leftcenterrightdel
ວາລະໄຂກອງປະຊຸມຄັ້ງທີ 4 ຂອງສະພາທີ່ປຶກສາດໍາເນີນທຸລະກິດ APEC (ABAC). ພາບ: nhandan.com.vn

ນີ້ແມ່ນກອງປະຊຸມຄັ້ງສຸດທ້າຍຂອງ ABAC ໃນປີ APEC 2017. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະສະຫຼຸບບາງເນື້ອໃນຂອງລາຍການ APEC ປີ 2017 ເພື່ອມອບສົ່ງໃຫ້ພື້ນຖານເສດຖະກິດເຈົ້າພາບ APEC 2018, ປະເທດ ປາປົວນິວກີນີ (Papua New Guinea). ໂດຍແມ່ນໜຶ່ງໃນບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານ ປອ Allan Zeman, ນັກທຸລະກິດ Hongkong (ຈີນ), ປະທານບັນດາກຸ່ມບໍລິສັດ GBM, GBS, JB ໃຫ້ຮູ້ວ່າ: ກອງປະຊຸມຈະປຶກສາຫາລືກ່ຽວກັບບົດບາດປ່ຽນແປງບັນດາພື້ນຖານເສດຖະກິດສະມາຊິກ APEC ຂອງການຄ້າ, ການອາລັກຂາການຄ້າ, ການຄ້າເສລີ, ໂລກດີຈີຕອນ...; ບັນດາບັນຫາສົ່ງຜົນສະທ້ອນຂ້າມຊາດ. ກ່ຽວກັບການຊື້ຂາຍຜ່ານເຄືອຂ່າຍອິນເຕີແນັດ, ບັນຫາສຶກສາຮຸ່ນໜຸ່ມໃຫ້ມີຄວາມສາມາດຢ່າງພຽງພໍເພື່ອເຮັດວຽກຢູ່ໂລກໃນອະນາຄົດ. ຄຽງຂ້າງນັ້ນ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບພູມປັນຍາທຽມ ແລະຂົງເຂດການຄ້າເຊິ່ງແມ່ນເນື່້ອໃນປຶກສາຫາລືຕົ້ນຕໍ.

 

ແປໂດຍ: ທູຈາງ