ທ່ານ ເຈີ່ນດ້າຍກວາງ ກໍາມະການກົມການເມືອງ, ປະທານປະເທດ ສສ ຫວຽດນາມ, ປະທານກອງປະຊຸມຂັ້ນສູງ APEC ຄັ້ງທີ 25 ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາ. ເຂົ້າຮ່ວມພິທີຍັງມີທ່ານ ຟ້າມບິ່ງມິງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການແຫ່ງຊາດ APEC 2017; ການນໍາ 23 ກະຊວງ, ຂະແໜງການ, ອົງການສູນກາງ ແລະ 10 ທ້ອງຖິ່ນ; ຜູ້ແທນປະມານ 220 ຄົນເຊິ່ງແມ່ນພະນັກງານຄະນະເລຂາແຫ່ງຊາດ APEC 2017, ບັນດາອະນຸກໍາມະການ ແລະທ້ອງຖິ່ນສະມາຊິກຄະນະກໍາມະການແຫ່ງຊາດ APEC 2017.

leftcenterrightdel
ທ່ານ ຟ້າມບິ່ງມິງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການແຫ່ງຊາດ APEC 2017  ກ່າວຄໍາເຫັນ. ພາບ: TTXVN 

ກ່າວຄໍາເຫັນເປີດພິທີ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, ໃນສະພາວະການໂລກ, ແລະພາກພື້ນພວມຜັນແປສັບສົນທີ່ສຸດ, ໄດ້ສ້າງຄວາມຫຍຸ້ງຍາກໃດໜຶ່ງຢ່າງແນ່ນອນໃຫ້ວຽກງານເປັນເຈົ້າພາບ, ເປັນປະທານ, ການບໍລິຫານປີ APEC 2017 ຂອງ ຫວຽດນາມ, ແຕ່ວ່າປີ APEC 2017, ເຊິ່ງສຸດຍອດແມ່ນສັບປະດາຂັ້ນສູງ APEC ຢູ່ ດ່ານັ໋ງ, ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນໃນພິທີສະຫຼຸບປີ APEC ຫວຽດນາມ 2017. ພາບ: TTXVN 

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເວົ້າວ່າ, ດ້ວຍຜົນສໍາເລັດຂອງປີ APEC 2017, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກ່ຽວກັບການ “ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ” ໃນຖານະເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນຢ່າງມີປະສິດທິຜົນ, ຜ່ານນັ້ນແລ້ວ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການຕ່າງປະເທດຫຼາຍຝ່າຍ; ຍາດແຍ່ງກາລະໂອກາດ APEC 2017 ໃນລະດັບສູງສຸດເພື່ອເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າອີກ; ພັດທະນາ, ໂຄສະນາທ້ອງຖິ່ນ, ວິສາຫະກິດ, ປະຊາຊົນ, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ເຫດການຂອງປີ APEC 2017 ໄດ້ຈັດຕັ້ງຢູ່ຫຼາຍທ້ອງຖິ່ນໃນປະເທດ; ຍົກສູງຖານະບົດບາດສາກົນຂອງ ຫວຽດນາມ ຢ່າງຈະແຈ້ງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະຫຼຸບປີ APEC ຫວຽດນາມ 2017.ພາບ: TTXVN 
leftcenterrightdel
ທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ພ້ອມກັບບັນດາສະມາຊິກຄະນະກໍາມະການແຫ່ງຊາດ APEC ຫວຽດນາມ 2017ພາບ: ຫວູຮຸ່ງ

ກ່າວຄໍາເຫັນຊີ້ນໍາຢູ່ພິທີສະຫຼຸບ, ທ່ານປະທານປະເທດ ໄດ້ຢືນຢັນວ່າ, ປີ APEC 2017, ເປັນຕົ້ນແມ່ນສັບປະດາຂັ້ນສູງ APEC 2017 ໄດ້ປະສົບຜົນສໍາເລັດຢ່າງດີງາມໃນທຸກດ້ານ, ຈາກເນື້ອໃນ, ເອກະສານ, ໂຄສະນາ-ວັດທະນະທໍາຈົນເຖິງພິທີຕ້ອນຮັບ, ພະລາທິການ, ຄວາມສະຫງົບ ແລະສາທາລະນະສຸກ, ທັງຫຼາຍຝ່າຍ ແລະສອງຝ່າຍ, ນໍາ ຫວຽດນາມ ກາຍເປັນຈຸດສຸມແຫ່ງຄວາມເອົາໃຈໃສ່ຂອງທົ່ວໂລກ.

