ເລີ່ມຕົ້ນສັບປະດາຂັ້ນສູງ APEC 2017 ຢູ່ດ່ານັ້ງຢ່າງເປັນທາງການ
ກປ.ອອນໄລ - ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ 2017 (APEC 2017) ໄດ້ເລີ່ມຕົ້ນຢ່າງເປັນທາງການຢູ່ໂຮງແຮມ Furama, ນະຄອນດ່ານັ້ງ ໃນຕອນເຊົ້າວັນທີ 6 ພະຈິກ ດ້ວຍກອງປະຊຸມສະຫຼຸບຂອງບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM).
ກ່າວຄໍາເຫັນໄຂກອງປະຊຸມສະຫຼຸບຂອງບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM), ທ່ານບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ປະທານ SOM 2017, ຊົມເຊີຍບັນດາຜູ້ແທນມາເຂົ້າຮ່ວມກອງປະຊຸມ ແລະມີຄວາມເຊື່ອໝັ້ນວ່າບັນດາຜູ້ແທນຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃນສອງວັນດໍາເນີນ CSOM ຍ້ອນວ່ານີ້ແມ່ນກອງປະຊຸມສໍາຄັນສຸດທ້າຍຂອງ SOM ໃນປີ APEC.
ຕາມນັ້ນແລ້ວ, ຢູ່ CSOM ຄັ້ງນີ້, ບັນດາຜູ້ແທນຈະສຸມໃສ່ເຂົ້າໃນສອງເນື້ອໃນຕົ້ນຕໍແມ່ນຕີລາຄາຄືນວິວັດທະນາການຮ່ວມມືຂອງ APEC ໃນປີຜ່ານມາ ແລະກະກຽມບັນດາຖະແຫຼງການເພື່ອລາຍງານຕໍ່ການນໍາບັນດາພື້ນຖານເສດຖະກິດພິຈະລະນາ. ນີ້ແມ່ນກອງປະຊຸມ SOM ຄັ້ງທີ 4 ແລະກໍ່ແມ່ນຄັ້ງສຸດທ້າຍໃນປີ APEC 2017. ໝາກຜົນກອງປະຊຸມໄດ້ແຈ້ງຢ່າງເປັນທາງການທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 7 ພະຈິກ. ດໍາເນີນຄຽງຄູ່ກັນກັບ CSOM ຍັງມີເວທີປາໄສທັດສະນະອະນາຄົດ APEC (VOF), ແຕ່ວັນທີ 5 ຫາວັນທີ 10 ພະຈິກ ແລະການປະຊຸມຂອງສະພາທີ່ປຶກສາດໍາເນີນທຸລະກິດ APEC (ABAC), ແຕ່ວັນທີ 4 ຫາວັນທີ 6 ພະຈິກ.
ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ປະທານ SOM 2017 ບຸ່ຍແທງເຊີນ ກ່າວຄໍາເຫັນໄຂ CSOM ໃນຕອນເຊົ້າວັນທີ 6 ພະຈິກ ຢູ່ດ່ານັ້ງ. ພາບ: qdnd
ປີ APEC 2017 ມີຫົວຂໍ້ວ່າ “ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”, ດ້ວຍ 4 ບູລິມະສິດແມ່ນຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະກວມລວມ, ຍູ້ແຮງການຮ່ວມສໍາພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງກໍາລັງການແກ່ງແຍ້ງ ແລະມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງໃນສັງກາດດິຈີຕອນ ແລະເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະກະສິກໍາແບບຍືນຍົງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ບັນດາຜູ້ແທນເຂົ້າຮ່ວມ CSOM. ພາບ: ວັນອຽນ, ຫງອກຮືງ, ຈ້ອງຫາຍ, ເລີມຕວ່ານ
ດ້ວຍເລື່ອງເປັນເຈົ້າພາບ APEC 2017, ຫວຽດນາມ ສືບຕໍ່ຢັ້ງຢືນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະຖືພາກພື້ນອາຊີ-ປາຊີຟິກເປັນສໍາຄັນ, ໃນນັ້ນມີບັນດາກົນໄກການຮ່ວມມືພາກພື້ນຄືເວທີປາໄສ APEC. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງຂອງຫວຽດນາມ ສະແດງການປະກອບສ່ວນຢ່າງຕັ້ງໜ້າ ແລະເປັນເຈົ້າການໃຫ້ແກ່ບັນດາຄວາມເອົາໃຈໃສ່ຂອງພາກພື້ນ ແລະສາກົນດ້ວຍບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະທີ່ມີລັກສະນະເປັນຂີດໝາຍ.
ແປໂດຍ: ຫງວຽນກຸກ