ຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ
ວັນທີ 14 ເມສາ, ທີ່ຫໍສະພາປະຊາຊົນ, ນະຄອນຫຼວງປັກກິ່ງ, ຈີນ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ພົບປະກັບ ທ່ານ ວາງ ຮູ້ ນິງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ.
    |
 |
|
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະຜູ້ແທນທີ່ການພົບປະ. ພາບ: qdnd.vn |
ທີ່ການພົບປະ, ທ່ານ ວາງ ຮູ້ ນິງ ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມ ຈີນ ຄັ້ງທໍາອິດໃນຖານະຕໍາແໜ່ງໃໝ່, ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດຂອງພັກ ແລະລັດຫວຽດນາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ.
ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້ ຈະສືບຕໍ່ຮັດແໜ້ນກວ່າອີກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກໍານົດລະດັບສູງໃໝ່ຂອງການຮ່ວມມືສອງຝ່າຍ ດ້ວຍການເຊື່ອມຕໍ່ຮອບດ້ານ, ເລິກເຊິ່ງກວ້າງຂວາງກວ່າ, ພ້ອມກັນຫັນເປົ້າໝາຍພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ ສອງຝ່າຍຈະຊຸກຍູ້ 3 ເຊື່ອມຕໍ່ກ່ຽວກັບອຸດົມການ ແລະຄວາມເຊື່ອໝັ້ນ, ຜົນປະໂຫຍດພັດທະນາ ແລະວັດທະນະທໍາ, ຈິດໃຈປະຊາຊົນ.
    |
 |
|
ທ່ານ ວາງ ຮູ້ ນິງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ແລະບັນດາຜູ້ແທນທີ່ການພົບປະ. ພາບ: qdnd.vn |
ທ່ານ ໂຕເລິມ ສະເໜີໃຫ້ເສີມຂະຫຍາຍກວ່າອີກບົດບາດຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ແລະຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນການສະໜັບສະໜູນ, ສົ່ງເສີມບັນດາທ້ອງຖິ່ນ, ອົງການຈັດຕັ້ງປະຊາຊົນສອງປະເທດ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນ, ເພີ່ມທະວີການພົບປະແລກປ່ຽນ, ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບ ຫວຽດນາມ-ຈີນ ກໍຄືຜົນງານປ່ຽນແປງໃໝ່, ປະຕິຮູບ, ເປີດປະຕູຂອງແຕ່ລະປະເທດ, ພ້ອມກັນມານະພະຍາຍາມຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະອາລົມຈິດມິດຕະພາບລະຫວ່າງສອງປະເທດ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານ ວາງ ຮູ້ ນິງ ຢັ້ງຢືນວ່າ ຈີນ ຍາມໃດກໍຖືການພົວພັນກັບຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ; ຕີລາຄາສູງບັນດາຜົນງານປ່ຽນແປງໃໝ່ທິດສະດີຂອງຫວຽດນາມ, ຍາມໃດກໍສະໜັບສະໜູນຫວຽດນາມ ກໍ່ສ້າງສໍາເລັດລັດທິສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຂອງປະເທດ.
ທ່ານ ວາງ ຮູ້ ນິງ ສະແດງວ່າ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ພ້ອມແລ້ວທີ່ຈະເພີ່ມທະວີກວ່າອີກການພົວພັນມິດຕະພາບກັບແນວໂຮມປະເທດຊາດຫວຽດນາມ, ພ້ອມກັນສົ່ງເສີມການພົບປະແລກປ່ຽນລະຫວ່າງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ເປີດກວ້າງການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການພົບປະແລກປ່ຽນທ້ອງຖິ່ນ, ເປີດໜ້າໃໝ່ໃນການພົບປະແລກປ່ຽນມິດຕະພາບລະຫວ່າງສອງປະເທດ; ສະໜັບສະໜູນເຊິ່ງກັນແລະກັນ ຈັດຕັ້ງບັນດາເຫດການຫຼາຍຝ່າຍ, ລວມມີ ປີອາເປັກ 2026 ທີ່ ສປ ຈີນ ແລະ ປີອາເປັກ 2027 ທີ່ຫວຽດນາມ.
ພັດທະນາການພົວພັນກັບຈີນ ແມ່ນການຄັດເລືອກຍຸດທະສາດ
ຕອນບ່າຍວັນທີ 14 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືສຶກສາຂັ້ນມະຫາວິທະຍາໄລ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ - ຈີນ” ໂດຍ ກະຊວງສຶກສາ ຈີນ ສົມທົບກັບກະຊວງສຶກສາ ແລະກໍ່ສ້າງ ຫວຽດນາມ ຈັດຕັ້ງ ແລະມີບົດກ່າວຄຳເຫັນສຳຄັນທີ່ມະຫາວິທະຍາໄລ ຊິນຫວາ.
    |
 |
|
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ມະຫາວິທະຍາໄລ ຊິນຫວາ, ຈີນ. ພາບ: qdnd.vn |
ກ່າວຄໍາເຫັນຕໍ່ໜ້າບັນດາອາຈານ ແລະນັກສຶກສາໂຮງຮຽນ, ທ່ານ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືລະຫວ່າງບັນດາຮາກຖານການສຶກສາ, ຄົ້ນຄວ້າຂອງຫວຽດນາມ ກັບມະຫາວິທະຍາໄລຊິນຫວາພວມມີບາດກ້າວພັດທະນາຕັ້ງໜ້າຫຼາຍຢ່າງ. ການນໍາສອງຝ່າຍລ້ວນແຕ່ເນັ້ນໜັກເຖິງບັນດາຂົງເຂດບຸລິມະສິດ, ຄື: ປັນຍາປະດິດ, semiconductor, ວິທະຍາສາດ, ເຕັກໂນໂລຊີ ແລະບໍາລຸງສ້າງຊັບພະຍາກອມມະນຸດທີ່ມີຄຸນນະພາບສູງ. ນັ້ນແມ່ນບັນດາບາດກ້າວເດີນທີ່ຖືກທິດ, ຈໍາເປັນຕ້ອງ ແລະຄວນສືບຕໍ່ໄດ້ຮັບການເປີດກວ້າງກວ່າອີກໃນໄລຍະຈະມາເຖິງ.
