leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ກວດກາ ແລະໃຫ້ກໍາລັງໃຈບັນດາກໍາລັງກອງທັບປະຕິບັດໜ້າທີ່ປ້ອງກັນສັບປະດາຂັ້ນສູງ APEC. ພາບ: ຕ໋ຽນຢຸງ

ພາຍຫຼັງກໍາແໜ້ນສະພາບວຽກງານປ້ອງກັນສັບປະດາຂັ້ນສູງ APEC 2017, ທ່ານພົນໂທ ຫງວຽນເຟືອງນາມ ຊົມເຊີຍບັນດາກົມກອງໄດ້ຍົກສູງຈິດໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍການປະຕິບັດທຸກໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການ, ເພື່ອໃຫ້ເພື່ອນມິດສາກົນສາມາດເຫັນໄດ້ປະເທດຫວຽດນາມ ພວມຢູ່ໃນທ່າພັດທະນາ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ປະຊາຊົນຮັກແພງແຂກ, ຮັກຫອມສັນຕິພາບ.

ທ່ານຮອງຫົວໜ້າກົມໃຫຍ່ເສນາທິການຮຽກຮ້ອງໃຫ້ບັນດາກົມກອງສືບຕໍ່ຍົກສູງສະຕິລະວັງຕົວປະຕິວັດ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງຄຸ້ມຄອງ, ປ້ອງກັນເຂດນ່ານຟ້າ, ເຂດນ່ານທະເລ, ເຄືອຂ່າຍອິນເຕີແນັດ ແລະບັນດາເຂດຈັດຕັ້ງເຫດການໄວ້ໃຫ້ໝັ້ນຄົງຮັບປະກັນຄວາມປອດໄພຢ່າງເດັດຂາດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໃນທຸກສະຖານະການ.

 

ແປໂດຍ: ຫງວຽນກຸກ