະນາຖາວອນ.

ທີ່ສັບປະດາຂັ້ນສູງ APEC 2017 ຍັງປະກອບສ່ວນສໍາຄັນເຮັດໃຫ້ການພົວພັນລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ ແລະລະຫວ່າງ ຫວຽດນາມ ກັບບັນດາສະມາຊິກ APEC ເລິກເຊິ່ງກວ່າອີກ.

ຜົນສໍາເລັດຂອງປີ APEC 2017 ແມ່ນໝາກຜົນຂອງສາເຫດອັດຕະວິໄສ ແລະພາວະວິໄສຫຼາຍຢ່າງ. ກ່ອນອື່ນໝົດ, ນັ້ນແມ່ນແນວທາງການທູດທີ່ຖືກຕ້ອງຂອງພັກ, ລັດຫວຽດນາມ ກ່ຽວກັບ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະຕັ້ງໜ້າປະກອບສ່ວນສ້າງບັນດາກົນໄກຫຼາຍຝ່າຍໃຫ້ເປັນຮູບປະທຳ; ການຊີ້ນໍາ, ນໍາພາຢ່າງໃກ້ຊິດຂອງກົມການເມືອງ, ຄະນະບໍລິຫານສູນກາງພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ; ຄວາມຕັດສິນໃຈ ແລະເປັນຈິດໜຶ່ງໃຈດຽວກັນຂອງທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ ແລະທົ່ວປວງຊົນ.

ໃນຕະຫຼອດວິວັດການກະກຽມບັນດາເຫດການຂອງປີ APEC 2017, ພວກເຮົາໄດ້ເສີມຂະຫຍາຍກໍາລັງແຮງທົ່ວປວງຊົນ, ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນ, ຂອງປະຊາຄົມວິສາຫະກິດ, ນັກສິລະປິນ, ນັກສິລະປະທົ່ວປະເທດສໍາລັບເຫດການການເມືອງ-ເສດຖະກິດສໍາຄັນແຖວໜ້າຢູ່ພາກພື້ນ.

ປີ APEC 2017 ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມດ້ວຍຫຼາຍຂີດໝາຍທີ່ພົ້ນເດັ່ນ ແລະເປັນເທື່ອທີສອງຂອງ ຫວຽດນາມ ໄດ້ຈັດຕັ້ງປີ APEC, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນປະເທດເຈົ້າພາບ ແລະປະຕິບັດສໍາເລັດບັນດາເປົ້າໝາຍທີ່ໄດ້ວາງອອກເປັນຢ່າງດີ. ສັບປະດາຂັ້ນສູງ APEC ຫວ່າງແລ້ວນີ້ຍັງນໍາມາໃຫ້ບັນດາແຫຼ່ງກຳລັງຢ່າງແທດຈິງຮັບໃຊ້ພາລະກິດພັດທະນາເສດຖະກິດ-ສັງຄົມຂອງປະເທດດ້ວຍຂໍ້ຕົກລົງຮ່ວມມືທັງໝົດແມ່ນ 121 ສະບັບ,  ສັນຍາໄດ້ຮັບການລົງນາມ, ມີມູນຄ່າເກືອບ 20 ຕື້ໂດລາສະຫະລັດ, ທົບເກືອບ 10 ເທົ່າຂອງຍອດມູນຄ່າບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2006.

ນີ້ແມ່ນກາລະໂອກາດເພື່ອໃຫ້ປະເທດຫວຽດນາມ ແນະນໍາເພື່ອນມິດສາກົນເຖິງປະເທດຫວຽດນາມ ພັດທະນາຂະຫຍັນຂັນເຄື່ອນ, ຮັກແພງແຂກ, ສະຫງົບສຸກ, ມີທ່າແຮງ ແລະຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດ, ການພັດທະນາ, ການລົງທຶນ, ການດໍາເນີນທຸລະກິດ, ການທ່ອງທ່ຽວ... ຜ່ານນັ້ນ, ພວກເຮົາກໍ່ໄດ້ຍົກສູງກຳລັງຄວາມສາມາດເຊື່ອມໂຍງເຂົ້າກັບສາກົນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ; ການເຝິກຝົນຫຼໍ່ຫຼອມ, ບໍາລຸງສ້າງໄດ້ຖັນແຖວພະນັກງານຢູ່ທັງສູນກາງ ແລະທ້ອງຖິ່ນ, ປັບປຸງພື້ນຖານຂອງວັດທະນະທໍາເຊື່ອມໂຍງເຂົ້າກັບສາກົນໃຫ້ໜັກແໜ້ນກວ່າອີກ.

ສືບຕໍ່ທ່ວງທ່າຜົນສໍາເລັດນັ້ນ, ໃນຊຸມປີຈະມາເຖິງ, ພວກເຮົາສືບຕໍ່ຮ່ວມເດີນທາງພ້ອມກັບບັນດາສະມາຊິກ APEC ຜັນຂະຫຍາຍບັນດາຄໍາໝັ້ນສັນຍາທີ່ບັນລຸໄດ້, ປະກອບສ່ວນເຂົ້າເລື່ອງກໍ່ສ້າງວິໄສທັດ APEC ມຸ່ງໄປເຖິງປີ 2020 ແລະອະນາຄົດ, ປະກອບສ່ວນເພື່ອໃຫ້ ອາຊີ-ປາຊີຟິກ ສືບຕໍ່ແມ່ນກໍາລັງໜູນເຕີບໂຕ ແລະຮ່ວມສຳພັນເສດຖະກິດທົ່ວໂລກ, ພ້ອມທັງຮັບປະກັນໃຫ້ APEC ແມ່ນເວທີປາໄສເພື່ອປະຊາຊົນ ແລະວິສາຫະກິດ, ມຸ່ງໄປເຖິງການຫັນວິໄສທັດຍຸດທະສາດກ່ຽວກັບການພົວພັນຄູ່ຮ່ວມມືອາຊີ-ປາຊິຟິກ ພັດທະນາແບບຍືນຍົງ ແລະກວມລວມໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງ.

ຜົນສໍາເລັດຂອງປີ APEC 2017 ແລະສັບປະດາຂັ້ນສູງໄດ້ສ້າງບັນຍາກາດ ແລະຈິດໃຈໃໝ່ໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນ, ປຸກລຸກນໍ້າໃຈຄວາມເອກອ້າງທະນົງໃຈຊົນຊາດ, ເຈດຈໍານົງກຸ້ມຕົນເອງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນຢ່າງແຮງຂອງປະຊາຄົມວິສາຫະກິດ ແລະພໍ່ແມ່ປະຊາຊົນທົ່ວປະເທດເສີມຂະຫຍາຍນໍ້າໃຈຮັກຊາດ, ກໍາລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ແຂ່ງຂັນກັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຢ່າງມີໄຊ, ເປີດອອກສະໄໝພັດທະນາໃໝ່ສະຫງ່າງາມຂອງປະເທດຊາດ.

 

 

ແປໂດຍ: ດັ້ງເກື່ອງ