ປັດຈຸບັນມີ ນັກຮຽນ, ນັກສຶກສາຫວຽດນາມ ທີ່ພວມສຶກສາຮໍ່າຮຽນຢູ່ ຈີນ ປະມານ 25.000 ຄົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ນັກສຶກສາຫວຽດນາມ ແຕ່ລະຄົນທີ່ພວມສຶກສາຮໍ່າຮຽນຢູ່ ຈີນ, ໃນນັ້ນມີ ນັກສຶກສາທີ່ພວມຮໍ່າຮຽນ ຢູ່ມະຫາວິທະຍາໄລ ຊິນຫວາ, ລ້ວນແຕ່ເປັນຂົວຕໍ່ມິດຕະພາບ, ເປັນທູດວັດທະນະທໍາ, ເປັນຜູ້ຕາງໜ້າໃຫ້ແກ່ຈິດໃຈມັກຮຽນ, ຄວາມປາດຖະໜາຢາກບືນຕົວຂຶ້ນຂອງໄວໜຸ່ມຫວຽດນາມ. ນັກສຶກສາຈີນ ແຕ່ລະຄົນ ມາຫວຽດນາມ ເພື່ອຮໍ່າຮຽນ, ຄົ້ນຄວ້າ, ຄົ້ນຫາຕົວຈິງ ກໍຈະປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີຕ້ອງສ້າງບາດກ້າວຫັນປ່ຽນຢ່າງແຂງແຮງກວ່າໃນການຮ່ວມມືທີ່ແທດຈິງ, ຖືການເຊື່ອມຕໍ່ຍຸດທະສາດເປັນກົກ, ຖືປະສິດທິຜົນລະອຽດເປັນໄມ້ວັດແທກ, ຖືຜົນປະໂຫຍດຂອງປະຊາຊົນສອງປະເທດ ເປັນເປົ້າໝາຍ; ຕ້ອງນໍາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນກາຍເປັນຈຸດເດັ່ນໃໝ່, ເສົາຄໍ້າໃໝ່ຂອງການພົວພັນ ຫວຽດນາມ-ຈີນ ໃນໄລຍະໃໝ່.
ສືບທອດມໍລະດົກມິດຕະພາບທີ່ ຄົນຮຸ່ນກ່ອນ ໄດ້ເພີ່ມພູນຄູນສ້າງ ຢ່າງຖືກຕ້ອງ, ຖືຄວາມໄວ້ວາງໃຈເປັນພື້ນຖານ, ຖືການຮ່ວມມືທີ່ແທດຈິງເປັນກໍາລັງໜູນ, ຖືວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາເປັນບຸກທະລຸ, ຖືຊາວໜຸ່ມ ເປັນຂົວຕໍ່ຂອງອະນາຄົດ, ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ-ຈີນ ຈະສືບຕໍ່ພັດທະນາອັນດີງາມ, ປອດໃສ, ມີສະຖຽນລະພາບ ແລະຍືນຍົງຍາວນານຢ່າງແນ່ນອນ; ນໍາເອົາຜົນປະໂຫຍດທີ່ແທດຈິງມາສູ່ປະຊາຊົນສອງປະເທດ; ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄໍາເຫັນທີ່ການພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ. ພາບ: qdnd.vn |
* ຕອນຄໍ່າວັນທີ 14 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ສປ ຈີນ, ພົບປະໂອ້ລົມກັບພະນັກງານບັນດາອົງການຕາງໜ້າ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະພັນລະຍາ ກັບບັນດາສະຫາຍການນໍາພັກ, ລັດ ທີ່ສະຖານທູດຫວຽດນາມ ປະຈໍາ ສປ ຈີນ. ພາບ: qdnd.vn |
ພົບປະໂອ້ລົມກັບພໍ່ແມ່ປະຊາຊົນ, ພະນັກງານ, ລັດຖະກອນສະຖານທູດ ແລະອົງການຕາງໜ້າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມປິຕິຊົມຊື່ນແຈ້ງໃຫ້ພໍ່ແມ່ປະຊາຊົນ ຮັບຊາບ ກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນດ້ານເສດຖະກິດ-ສັງຄົມ, ກໍຄືການຜັນຂະຫຍາຍຫຼາຍແຜນນະໂຍບາຍຍຸດທະສາດຂອງປະເທດ ໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມໝາຍສໍາຄັນພິເສດຂອງການຢ້ຽມຢາມຄັ້ງນີ້; ຫວັງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ ສືບຕໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ, ຕັ້ງໜ້າເຊື່ອມໂຍງ, ປະຕິບັດຕາມກົດໝາຍ ແລະປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດປະຈໍາຖິ່ນ; ພ້ອມທັງຍາມໃດກໍມຸ່ງໄປຫາບ້ານເກີດເມືອງນອນ, ປະເທດຢູ່ສະເໝີ, ເປັນເຈົ້າການມີການປະກອບສ່ວນໃໝ່ທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ພາລະກິດສ້າງສາ ແລະພັດທະນາປະເທດ ກໍຄື ການພົວພັນຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນສະພາບການທັງສອງປະເທດ ລ້ວນແຕ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ໂດຍ: ໄຊຊະນະ