ພ້ອມກັນນັ້ນ, ພື້ນຖານເສດຖະກິດເຈົ້າພາບ ຫວຽດນາມ ໄດ້ສ້າງຂີດໝາຍຂອງຕົນ, ກາຍເປັນຈຸດສຸມທີ່ເອົາໃຈໃສ່ປະກົດຢ່າງຕໍ່ເນື່ອງໃນກະແສຂໍ້ມູນຢູ່ບັນດາພາຫະນະສື່ມວນຊົນສາກົນໃນຊຸມວັນຜ່ານມາ.

ປີ APEC 2017 ໄດ້ດໍາເນີນກົງກັບເວລາ APEC ກໍາລັງຢູ່ໃນໄລຍະສຸດທ້າຍເພື່ອສໍາເລັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະລົງທຶນເປັນເສລີໃນປີ 2020. ຄຽງຄູ່ກັນນັ້ນແມ່ນການປະກົດສິ່ງກີດຂວາງຫຼາຍຢ່າງສໍາລັບວິວັດການຫັນເປັນໂລກາພິວັດ ແລະເຊື່ອມຕໍ່ເສດຖະກິດ. ສະພາບຕົວຈິງນີ້ໄດ້ເຮັດໃຫ້ບັນດາການນໍາ APEC ຕ້ອງຮັບຜິດຊອບໜ້າທີ່ສໍາຄັນແມ່ນຮ່ວມແຮງຮ່ວມໃຈກະທໍາເພື່ອແນໃສ່ສ້າງບາດກ້າວຫັນປ່ຽນຢ່າງແຮງໃຫ້ເວທີປາໄສ. ບັນດາຂໍ້ລິເລີ່ມ, ຂໍ້ຕົກລົງທີ່ບັນລຸໄດ້ແມ່ນສະແດງໃຫ້ເຫັນສິ່ງດັ່ງກ່າວ. ຄວາມຕັດສິນໃຈດ້ານການເມືອງຢ່າງແຮງຂອງບັນດາການນໍາເສດຖະກິດ APEC ພ້ອມກັບບັນດາມາດຕະການແຂງກ້າເຊິ່ງບັນດາສະມາຊິກກຽມພ້ອມໃຫ້ຄໍາໝັ້ນສັນຍາແມ່ນການພິສຸດໃຫ້ເຫັນວ່າ APEC ກໍາລັງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ “ສ້າງກໍາລັງໜູນໃໝ່”, ເພື່ອອະນາຄົດຂອງສະຕະວັດທີ 21 ເຊິ່ງເລີ່ມຕົ້ນຈາກພາກພື້ນອາຊີ-ປາຊີຟິກ- ປະຊາຄົມທີ່ຂະຫຍັນຂັນເຄື່ອນກ່ຽວກັບເສດຖະກິດ, ກວມລວມດ້ານສັງຄົມ, ມີສະຖຽນລະພາບກ່ຽວກັບຄວາມສະຫງົບ ແລະເພື່ອປະຊາຊົນ ແລະວິສາຫະກິດຢ່າງແທ້ຈິງ. 

leftcenterrightdel
ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ຖ່າຍຮູບລວມ. ພາບ: tuoitre.vn

ໃນຂອບເຂດປີ APEC 2017, ຜູ້ຕາງໜ້າ ແລະນັກຊ່ຽວຊານຂອງບັນດາອົງການຈັດຕັ້ງສາກົນໄດ້ມາເຂົ້າຮ່ວມ ແລະກ່າວຄໍາປາໄສທີ່ການເຄື່ອນໄຫວຕ່າງໆ, ໃນນັ້ນມີກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB), ອົງການຮ່ວມມື ແລະພັດທະນາເສດຖະກິດ (OECD), ທະນາຄານພັດທະນາອາຊີ (ADB)... ປະຊາຄົມວິສາຫະກິດ ແລະນັກຮຽນຮູ້ກໍ່ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າທີ່ບັນດາການເຄື່ອນໄຫວນີ້. ການຊຸກຍູ້ສໍາເລັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະການລົງທຶນເປັນເສລີໃນປີ 2020 ແມ່ນເປົ້າໝາຍຂອງການຮ່ວມມື APEC ນັບແຕ່ປີ 1994 ມາເຖິງປະຈຸບັນນີ້. ແລະກໍ່ໃນປີ 2017, ບັນດາສະມາຊິກ APEC ຍັງສືບຕໍ່ນໍາສະເໜີຫຼາຍແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຜັນຂະຫຍາຍບັນດາເປົ້າໝາຍ Bogor. ບັນດາສິ່ງດັ່ງກ່າວໄດ້ສົ່ງສານຢ່າງແຮງວ່າ, APEC ກໍາລັງນັບມື້ນັບຢັ້ງຢືນບົດບາດແມ່ນກົນໄກລິເລີ່ມແນວຄວາມຄິດຮ່ວມມື, ຮ່ວມສຳພັນ ແລະສາມາດເຕົ້າໂຮມພູມປັນຍາຂອງປະຊາຄົມພາກພື້ນ ແລະສາກົນ.

