ໃນບົດກ່າວຄໍາເຫັນໄຂກອງປະຊຸມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າການນໍາບັນດາພື້ນຖານເສດຖະກິດຈະດໍາເນີນບັນດາວາລະປະຊຸມລັບເພື່ອແລກປ່ຽນຢ່າງລະອຽດ, ແທດຈິງກ່ຽວກັບບັນດາບັນຫາທີ່ພວມວາງອອກຕໍ່ກັບເວທີປາໄສ, ກໍ່ຄືວິທີແກ້ໄຂຄວາມຫຍຸ້ງຍາກມຸ່ງໄປເຖິງການສ້າງອະນາຄົດລວມທີ່ດີງາມກວ່າອີກ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: “25 ປີຜ່ານມາ, ໂລກ ແລະພາກພື້ນມີບັນດາການຫັນປ່ຽນຢ່າງເລິກເຊິ່ງກ່ຽວກັບເສດຖະກິດ, ການພົວພັນສາກົນ ແລະການປຽບທຽບລະຫວ່າງກຳລັງ. ແຕ່ດ້ວຍການກໍານົດທິດຍຸດທະສາດແມ່ນຖືເອົາການຮ່ວມມືດ້ານເສດຖະກິດເປັນພື້ນຖານ, ລົບລ້າງຮົ້ວກີດຂວາງດ້ານການຄ້າ ແລະການລົງທຶນເປັນຈຸດສຸມ, ພວກເຮົາອາດຈະພໍໃຈກັບບັນດາໝາກຜົນທີ່ບັນລຸໄດ້”.

leftcenterrightdel
ບັນຍາກາດກອງປະຊຸມຂັ້ນສູງບັນດາການນໍາເສດຖະກິດ APEC 2017. ພາບ: qdnd.vn

ຕາມນັ້ນ, ທ່ານປະທານປະເທດຫວຽດນາມ ຖືວ່າ, APEC ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຄວາມສາມາດຮັບມື ແລະຫັນປ່ຽນເພື່ອກາຍເປັນເວທີປາໄສເສດຖະກິດແຖວໜ້າໃນພາກພື້ນ, ເປັນກໍາລັງໜູນຂອງການເຕີບໂຕ ແລະຮ່ວມສຳພັນເສດຖະກິດ, ສະແດງໃຫ້ເຫັນບົດບາດນໍາພາໃນການແກ້ໄຂບັນດາສິ່ງທ້າທາຍຮີບດ່ວນໃນທົ່ວໂລກ. ບັນດາເປົ້າໝາຍ Bogor ກ່ຽວກັບການເປີດປະຕູ, ຫັນການຄ້າ ແລະການລົງທຶນເປັນເສລີ, ການສະໜັບສະໜູນການຄ້າຫຼາຍຝ່າຍ, ບັນດາຍຸດທະສາດ ແລະລາຍການເຕີບໂຕເຊື່ອມຕໍ່ໄດ້ກາຍເປັນການກໍານົດທິດຍາວນານໃຫ້ການເຄື່ອນໄຫວຂອງ APEC, ເປີດອອກຫຼາຍຮ້ອຍຂົງເຂດຮ່ວມມືຢ່າງລະອຽດ; ໃນນັ້ນມີບັນດາບັນຫາດ້ານການຄ້າ, ການລົງທຶນລຸ້ນໃໝ່ໄດ້ ແລະກໍາລັງຕອບສະໜອງບັນດາຄວາມຕ້ອງການໃໝ່ທີ່ວາງອອກໃນສັງກາດດີຈີຕອນຢ່າງທັນທີ.

ເຖິງຢ່າງໃດກໍ່ຕາມ, ທ່ານປະທານປະເທດຫວຽດນາມ ຖືວ່າ, ພຽງແຕ່ໜຶ່ງປີນັບແຕ່ກອງປະຊຸມ ຄັ້ງກ່ອນ ຢູ່ ເປຣູ, ໂລກໄດ້ເຫັນປະຈັກຕາບັນດາການຫັນປ່ຽນແປງຢ່າງວ່ອງໄວ ແລະສັບສົນກວ່າເມື່ອທຽບກັບການຄາດຄະເນ. ສະພາບການຄວາມໜັ້ນຄົງດ້ານການເມືອງໂລກຂາດສະຖຽນລະພາບຫຼາຍຢ່າງ. ພາຍຫຼັງ 10 ປີນັບແຕ່ວິກິດການເສດຖະກິດການເງິນທົ່ວໂລກ, ເສດຖະກິດຂອງໂລກກໍາລັງຢູ່ໃນທ່າຟື້ນຟູ ແລະສືບຕໍ່ດັດປັບຕໍ່ໜ້າບັນດາການຫັນປ່ຽນຢ່າງເລິກເຊິ່ງ. ຄຽງຄູ່ກັບການຮ່ວມສຳພັນເສດຖະກິດໃນພາກພື້ນກໍາລັງປະສົບກັບຄວາມວິຕົກກັງວົນຍ້ອນບັນດາການຜັນແປທົ່ວໂລກກ່ຽວກັບການຄ້າເສລີ ແລະການເປີດປະຕູ. ເຖິງວ່າ, ເສດຖະກິດໂລກມີການຈະເລີນເຕີບໂຕກວ່າ, ການປະຕິວັດເຕັກໂນໂລຊີ ຄັ້ງທີ 4 ນໍາມາກາລະໂອກາດທີ່ໃຫຍ່ຫຼວງຫຼາຍຢ່າງໃຫ້ການພັດທະນາ ແລະການປ່ຽນແປງໃໝ່. ບັນດາຂໍ້ຕົກລົງທົ່ວໂລກ, ເປັນຕົ້ນແມ່ນໂຄງການດຳເນີນງານການພັດທະນາແບບຍືນຍົງຮອດປີ 2030 ມີຄວາມໝາຍປະຫວັດສາດ, ກໍານົດທິດຍາວນານໃຫ້ການຊຸກຍູ້ການຮ່ວມມືດ້ານເສດຖະກິດເພື່ອການພັດທະນາແບບຍືນຍົງ. ທ່ານປະທານປະເທດຫວຽດນາມ ຢັ້ງຢືນວ່າ, ສະຖານະການນັ້ນຮຽກຮ້ອງໃຫ້ APEC ຕ້ອງຢັ້ງຢືນ ແລະເສີມຂະຫຍາຍບົດບາດນໍາໜ້າໃນການຊອກຫາບັນດາກໍາລັງໜູນໃໝ່ໃຫ້ການເຕີບໂຕ, ການຄ້າ, ການລົງທຶນກໍ່ຄືການເຊື່ອມຕໍ່ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຈາກການພັດທະນາ.

ຫຼັງຈາກບົດກ່າວຄໍາເຫັນໄຂກອງປະຊຸມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະປະຊຸມປິດລັບ.

ແປໂດຍ: ຈາງຫງວຽນ