ຜັນຂະຫຍາຍໜ້າທີ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີພາຍຫຼັງສົງຄາມ
ວັນທີ 15 ເມສາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ ແລະ ທາດເຄມີພາຍຫຼັງສົງຄາມຢູ່ ຫວຽດນາມ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫ້ອງການອົງການປະຈຳຄະນະຊີ້ນຳ 701 ແລະ ບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ກ່ຽວກັບການຜັນຂະຫຍາຍໜ້າທີ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮຽກຮ້ອງຕ້ອງສືບຕໍ່ກຳນົດແຈ້ງບັນດາວຽກງານປະຕິບັດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມ ຢູ່ຫວຽດນາມ ແມ່ນໜ້າທີ່ຮີບດ່ວນ, ມີລັກສະນະມະນຸດສະທຳຢ່າງເລິກເຊິ່ງ. ບັນດາອົງການ, ກົມກອງຕ້ອງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍ, ປະຕິບັດໜ້າທີ່ຈຸດສຸມ, ຄື: ສືບຕໍ່ກວດກາຄືນ, ສ້າງລະບອບລະບຽບການ, ນະໂຍບາຍ, ຂໍ້ກຳນົດໃຫ້ສົມບູນແບບ ເພື່ອຊຸກຍູ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມ; ສ້າງ, ສະເໝີຕໍ່ລັດຖະບານປະກາດໃຊ້ໂຄງການກະທຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນໄລຍະ 2026-2045 ໃນປີນີ້. ພ້ອມກັນນັ້ນ, ກໍ່ປະຕິບັດບັນດາເອກະສານຂໍ້ຕົກລົງຮ່ວມມືສາກົນໃຫ້ເປັນຢ່າງດີ, ດຶງດູດແຫຼ່ງກຳລັງ, ເຕັກໂນໂລຊີໃໝ່, ເພື່ອເພີ່ມຄວາມໄວໃນການທຳລາຍລະເບີດທີ່ບໍ່ທັນແຕກ, ປະຕິບັດການແກ້ໄຂທາດພິດເຄມີໃຫ້ສຳເລັດໂດຍໄວ ແລະ ເພີ່ມຈຳນວນຜູ້ຖືກເຄາະຮ້າຍທີ່ໄດ້ຮັບການໜູນຊ່ວຍຂຶ້ນ.
ແຫຼ່ງຄັດຈາກ: vovworld.vn