ນັບແຕ່ຕົ້ນປີມາຮອດປັດຈຸບັນ, APEC 2017 ໄດ້ຜ່ານກອງປະຊຸມຫຼາຍຄັ້ງ, ບັນດາບັນຫາທີ່ນໍາມາປຶກສາຫາລື ແລະເຫັນດີຮັບຮອງເອົາ ລວມມີ: ຄວາມໝັ້ນຄົງດ້ານສະບຽງອາຫານ ແລະການປ່ຽນແປງຂອງດິນຟ້າອາກາດ; ການບໍລິການ ແລະການລົງທຶນ; ເສດຖະກິດດີຈີຕອນ ແລະເສດຖະກິດທາງເຄືອຂ່າຍອິນເຕີແນັດ; ສິນຄ້າ ແລະການບໍລິການສິ່ງແວດລ້ອມ; ລະບົບມູນຄ່າທົ່ວໂລກ ແລະເຊື່ອມຕໍ່ລະບົບສະໜອງ; ຊັບສິນທາງປັນຍາ; ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນ; ການຮ່ວມມືດ້ານການເງິນ; ການຮັບມືກັບສະພາບການສຸກເສີນ ແລະຄຸ້ມຄອງໄພທໍາມະຊາດ,...

leftcenterrightdel
ທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ກ່າວປາໄສທີ່ການປະຊຸມຂ່າວ. ພາບ:  bienphong.com.vn

ຕາມທ່ານປະທານປະເທດ ເຈີ່ນດ້າຍກວາງ ແລ້ວ, ບັນດາເປົ້າໝາຍ Bogor ກ່ຽວກັບການເປີດປະຕູ ແລະຫັນການຄ້າ ແລະການລົງທຶນເປັນເສລີ, ການສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ບັນດາຍຸດທະສາດ, ລາຍການກ່ຽວກັບການເຕີບໂຕ, ເຊື່ອມຕໍ່ໄດ້ກາຍເປັນການກໍານົດທິດຍາວນານໃຫ້ແກ່ການເຄື່ອນໄຫວຂອງ APEC, ເປີດອອກນັບຮ້ອຍຂົງເຂດຮ່ວມມືຢ່າງລະອຽດໄດ້ ແລະກໍາລັງຕອບສະໜອງບັັນດາຄວາມຕ້ອງການໃໝ່ໃນສັງກາດດີຈີຕອນຢ່າງທັນການ.

ສັບປະດາຂັ້ນສູງ APEC 2017 ຢູ່ຫວຽດນາມ ກໍ່ແມ່ນຄັ້ງທໍາອິດທີ່ດໍາເນີນການເຈລະຈາແບບບໍ່ເປັນທາງການກັບບັນດາການນໍາອາຊຽນ ເພື່ອປຶກສາຫາລືກ່ຽວກັບຫົວຂໍ້ຊອກຫາກໍາຫຼັງໜູນໃໝ່,  ເພື່ອອາຊຽນ ທີ່ເຊື່ອມຕໍ່ຮອບດ້ານ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນໄລຍະດໍາເນີນ APEC, ຫວຽດນາມ ໄດ້ຕ້ອນຮັບຜູ້ແທນປະມານ 10.000 ຄົນ ພ້ອມກັບນັກຂ່າວພາຍໃນ ແລະຕ່າງປະເທດ 3.000 ຄົນ. ທ່ານປະທານປະເທດ ເນັ້ນໜັກວ່າ “ນີ້ແມ່ນການພິສູດໃຫ້ເຫັນຂອບຂະໜາດຂອງ APEC ແລະຄວາມໝາຍສໍາຄັນຂອງສັບປະດາຂັ້ນສູງ APEC 2017”.

 

ແປໂດຍ: ທູຈາງ