ໂດຍແມ່ນໜຶ່ງໃນບັນດາເວທີປາໄສຫຼາຍຝ່າຍທີ່ສໍາຄັນ, ນຳເອົາຜົນປະໂຫຍດແທດຈິງຫຼາຍຢ່າງມາໃຫ້ ຫວຽດນາມ ທີ່ສຸດ, APEC ເຕົ້າໂຮມ 13 ໃນຈໍານວນ 25 ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ, ພ້ອມກັບຫຼາຍຄູ່ຮ່ວມມືເສດຖະກິດ, ການຄ້າສິນຄ້າແຖວໜ້າຂອງ ຫວຽດນາມ. 18 ສະມາຊິກ APEC ແມ່ນບັນດາຄູ່ຮ່ວມມືສໍາຄັນໃນບັນດາສັນຍາການຄ້າເສລີ (FTA) ສອງຝ່າຍ ແລະຫຼາຍຝ່າຍຂອງປະເທດ ຫວຽດນາມ. ບັນດາສະມາຊິກກວມເອົາ 78% ເງິນລົງທຶນໂດຍກົງຈາກຕ່າງປະເທດ, 75% ການຄ້າສິນຄ້າ, 38% ຊ່ວຍເຫຼື້ອພັດທະນາຢ່າງເປັນທາງການ ແລະ79% ຈໍານວນແຂກທ່ອງທ່ຽວສາກົນຂອງ ຫວຽດນາມ. ຍ້ອນເຫດນັ້ນ, ປີ APEC 2017 ແມ່ນຈຸດສຸມການພົວພັນຕ່າງປະເທດຂອງ ຫວຽດນາມ ສໍາລັບການຮ່ວມມື APEC ໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.

ປີ 2017 ໄດ້ຮັບຕີລາຄາວ່າແມ່ນໜຶ່ງໃນບັນດາຊຸມປີທ້າທາຍທີ່ສຸດສໍາລັບບັນດາກົນໄກຮ່ວມມືຫຼາຍຝ່າຍໃນທົ່ວໂລກ, ໃນນັ້ນມີ  APEC ຕໍ່ໜ້າສະພາບການນັ້ນ, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນເຈົ້າພາບເປັນຢ່າງດີ, ໜູນໃຊ້ບັນດາຫຼັກການຮ່ວມມືມີປະສິດທິຜົນເພື່ອຊຸກຍູ້ບັນດາສະມາຊິກຮັກສາທວງທ່າພັດທະນາ, ຮ່ວມສຳພັນ, ກ້າວໄປເຖິງການເຫັນດີເຫັນພ້ອມໃນຫຼາຍບັນຫາຮ່ວມມືດ້ານວິຊາການ. ຫາງສຽງສາກົນໄດ້ຕີລາຄາດ້ວຍບົດບາດເປັນເຈົ້າພາບ, ຫວຽດນາມ ໄດ້ພ້ອມກັບສະມາຊິກ APEC ປຸກຕື່ນບັນດາ “ກໍາລັງໜູນໃໝ່” ໃຫ້ການເຕີບໂຕ ແລະການຮ່ວມສຳພັນຂອງພາກພື້ນ. ມີຫຼາຍເນື້ອໃນຮ່ວມມືໃນປີນີ້ມີລັກສະນະສືບທອດຂອງການຮ່ວມມື APEC ໃນຊຸມປີກ່ອນນັ້ນ. ແຕ່ວ່າ ຫວຽດນາມ ໄດ້ນຳເອົາບັນດາປັດໄຈທີ່ມີລັກສະນະສະຖານະການເຂົ້າຕື່ມ. ນີ້ແມ່ນການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ເພື່ອແນໃສ່ຍົກສູງຄວາມສາມາດຮັບມືຂອງ APEC ໃນໂລກພວມມີການຫັນປ່ຽນຢ່າງໃຫຍ່ຫຼວງ, ພາຍໃຕ້ການກະທົບຂອງວິວັດໂລກາພິວັດຢ່າງເລິກເຊິ່ງ, ກວ້າງຂວາງ, ການປະຕິວັດອຸດສາຫະກຳ 4.0 ພ້ອມກັບສິ່ງທ້າທາຍຫຼາຍຢ່າງຢູ່ພາກພື້ນ ແລະທົ່ວໂລກກໍາລັງປະກົດເກີດ...