ທ່ານປະທານປະເທດ ຖືວ່າ, ນີ້ແມ່ນຜົນງານທາງການຕ່າງປະເທດທີ່ພົ້ນເດັ່ນຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບໃນປີນີ້, ປະກອບສ່ວນຍົກສູງບົດບາດຂອງ APEC ແມ່ນກົນໄກຮ່ວມມືດ້ານເສດຖະກິດແຖວໜ້າຢູ່ພາກພື້ນ; ແມ່ນຂີດໝາຍໃໝ່ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ, ສະແດງວິໄສທັດຍຸດທະສາດຂອງ ຫວຽດນາມ ສໍາລັບອາຊີ-ປາຊີຟິກ. ປີ APEC 2017 ດ້ວຍຫຼາຍຂີດໝາຍທີ່ມີລັກສະນະປະຫວັດສາດໄດ້ປະກອບສ່ວນຢືນຢັນຄວາມສາມາດເປັນເຈົ້າການປະກອບສ່ວນກໍ່ສ້າງ, ສ້າງບັນດາກົນໄກຫຼາຍຝ່າຍເປັນຮູບປະທຳ, ປະກອບສ່ວນຫັນເປົ້າໝາຍລວມຂອງ APEC ກ່ຽວກັບການສ້າງອາຊີ-ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະວັດທະນາຖາວອນໃຫ້ປະກົດຜົນເປັນຈິງ.

leftcenterrightdel
ບັນຍາກາດພິທີສະຫຼຸບປີ APEC ຫວຽດນາມ 2017ພາບ: ຫວູຮຸ່ງ

ທ່ານປະທານປະເທດ ໄດ້ເນັ້ນໜັກວ່າ, ບັນດາຜົນງານເຊິ່ງປີ APEC 2017 ບັນລຸໄດ້ແມ່ນການພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ໄຊຊະນະຂອງການຄ້າເສລີ ແລະເປີດປະຕູ, ຂອງລະບົບການຄ້າຫຼາຍຝ່າຍ, ສ້າງທ່ວງທ່າໃຫ້ແງ່ຫວັງຂອງເສດຖະກິດສາກົນສົດໃສກວ່າ. ໄຊຊະນະນີ້ກໍ່ສະແດງໃຫ້ເຫັນລັກສະນະທີ່ຖືກຕ້ອງຂອງແນວທາງ, ແຜນນະໂຍບາຍ, ນະໂຍບາຍທາງການຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດຢ່າງເລິກເຊິ່ງ, ກວ້າງຂວາງເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະບັນດາມະຕິຂອງສູນກາງໄດ້ກໍານົດໄວ້.

ໄຊຊະນະຂອງປີ APEC 2017 ຍັງສ້າງພື້ນຖານຍົກລະດັບການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື. ເນື່ອງໃນໂອກາດສັບປະດາຂັ້ນສູງໄດ້ດໍາເນີນບັນດາການຢ້ຽມຢາມສອງຝ່າຍ, ໃນນັ້ນມີບັນດາການຢ້ຽມຢາມມີລັກສະນະປະຫວັດສາດ ແລະມີການພົບປະເຈລະຈາ, ການພົບປະສອງຝ່າຍຫຼາຍສິບຄັ້ງ.

leftcenterrightdel
ທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ກັບບັນດາສະມາຊິກອະນຸກໍາມະການວັດທະນະທໍາ-ໂຄສະນາຂຶ້ນກັບຄະນະກໍາມະການແຫ່ງຊາດ APEC ຫວຽດນາມ 2017. ພາບ: TTXVN 

ເພື່ອຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ທ່ານປະທານປະເທດ ສະເໜີກະຊວງການຕ່າງປະເທດເປັນປະທານ, ສົມທົບກັນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສະຫຼຸບບົດຮຽນ 20 ປີແຫ່ງການເຂົ້າຮ່ວມ APEC, ກວ່າ 20 ປີ ເຂົ້າຮ່ວມ ອາຊຽນ, ASEM ແລະ 40 ປີເຂົ້າຮ່ວມສະຫະປະຊາຊາດ, ຈາກນັ້ນ, ສ້າງຍຸດທະສາດພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030.

