ພາຍຫຼັງຮັບຟັງບັນດາກົມກອງລາຍງານແຜນງານ ແລະວຽກງານກະກຽມປ້ອງກັນສັບປະດາຂັ້ນສູງ APEC 2017, ທ່ານພົນໂທ ຫງວຽນເຟືອງນາມ ຍ້ອງຍໍຊົມເຊີຍບັນດາກົມກອງໄດ້ຍົກສູງນໍ້າໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າ, ເປັນເຈົ້າການວຽກງານກະກຽມໃຫ້ແກ່ໜ້າທີ່ເປັນຢ່າງດີ; ເຫັນແຈ້ງຄວາມເປັນກຽດ, ຄວາມຮັບຜິດ ຊອບອັນໃຫຍ່ຫຼວງຂອງຕົນ, ສູ້ຊົນເພື່ອປະຕິບັດສຳເລັດໜ້າທີ່ໄດ້ມອບໝາຍຢ່າງມີໄຊ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງເຫດການ, ເພື່ອໃຫ້ເພື່ອນມິດໃນໂລກເຫັນໄດ້ວ່າຫວຽດນາມ ພວມຢູ່ໃນທ່າພັດທະນາ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ປະຊາຊົນຮັກແພງແຂກ, ຮັກຫອມສັນຕິພາບ.
ບັນຍາກາດທີ່ການເຮັດວຽກ. ພາບ: ຫງວຽນແອງເຊີນ
ສະຫຼຸບການເຮັດວຽກ, ທ່ານພົນໂທ ຫງວຽນເຟືອງນາມ, ຮອງຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງບັນດາກົມກອງສືບຕໍ່ຊາບຊຶມໜ້າທີ່, ເພີ່ມເຕີມຢ່າງເລິກເຊິ່ງ, ສ້າງບັນດາແຜນງານໃຫ້ສົມບູນແບບ, ຍົກສູງສະຕິລະວັງຕົວ, ເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ, ພິເສດແມ່ນຕໍາຫຼວດ ແລະບັນດາກໍາລັງຂອງນະຄອນ ດ່ານັ້ງ; ປະຕິບັດບັນດາຄໍາສັ່ງ, ຂໍ້ກຳນົດຂອງອະນຸກຳມະການປ້ອງກັນຄວາມສະຫງົບ - ສາທາລະນະສຸກ APEC 2017 ຢ່າງເຂັ້ມງວດ,
ປະຕິບັດລະບຽບວິໄນຂອງກອງທັບ, ຄຳສັ່ງຂອງຜູ້ບັນຊາການ; ຄຸ້ມຄອງເຂດນ່ານຟ້າ, ເຂດນ່ານທະເລ ແລະບັນດາຂົງເຂດຈັດຕັ້ງເຫດການຢ່າງແໜ້ນແຟ້ນ; ເດັດຂາດບໍ່ໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ ແລະເກີດຂໍ້ຂາດຕົກບົກຜ່ອງກ່ຽວກັບວຽກງານປ້ອງກັນຄວາມສະຫງົບເຖິງວ່າແມ່ນວຽກນ້ອຍສຸດກໍ່ຕາມ; ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຊີວິດ ແລະອາວຸດຍຸດທະພັນເຕັກນິກ, ເປັນຕົ້ນແມ່ນເມື່ອພາຍຸລູກທີ 12, ພວມພັດເຂົ້າເຂດດິນຕໍ່ແຜ່ນກໍ່ໃຫ້ເກີດຝົນຕົກໜັກ ແລະມີລົມແຮງ ຢູ່ແຄ໋ງຮວ່າ, ຟູ໋ອຽນ, ດ່ານັ້ງ ແລະບັນດາແຂວງໃກ້ຄຽງ.
ແປໂດຍ: ເຈິ່ນຮວ່ຽນ