ສໍາລັບ ຫວຽດນາມ, ພ້ອມກັບການຮັບບົດບາດເປັນປະທານ ອາຊຽນ ປີ 2020 ແລະສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດອະຍຸການ 2020-2021 ກໍ່ຄືບັນດາຄວາມມານະພະຍາຍາມສໍາເລັດບັນດາຄໍາໝັ້ນສັນຍາເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ໃນປີ 2018, ເລື່ອງຈັດຕັ້ງປີ APEC 2017 ປະສົບຜົນສຳເລັດປະກອບສ່ວນເຮັດໃຫ້ແຜນນະໂຍບາຍຍົກສູງຄຸນນະພາບ, ປະສິດທິຜົນວຽກງານພົວພັນຕ່າງປະເທດຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນກໍ່ສ້າງ, ສ້າງບັນດາກົນໄກຫຼາຍຝ່າຍເປັນຮູບປະທຳ. ບັນດາການຢ້ຽມຢາມທາງລັດຖະກິດ ແລະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການພ້ອມກັບບັນດາການພົບປະສອງຝ່າຍລະຫວ່າງການນໍາປະເທດ ຫວຽດນາມ ກັບບັນດາການນໍາພື້ນຖານເສດຖະກິດສະມາຊິກ APEC ເນື່ອງໃນໂອກາດນີ້ຈະຊ່ວຍ ຫວຽດນາມ ນໍາບັນດາຂອບເຂດພົວພັນຄູ່ຮ່ວມມືໄດ້ຮັບການສ້າງຂຶ້ນເຂົ້າສູ່ລວງເລິກມີສະຖຽນລະພາບ, ໝັ້ນຄົງເຂັ້ມແຂງ, ພິເສດແມ່ນເພີ່ມທະວີການປະສານບັນດາຜົນປະໂຫຍດໄລຍະຍາວກັບບັນດາສະມາຊິກ APEC ຫຼັກແຫຼ່ງ. ຄຽງຂ້າງເລື່ອງໂຄສະນາຮູບພາບປະເທດຫວຽດນາມ ສັນຕິພາບ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະເຕັມໄປດ້ວຍນໍ້າໃຈຮັກແຂກ, ບັນດາການເຄື່ອນໄຫວຂອງປີ APEC 2017 ຍັງນຳເອົາກາລະໂອກາດ,  ຮ່ວມມືດໍາເນີນທຸລະກິດ, ການລົງທຶນ, ການທ່ອງທ່ຽວ... ມາໃຫ້ບັນດາທ້ອງຖິ່ນ ແລະວິສາຫະກິດ.

ເພື່ອນມິດ ແລະຄູ່ຮ່ວມມືຢູ່ໃນກໍ່ຄືຢູ່ນອກເວທີປາໄສລ້ວນແຕ່ເຄົາລົບນັບຖື, ຕີລາຄາສູງວຽກງານຈັດຕັ້ງຢ່າງຮອບຄອບຖີ່ຖ້ວນ, ມີວິຊາຊີບເຖິງບັນດາຂໍ້ສະເໜີ, ຂໍ້ລິເລີ່ມເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ຊຸກຍູ້ການຮ່ວມມື, ຮ່ວມສຳພັນ APEC. ຮູບພາບ ຫວຽດນາມ ເຖິງວ່າກໍາລັງຮັບມື, ແກ້ໄຂຜົນຮ້າຍຈາກພາຍຸລູກ 12 (Damrey) ກໍ່ຕາມ, ຫາກຍັງເຮັດຈົດສຸດຄວາມສາມາດຂອງຕົນເພື່ອໃຫ້ສັບປະດາຂັ້ນສູງ APEC 2017 ດຳເນີນຢ່າງສະດວກ, ທັງຮັບປະກັນຄວາມສົມກຽດແຕ່ຍັງສະແດງໃຫ້ເຫັນຄວາມສະໜິດສະໜົມສິ່ງດັ່ງກ່າວແມ່ນຍາກທີ່ຈະຫຼົງລືມໄດ້ສໍາລັບຜູ້ທີ່ໄດ້ເຂົ້າຮ່ວມ. ປີ APEC 2017 ໄດ້ປິດລົງຢ່າງເປັນທາງການແຕ່ວ່າຫາງສຽງກ່ຽວກັບເວທີປາໄສທີ່ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍພະລັງຊີວິດ ແລະຄວາມຮັບຜິດຊອບກໍ່ຄື ຫວຽດນາມ ແຫ່ງການປ່ຽນແປງໃໝ່, ຕັ້ງໜ້າ ແລະເຕັມໄປດ້ວຍຄວາມຮັກແພງແຂກຄົນຍັງຄົງແຜ່ຂະຫຍາຍຢ່າງກວ້າງຂວາງໄປທົ່ວທຸກແຫ່ງ.

 

ແປໂດຍ: ເກື່ອງດັ້ງ