ທ່ານປະທານປະເທດ ກໍ່ຮຽກຮ້ອງຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຕ່າງປະເທດຫຼາຍຝ່າຍ ແລະສອງຝ່າຍ, ຍາດແຍ່ງບັນດາເຫດການ, ການເຄື່ອນໄຫວຫຼາຍຝ່າຍຢ່າງມີປະສິດທິຜົນກວ່າອີກເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ, ປຸກລະດົມບັນດາແຫຼ່ງຊັບພະຍາກອນສາກົນ, ຮັບໃຊ້ກິດຈະການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຢ່າງແທດຈິງ. ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ, ເອກະສານ ແລະບັນດາສັນຍາເຊິ່ງໄດ້ຮັບການລົງນາມໃນສັບປະດາຂັ້ນສູງ APEC ເພື່ອແນໃສ່ບັນລຸປະສິດທິຜົນໄດ້ຢ່າງແທດຈິງ.

ມີໜ້າທີ່ສໍາຄັນອີກຢ່າງໜຶ່ງທີ່ຄວນປະຕິບັດໃນໄລຍະຈະມາເຖິງແມ່ນສືບຕໍ່ເຮັດວຽກງານໂຄສະນາ, ເຜີຍແຜ່ບັນດາຜົນສໍາເລັດຂອງປີ APEC 2017 ແລະຄວາມສໍາຄັນຂອງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ; ເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງ, ບໍາລຸງສ້າງ, ຍົກສູງຄວາມອາດສາມາດເຊື່ອມໂຍງເຂົ້າກັບສາກົນຂອງຖັນແຖວພະນັກງານທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ, ສ້າງວັດທະນະທໍາເຊື່ອມໂຍງເຂົ້າກັບສາກົນເຖິງປະຊາຊົນທຸກຄົນ.

ຕີລາຄາສູງເລື່ອງປະຊາຄົມວິສາຫະກິດຫວຽດນາມ ໄດ້ເປັນເຈົ້າໃນການປະກອບເຫື່ອແຮງ, ປັນຍາ ແລະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີ APEC 2017, ທ່ານປະທານປະເທດ ສະເໜີປະຊາຄົມວິສາຫະກິດຄວນສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າໃນການເຊື່ອມໂຍງເສດຖະກິດສາກົນ,  ສົມເປັນກໍາລັງໜູນສໍາຄັນໃນພາລະກິດສ້າງສາ, ປ່ຽນແປງໃໝ່ ແລະພັດທະນາປະເທດຊາດ, ປະກອບສ່ວນນໍາ ຫວຽດນາມ ເຊື່ອມໂຍງ ແລະຄຽງບ່າຄຽງໄຫຼ່ພ້ອມກັບບັນດາປະເທດຢູ່ພາກພື້ນ ແລະໃນໂລກ.

ທ່ານປະທານປະເທດ ຢືນຢັນອີກເທື່ອໜຶ່ງວ່າ, ຜົນສໍາເລັດຂອງປີ APEC 2017 ແລະສັບປະດາຂັ້ນສູງໄດ້ສ້າງບັນຍາກາດໃໝ່, ກໍາລັງໜູນໃໝ່ໃຫ້ແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນ, ວິສາຫະກິດ ແລະທົ່ວປະເທດຊາດໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເປີດອອກໄລຍະແຫ່ງການພັດທະນາໃໝ່ທີ່ເຕັມໄປດ້ວຍກໍາລັງແຮງຂອງປະເທດຊາດ.


ແປໂດຍ: ເກື່ອງດັ້ງ